ກອງປະຊຸມສະພາບແວດລ້ອມ ອາຊຽນ

ມະນີຈັນ
2014.10.31
F-image2 ກອງປະຊຸມສະພາບແວດລ້ອມ ອາຊຽນ
RFA

 

ກອງປະຊຸມ ຣັຖມົນຕຣີ ປະເທດ ອາຊຽນ ເຣື້ອງ ສະພາບ ແວດ ລ້ອມ ຄັ້ງທີ 15 ໄຂຂຶ້ນ ຢ່າງ ເປັນ ທາງການ ໃນ ວັນ ພະຫັດ ນີ້ ທີ່ ນະຄອນ ຫຼວງ ວຽງຈັນ. ຮອງນາຍົກ ຣັຖມົນຕຣີ ລາວ ອາຊາງ ເລົາລີ ປະທານ ຄນະ ກັມມະການ ແຫ່ງຊາດ ດ້ານສະພາບ ແວດ ລ້ອມ ກ່າວເປີດ ກອງປະຊຸມ ໂດຍເນັ້ນເຖິງ ການ ປ່ຽນແປງ ຢ່າງ ໄວວາ ຂອງ ພາກພື້ນ ອາຊຽນ ຊຶ່ງ ສາມາດ ນຳ ໄປສູ່ ການຊຸດ ໂຊມ ຂອງ ຣະບົບ ນິເວດ ແລະ ຊັພຍາກອນ ປ່າໄມ້ ຫາກບໍ່ມີ ມາຕການ ປ້ອງກັນ ທີ່ ເໝາະສົມ.

ການປ່ຽນແປງ ນັ້ນ ທ່ານ ອາຊາງ ເລົາລີ ຊີ້ແຈງວ່າ ຕົ້ນຕໍແລ້ວ ກໍຮວມທັງ ການ ຂຍາຍໂຕ ຢ່າງໄວວາ ຂອງ ປະຊາກອນ ການ ຂຍາຍໂຕ ທາງ ເສຖກິດ ໃນ ຂແນງການ ທີ່ສ່ຽງ ທີ່ບໍ່ ກ່ຽວຂ້ອງ ກັບ ການສ້າງ ວຽກເຮັດ ງານທຳ ແລະ ສ້າງໃຫ້ມີ ຣາຍໄດ້ ສຳ ລັບ ຄົນ ທຸກຍາກ ຮວມເຖິງ ການ ຍ້າຍຖິ່ນຖານ ທີ່ເພີ່ມຂຶ້ນ ຈາກ ຊົນນະບົດ ເຂົ້າສູ່ ຕົວເມືອງ ຮວມ ຢູ່ດ້ວຍ.

ປັຈຈຸບັນ ບັນດາ ປະເທດ ສະມາຊິກ ອາຊຽນ ບໍ່ທັນມີ ກົດໝາຍ ສິ່ງແວດລ້ອມ ທີ່ມີ ມາຕຖານ ດຽວກັນ ເທື່ອ. ແລະ ສປປລາວ ກໍກຳລັງ ທົບທວນ ກົດໝາຍ ສະພາບ ແວດລ້ອມ ເພື່ອ ໃຫ້ ໄດ້ມາຕຖານ ສູງຂຶ້ນ ແຕ່ບໍ່ເປັນ ທີ່ແນ່ນອນ ເທື່ອວ່າ ຈະເປັນ ມາຕຖານ ດຽວກັນ ຫລືບໍ່.

ໃນ ມື້ດຽວກັນ ນີ້ ກໍມີ ກອງປະຊຸມ ປະເທດ ສະມາຊິກ ກ່ຽວກັບ ຂໍ້ຕົກລົງ ອາຊຽນ ວ່າດ້ວຍ ມົລພິດ ໝອກຄວັນ ຂ້າມແດນ ຄັ້ງທີ່ 10 ຊຶ່ງ ຣັຖມົນຕຣີ ອາຊຽນ ໄດ້ຮັບຟັງ ຣາຍງານ ກ່ຽວກັບ ໂຄງການ ເພື່ອ ເສີມຂຍາຍ ມາຕການ ປ້ອງກັນ ໝອກຄວັນ ໃນ ພາກພື້ນ.

ຣັຖມົນຕຣີ ແຫລ່ງ ຊັພຍາກອນ ທັມມະຊາດ ແລະ ສິ່ງ ແວດລ້ອມ ຂອງລາວ ໜູລິນ ສິນບັນດິດ ກ່າວວ່າ ບັນດາ ປະເທດ ພາຄີ ຂໍ້ຕົກລົງ ອາຊຽນ ວ່າດ້ວຍ ໝອກຄວັນ ຂ້າມແດນ ນັ້ນ ຈຳຕ້ອງມີ ຄວາມ ສາມາດ ໃນການ ວິເຄາະ ສະພາບການ ແລະ ອອກ ມາຕການ ສະກັດ ກັ້ນ ເພື່ອ ຫລຸດຜ່ອນ ຜົລຮ້າຍ ຈາກ ໝອກຄວັນ ໃຫ້ຢູ່ໃນ ຣະດັບ ຕ່ຳສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.