ຊາວບ້ານຢູ່ຫົງສາຂາດທີ່ ທໍາກິນ
2017.02.23
ປະຊາຊົນ ບ້ານໜອງຫຼວງ ເມືອງຫົງສາ ແຂວງໄຊຍະບູຣີ ຜູ້ທີ່ຢູ່ໃກ້ກັບ ໂຮງໄຟຟ້າ ຫົງສາລິກໄນ ທີ່ບໍ່ຖືກ ໃຫ້ໂຍກຍ້າຍ ຂາດທີ່ດິນ ທຳມາຫາກິນ ຍ້ອນວ່າ ໂຄງການ ໄຟຟ້າຫົງສາ ໄດ້ເອົາທີ່ດິນ ບ່ອນທຳມາຫາກິນ ຂອງພວກຂະເຈົ້າ ໄປສ້າງເປັນ ບ້ານຈັດສັນ ໃຫ້ ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ຈາກໂຄງການ ດັ່ງກ່າວ. ໃນປັດຈຸບັນ ອຳນາດ ການປົກຄອງ ທ້ອງຖິ່ນ ແລະ ບໍຣິສັດໄຟຟ້າ ກໍບໍໄດ້ ແກ້ໄຂບັນຫາ ໃຫ້ພວກຂະເຈົ້າ.
ຊາວບ້ານທ່ານນຶ່ງເວົ້າວ່າ ດິນທີ່ທາງໂຄງການ ຈັດສັນ ໃຫ້ຊາວບ້ານ ໃຫມ່ນັ້ນ ກໍບໍ່ມີເສັ້ນທາງ ໄປຮອດ ແລະກໍບໍ່ເປັນບ່ອນ ທີ່ເຫມາະສົມ ໃນການປູກຝັງ ທາງໂຄງການ ສ້າງຖນົນໄປຮອດ ແຕ່ບ້ານຈັດສັນໃຫມ່ ເທົ່ານັ້ນ ແຕ່ບໍ່ໄປຮອດດິນ ຈັດສັນ ທີ່ທາງໂຄງການ ຫາໃຫ້. ເປັນການວາງແຜນ ທີ່ຜິດ ຂອງກຸ່ມນັກລົງທຶນ ໃນໂຄງການ ດັ່ງກ່າວ:
"ເຂົາຜິດແຜນຕົວນີ້ນີ້ ຄຳວ່າຜີດແຜນ ເຂົາເຈາະທາງບ້ານ ເຮົາເດ່ ແລະບ້ານຈັດສັນເດ່ ມັນຖືກສອງລູນີ້ ເຂົາແທກດິນ ໄປແລ້ວ ຜົນສຸດ- ທ້າຍແລ້ວ ບ້ານເຮົາ ຄືວ່າບໍ່ໄດ້ດິນ ບ່ອນນັ້ນ ບ້ານເຮົາຖືກໄດ້ດິນ ບ່ອນອື່ນ ຫາກບໍ່ເຈາະ ທາງຣົດໃຫ້ ຫາກວ່າ ບໍ່ມີ ທາງລົດ".
ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງໂຮງໄຟຟ້າ ຫົງສາລິກໄນ ແຕ່ບໍ່ມີຄຳຕອບ ຈາກ ເຈົ້າຫນ້າທີ່ ໃນບັນຫາດັ່ງກ່າວ. ໂຄງການ ໄຟຟ້າ ຫົງສາ ມີປະຊາຊົນ ໄດ້ຮັບຜົລກະທົບ 19 ບ້ານ ໂດຍແບ່ງເປັນ 3 ກຸ່ມ ຄື: 1.ກຸ່ມທີ່ຖືກ ຜົລກະທົບ ທັງບ່ອນຢູ່ ອາສັຍ ແລະ ບ່ອນທໍາ- ການຜລິດ ມີ 5 ບ້ານ. 2.ກຸ່ມທີ່ບໍ່ມີດິນ ໃນການຜລິດ ມີ 12 ບ້ານ. 3.ກຸ່ມທີ່ໄດ້ຮັ ບຜົລກະທົບ ຈາກສອງກຸ່ມ ຂ້າງເທິງ ຍ້ອນທາງໂຄງ- ການ ມາເອົາດິນ ຂະເຈົ້າໄປ ປຸກສ້າງ ໃຫ້ກຸ່ມດັ່ງກ່າວ ດັ່ງບ້ານໜອງຫຼວງ ໃນປັດຈຸບັນ.