ປຊຊ ໄດ້ຮັບຜົລກະທົບ ຍ້້ອນນໍ້ານານແຫ້ງ
2020.02.10

ປະຊາຊົນ 13 ບ້ານ ທີ່ອາສັຍ ຢູ່ລຸ່ມນໍ້ານານ ແຂວງຫຼວງພຣະບາງ ຢາກໃຫ້ທາງການ ຊ່ອຍແກ້ໄຂ ບັນຫານໍ້າບົກແຫ້ງ ພາຍຫລັງ ທີ່ສວນກ້ວຍ ຂອງຈີນ ເຂົ້າມາ ເຊົ່າທີ່ດິນ ຂອງປະຊາຊົນ ຢູ່ເຂດ ບ້ານນາຝາຍ ສູບນໍ້າເຂົ້າ ເຂດທໍາການຜລິດ ຫຼາຍ ຈົນເຮັດໃຫ້ ນໍ້ານານ ແຫ້ງລົງ ຈົນບໍ່ມີນໍ້າ ເພື່ອທໍາການ ຜລິດ, ດັ່ງປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ກຸມພານີ້ວ່າ:
“ມັນຮອດ ຣະດູການຜລິດ ຣະດູແລ້ງແລ້ວ ເຂົາເຈົ້າກໍຈະອັດເລີຍ ເພາະວ່າ ປັດຈຸບັນນີ້ ມັນຈະແຫ້ງຫລາຍ ສວນກ້ວຍຈີນນີ້ ເຂົາເຈົ້າ ຈະສູບນໍ້າ ໄປຮອດກ້ວຍນະ ສວນກ້ວຍ ກໍມີແຕ່ 2 ບໍຣິສັດ ບ້ານນາຝາຍ ຕົວທີ່ວ່າ ມັນໃຊ້ນໍ້າ ນານຫຼາຍນະ ແຕ່ວ່າ ສວນກ້ວຍ ຢູ່ບ້ານຄົກຕົມ ແທ້ໆ ມັນກໍຢູ່ປາກນໍ້າແລ້ວ.”
ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ນໍ້ານານ ກໍບົກແຫ້ງຫຼາຍ ຢູ່ແລ້ວ ຍ້ອນຣະດູຝົນ ເມື່ອປີກາຍ ຝົນຕົກໜ້ອຍ ແຕ່ພາຍຫລັງ ທີ່ທາງສວນກ້ວຍຈີນ ຢູ່ເຂດບ້ານ ນາຝາຍ ທາງເໜືອ ແລະ ສວນກ້ວຍຈີນ ອີກແຫ່ງນຶ່ງ ທີ່ຢູ່ບ້ານຄົກຕົມທາງໃຕ້ ເຣີ່ມສູບນໍ້າ ຈາກນໍ້ານານ ເຂົ້າສວນ ນໍ້າກໍຍິ່ງ ແຫ້ງຕື່ມ ເຮັດໃຫ້ ປັດຈຸບັນ ປະຊາຊົນ ທີ່ອາສັຍ ຢູ່ລຸ່ມນໍ້ານານ ຊຶ່ງມີຢູ່ທັງໝົດ 13 ບ້ານ ເປັນຕົ້ນ: ບ້ານທ່າລີ່, ບ້ານນາຝາຍ, ນາເລົ່າ ແລະ ບ້ານສີມົງຄົນ ບໍ່ສາມາດ ຜລິດການກະເສດໄດ້:
“ໂອ ນໍ້ານານແຫ້ງຫລາຍ ນໍ້າແຫ້ງ ກໍມີຜົລກະທົບ ຫັ້ນແຫລະ ຖືວ່ານາແຊງ ນາຫຍັງ ກໍເຮັດບໍ່ໄດ້ເນາະ ນໍ້າແຫ້ງ ເຮັດກໍບໍ່ທົ່ວເຖິງເນາະ ນໍ້າມັນໜ້ອຍ ນໍ້າມັນແຫ້ງຫລາຍປີນີ້ ແຫ້ງແລ້ງ ກວ່າທຸກປີ ປົກກະຕິ ຈະມີຝົນແລ້ວ ຊ່ວງນີ້ ແຕ່ວ່າ ໃນປີນີ້ແຫ້ງຫຼາຍ ສວນກ້ວຍຈີນ ຫຍັງກໍມີ.”
ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ຢູ່ເມືອງນານ ທ່ານນຶ່ງ ຊີ້ແຈງວ່າ ສາເຫດ ທີ່ນໍ້າແຫ້ງ ກໍຍ້ອນຝົນຕົກໜ້ອຍ ແລະ ທາງການ ກໍໄດ້ແບ່ງເອົາ ນໍ້າຈາກ ນໍ້ານານ ໄປໃສ່ອ່າງ ຊົລປະທານ ໃຫ້ເມືອງ ເພື່ອໃຫ້ ປະຊາຊົນ ທໍາການປູກຝັງ:
“ອັດໄປໃສ່ ເໝືອງນະ ໝາຍຄວາມວ່າ ແບ່ງໄປໃສ່ ຊົລປະທານ ຫັ້ນນະ ແບ່ງນໍ້າ ໄປຫົດນາ ມີຫຍັງຫັ້ນນະ ອັນມັນແຫ້ງ ກໍຍ້ອນວ່າ ເອົາໄປໃສ່ ຊົລປະທານ ຫັ້ນນະ ເອົາໄປຫົດນາຫົດຫຍັງໃຫ້ ປະຊາຊົນ ຫັ້ນແຫລະ.”
ຕໍ່ບັນຫານີ້ ເຈົ້າໜ້າທີ່ກ່ຽວຂ້ອງ ເວົ້າວ່າ ສວນກ້ວຍຈີນ ໄດ້ມີການສູບນໍ້າແທ້ ແຕ່ທີ່ເຮັດ ໃຫ້ນໍ້າບົກ ແຫ້ງຫລາຍນັ້ນ ກໍຍ້ອນ ມີການສູບນໍ້າ ຈາກນໍ້ານານ ໄປໄວ້ ຢູ່ອ່າງ ຊົລປະທານເມືອງ ເພື່ອເກັບນໍ້າໃຫ້ ປະຊາຊົນ ມີນໍ້າ ທໍາການຜລິດ, ສ່ວນເຣື່ອງສວນກ້ວຍ ຈີນນັ້ນ ເຈົ້າໜ້າທີ່ ເວົ້າວ່າ ຢູ່ເຂດເມືອງນານ ມີ ຢູ່ 4 ບໍຣິສັດ ເປັນຂອງນັກລົງທຶນຈີນ ແຕ່ 2 ບໍຣິສັດ ທີ່ມີການສູບນໍ້າ ຈາກນໍ້ານານນັ້ນ ແມ່ນຢູ່ບ້ານ ນາຝາຍ ແລະ ບ້ານຄົກຕົມ ມີພື້ນທີ່ ປູກກ້ວຍ ຮວມກັນເກືອບ 100 ປາຍ ເຮັກຕ່າຣ໌.