ນໍ້າຖ້ວມເມືອງຮ້ຽມ ຂ.ຫົວພັນ
2018.08.14

ປະຊາຊົນຫລາຍຮ້ອຍຄອບຄົວ ຢູ່ເມືອງຮ້ຽມ ແຂວງຫົວພັນ ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມ ພາຍຫລັງຝົນຕົກໜັກຕິດຕໍ່ກັນຫຼາຍມື້ ຊຶ່ງ ໃນຂນະນີ້ ທາງການໄດ້ໄປປະເມີນຄວາມເສັຍຫາຍເບື້ອງຕົ້ນ ເປັນມູນຄ່າຫຼາຍກວ່າ 3 ຕື້ 667 ລ້ານກີບ; ດັ່ງເຈົ້າໜ້າທີ່ ແຂວງຫົວພັນ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 13 ສິງຫານີ້ວ່າ:
"ດຽວນີ້ຫັ້ນ ນໍ້າກໍາລັງຂຶ້ນອີກແລ້ວ ເພາະວ່າຝັນຕົກຖ້ວມປະມານສອງແມັດ ຄືຄືນມື້ນີ້ ຮອດປັດຈຸບັນນີ້ຖືວ່ານໍ້າຍັງຖ້ວມຢູ່ ຖ້ວມປະມານ ສອງແມັດຂຶ້ນຕື່ມ ຖ້ວມຢູ່ເຂດບ້ານ ເຂດເທສບານນີ້ແຫລະ ເມືອງຮ້ຽມນີ້ເຈົ້າ ລົງໄປຫາບ້ານກຸ່ມດາວເຮືອງໜັກກວ່າໝູ່ ຫັ້ນນະ ຊຸດນັ້ນ ຊຸດທີສາມນໍ ຫາກໍ່ຖ້ວມ."
ທ່ານເວົ້າວ່າ ນັບແຕ່ເລີ້ມຣະດູຝົນມານີ້ ເຂດເມືອງຮ້ຽມຖືກນໍ້າຖ້ວມມາແລ້ວສອງເທື່ອ ຖ້ວມຄັ້ງທໍາອິດຄືກາງເດືອກໍຣະກະດາ ທີ່ຜ່ານມາ. ຖ້ວມເທື່ອທີສອງແມ່ນຕົ້ນເດືອນສິງຫານີ້ ແລະປັດຈຸບັນນໍ້າຖ້ວມອີກເປັນເທື່ອທີສາມ ຫລັງຈາກຝົນຕົກໜັກ ສອງມື້ ຕິດຕໍ່ກັນ.
ທ່ານເວົ້າຕື່ມອີກວ່າ ເຫດການພັຍນໍ້າຖ້ວມສາມຄັ້ງນີ້ ມີປະຊາຊົນໄດ້ຮັບຜົລກະທົບ ຫລາຍຮ້ອຍຄອບຄົວ ຫລືອາຈຫລາຍກວ່ານັ້ນ ຫາກລົງເກັບກໍາຂໍ້ມູນໄດ້ທຸກບ່ອນ ແຕ່ສ່ວນໃຫຍ່ຈະຖ້ວມນາປະຊາຊົນ, ບໍ່ໄດ້ຖ້ວມບ້ານເຮືອນຫຼາຍປານໃດ. ມີແຕ່ຖ້ວມ ບ້ານເຮືອນ ຈໍານວນນຶ່ງ ໃນເຂດບ້ານສໍາພັນທອງ, ບ້ານທ່າທຽມ, ບ້ານໜອງປາແລະກຸ່ມບ້ານດາວເຮືອງ ທີ່ໄດ້ຮັບຄວາມເສັຍຫາຍ ຫລາຍກວ່າ ບ້ານອື່ນໆ.
ນາປະຊາຊົນຖືກນໍ້າຖ້ວມ 111 ເຮັກຕາ, ຖ້ວມໄຮ່ເຂົ້າ 52 ເຮັກຕາ, ໄຮ່ສາລີ 52 ເຮັກຕາ ຖ້ວມໜອງປາ 159 ໜອງ ແລະສັດລ້ຽງ ຈໍານວນນຶ່ງເສັຍຫາຍ. ທ່່ານເວົ້າວ່າ ມາເຖິງປັດຈຸບັນ ກໍຍັງບໍ່ເຫັນວ່າ ນໍ້າຈະບົກລົງ ເພາະຝົນຍັງຕົກໜັກຢູ່:
"ໂອຍ ອັດຽວນີ້ຍັງບໍ່ຮູ້ຄໍາຕອບເນາະ ເພາະວ່າດຽວນີ້ຫັ້ນຝົນກໍາລັງຕົກໜັກຢູ່ຫັ້ນນະດຽວນີ້ນະ ກະຕົກແຕ່ມື້ຄືນນີ້ນີ ແລ້ວນໍ້າມັນກໍຂຶ້ນ ແຕ່ມື້ຄືນມານີ້ແລ້ວ ບໍ່ມີທ່າທີຈະຫລຸດເລີຍນະນໍ ກໍຍັງຊໍ່າເກົາ."
ປັດຈຸບັນ ທາງການເມືືອງຮ້ຽມແລະແຂວງຫົວພັນ ກໍາລັງກຽມຣາຍງານຜົລເສັຍຫາຍທັງໝົດ ສົ່ງໃຫ້ຄນະກັມການປ້ອງກັນພັຍພິບັດ ແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເພື່ອພິຈາຣະນາແບ່ງງົບປະມານ ມາຊ່ອຍເຫລືອຜູ້ໄດ້ຮັບຜົລກະທົບ ແຕ່ກໍບໍ່ຮູ້ວ່າ ຈະໄດ້ຫລືບໍ່.