ເຣື້ອງນໍ້າຖ້ວມຊາວລາວ ຄິດຕ່າງ ຈາກ ທ່ານ ຣັຖມົນຕຣີ
2019.10.01

ເມື່ອວັນທີ 28 ກັນຍາ ຜ່ານມານີ້ ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີກະຊວງ ການຕ່າງປະເທດລາວ ໄດ້ປາໃສຕໍ່ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 74 ທີ່ ນະຄອນນິວຢັອກ ສະຫະຣັຖອາເມຣິກາ ວ່າໄພນໍ້າຖ້ວມ ໃນລາວ ເກີດຈາກຝົນຕົກໜັກ ອັນເປັນຜົນມ າຈາກພາຍຸຄຸໂດ ບໍ່ໄດ້ເວົ້າເຖິງເຣື່ອງ ເຂື່ອນໄຟຟ້າໃດໆ.
ຕໍ່ຄໍາເຫັນຂອງທ່ານນັ້ນ ຊາວລາວທ່ານນຶ່ງ ເຫັນວ່າສາເຫດນຶ່ງສໍາຄັນ ທີ່ເຮັດໃຫ້ເກີດນໍ້າຖ້ວມຢູ່ລາວປີນີ້ ເປັນຍ້ອນການສ້າງເຂື່ອນໃນລາວ ທັງເຂື່ອນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຕ່າງໆ ບໍ່ແມ່ນນການປ່ຽນແປງ ຂອງດິນຟ້າອາກາດ ພຽງເທົ່ານັ້ນ:
"ເຮັດເຂື່ອນຈັກເທົ່າໃດເຂື່ອນ ປ່າໄມ້ນີ້ເທົ່າໃດ ກ່ອນນໍ້າສິຖ້ວມ ໄປຖີ້ມໃສ່ທັມຊາດ ແລ້ວທັມຊາດແມ່ນໃຜ ທໍາລາຍ ຝົນຕົກບໍ່ມີສິ່ງທີ່ດູດດຶງ ນໍ້າເດ໊ ມັນເປັນແນວນັ້ນເຣື່ອງ ຄວາມເປັນຈິງ."
ທ່ານເວົ້າຕື່ມວ່າ ແມ່ນຢູ່ການປ່ຽນແປງ ຂອງດິນຟ້າອາກາດ ມີສ່ວນເຮັດໃຫ້ເກີດນໍ້າຖ້ວມແທ້ ແຕ່ສິ່ງນຶ່ງທີ່ທາງການລາວ ປະຕິເສດບໍ່ໄດ້ຄື ການສ້າງເຂື່ອນ ກໍມີສ່ວນນໍາດ້ວຍ ແລະ ເຊື່ອວ່າ ຍິ່ງມີການສ້າງເຂື່ອນ ຫລາຍເທົ່າໃດ ໄພນໍ້າຖ້ວມກໍຍັງຈະ ໜັກໜ່ວງຂຶ້ນ ໃນຂັ້ນຕໍ່ໄປ.
ໃນຂນະທີ່ເຈົ້າໜ້າທີ່ ທາງການແຂວງສະຫວັນນະເຂດ ທ່ານນຶ່ງ ທີ່ຢູ່ເຂດນໍ້າຖ້ວມ ກໍເວົ້າວ່າໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ແລະ ແຂວງອື່ນໆທາງພາກໃຕ້ ບໍ່ແມ່ນເກີດຈາກ ການສ້າງເຂື່ອນ ຫາກເກີດຈາກໄພທັມຊາດ ແລະການປ່ຽນແປງ ຂອງ ສະພາບອາກາດ:
"ມັນສິບໍ່ແມ່ດອກ ເຂດເຮົາເປັນເຂດອ່າງໂຕ່ງ ຢູ່ແລ້ວເນາະ ເພາະວ່າລະບົບບ້ານເຮົານີ້ ມັນເປັນອ່າງໂຕ່ງສຸດທ້າຍ ລົງສູ່ແມ່ນໍ້າຂອງ ແລ້ວປີນີ້ກະເປັນປີ ຄົບຮອບ 40 ປາຍປີ ນໍາ ປີນີ້ກະຖືວ່າຂ້ອນຂ້າງວ່າໜັກ."
ທາງດ້ານນັກວິຊາການໃນລາວ ທ່ານນຶ່ງ ທີ່ປະປະສົງອອກຊື່ ກໍບອກວ່າໄພນໍ້າຖ້ວມໃນລາວປີນີ້ ບໍ່ໄດ້ເກີດຈາກການປ່ອຍນໍ້າ ຂອງ ເຂື່ອນ ແຕ່ເກີດຈາກພາຍຸທີ່ໜັກໜ່ວງ ກວ່າປີ ຜ່ານມາ:
"ສ່ວນຫລາຍບໍ່ແມ່ນປ່ອຍນໍ້າຈາກ ເຂື່ອນ ເປັນທັມຊາດລ້ວນໆ ຢູ່ສະຫວັນ ຢູ່ສາລະວັນ ກະບໍ່ມີເຂື່ອນຈັກໂຕ ມັນບໍ່ແມ່ນເຂື່ອນ ເປັນຝາຍ ນໍ້າລົ້ນຊື່ໆ ມັນມີຢູ່ເຊເຊັດ ເຊເຊັດມັນຢູ່ເທິງ ພູພຸ້ນ ມັນຢູ່ໃຕ້ສາລະວັນຊື່ໆ ເວລາອັນນັ້ນນໍ້າໂຕນີ້ ມັນອອກຈາກພາຍຸ ໂທນາໂດ ມັນເຂົ້າວຽດ ເນາະ ມັນກະຕົກໃສ່ຄູ ຄັນຄູນໍ້າມາລົງບາດດຽວ.
ເກີດໄພນໍ້່າຖ່ວມຢ່າງໜັກໜ່ວງຢູ່ 6 ແຂວງພາກໃຕ້ຂອງລາວ ໃນຣະຫວ່າງວັນທີ 3 ຫາ 19 ກັນຍາ ຜ່ານມານີ້ ເຮັດໃຫ້ປະຊາຊົນໄດ້ຮັບ ຜົນກະທົບທັງໝົດ 6 ແສນປາຍຄົນ, ເນື້ອທີ່ນາເສັຽຫາຍຫລາຍເຖິງ 2 ແສນປາຍເຮັກຕາ.