ຊົນລະປະທານ ເປ່ເພ ຍ້ອນນໍ້າຖ້ວມ
ຊົນລະປະທານ ຢູ່ຫຼາຍແຂວງ ພາກໃຕ້ ຂອງລາວ ເປ່ເພໜັກ ຍ້ອນນໍ້າຖ້ວມ.
-
ໄຊຍາ
2018-10-01 -
-
-
Your browser doesn’t support HTML5 audio
ຣະບົບຊົນລະປະທານ ໃນຫຼາຍແຂວງພາກໃຕ້ ຂອງລາວ ເປັນຕົ້ນ ແມ່ນແຂວງຄໍາມ່ວນ, ສວັນນະເຂດ ແລະ ຈຳປາສັກ ເປ່ເພໜັກ ຍ້ອນນໍ້າຖ້ວມ ແລະ ຍັງບໍ່ໄດ້ຮັບ ການສ້ອມແປງ ເພາະຂາດເຂີນ ງົບປະມານ, ດັ່ງເຈົ້າໜ້າທີ່ຜແນກ ກະສິກໍາ ແລະ ປ່າໄມ້ ແຂວງຄຳມ່ວນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 28 ກັນຍາຜ່ານມາວ່າ:
"ກະມີບັນຫາ ເຣຶ່ອງຄອງເໝືອງແນ່ ຄອງເໝືອງໄກໆ ກະບໍ່ເວົ້າແຫລະນໍ ມັນເປັນຄອງເໝືອງດິນ ພວກເຮົາ ກະສເນີຊ້ອມແປງ ມູນຄ່າ ກະບໍ່ຫລາຍດອກ ປະມານ 200 ລ້ານນີ້ແຫລະ ແຕ່ວ່າບໍ່ໄດ້ຮັບການແກ້ໄຂ ເພາະວ່າງົບປະມານມັນບໍ່ມີ.”
ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ສເນີໃຫ້ຜແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ອະນຸມັດ ງົບປະມານສ້ອມແປງ ຣະບົບຊົນລະປະທານ ປະມານ 200 ລ້ານກີບ ພາຍຫລັງນໍ້າບົກລົງ, ຕ້ອງໄດ້ໃຊ້ເວລາ ໃນການກວດກາ ແລະ ສ້ອມແປງ ໃຫ້ສໍາເຣັດ ຢ່າງໜ້ອຍ 1 ເດືອນ ຫລື 2 ເດືອນ ເພື່ອໃຫ້ທັນເຮັດນາແຊງ.
ສໍາລັບ ຢູ່ແຂວງສວັນນະເຂດ ຊຶ່ງຣະບົບຊົນລະປະທານ ເປ່ເພ 4-5 ບ່ອນ ກໍກໍາລັງຂຶ້ນແຜນ ຂໍງົບປະມານ ສ້ອມແປງຢູ່, ດັ່ງເຈົ້າໜ້າທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງອາດສະພອນ ກ່າວວ່າ:
"ຄອງເໝືຶອງ ຊົນລະປະທານ ເປ່ເພຜ່ານມານີ້ ໄພພິບັດ ມີ 4-5 ບ່ອນ ແລະ ກະຂຶ້ນແຜນ ໄປຫາທາງພາກຣັຖ ແຕ່ທາງພາກຣັຖ ເພິ່ນຍັງບໍ່ໄດ້ ສນອງໃຫ້ ໄປສໍາຣວດ ແລະ ກະໄດ້ສເນີຂັ້ນເທິງ ເພີ່ນນັ້ນ ແລະ ເພີ່ນຍັງບໍ່ທັນຄົ້ນຄວ້າໄດ້ ຍາມນີ້ ປະຊາຊົນ ກໍເລີ້ມຖາງ ເຮັດໄຮ່ ຈໍານວນນຶ່ງ ແລ້ວ.”
ທ່ານກ່າວຕື່ມວ່າ ຖ້າຊົນລະປະທານ ຄອງເໝືອງ ບໍ່ໄດ້ຮັບການສ້ອມແປງ ໃຫ້ສໍາເຣັດ ພາຍໃນປີນີ້ ຫຼາຍແຂວງ ຈະບໍ່ສາມາດຜລິດເຂົ້າ ໄດ້ຕາມເປົ້າໝາຍ ທີ່ວາງເອົາໄວ້ນັ້ນ ແນ່ນອນ.