ສະຖິຕິບໍຣິໂພກສິ່ງມຶນເມົາ ຢູ່ ລາວ
2015.01.05

ປັດຈຸບັນ ປະຊາກອນ ລາວ 3 ສ່ວນ 4 ໃນ ຈໍານວນ 6 ລ້ານ ກວ່າຄົນ ດື່ມ ເຄື່ອງດື່ມ ທີ່ ມີທາດເຫລົ້າ ນັ້ນ ເຫັນວ່າ ຢູ່ໃນ ອັດຕຣາ ສູງ ທີ່ສຸດ ໃນກຸ່ມ ປະເທສ ອາຊຽນ, ສູງກວ່າ ວຽດນາມ ຊຶ່ງ ມີ ປະຊາກອນ ຫລາຍ ກວ່າ 90 ລ້ານ ຄົນ. ຕາມຣາຍງານ ຂອງ ໜັງສືພິມ ຜູ້ຈັດການ ອອນລາຍ.
ດຣ.ເອກສະຫວ່າງ ວົງວິຈິດ ຣັຖມົນຕຣີ ກະຊວງ ສາທາ ຣະນະສຸຂ ຂອງລາວ ກ່າວວ່າ ສະພາບການ ຄວບຄຸມ ເຄື່ອງດື່ມ ທີ່ ມີທາດເຫຼົ້າ ຢູ່ລາວ ໃນຣະຍະ ຜ່ານມາ ໄດ້ ປະຕິບັດ ແຕ່ ບາງ ກິຈກັມ ທີ່ ກ່ຽວຂ້ອງ ກັບການ ຄວບຄຸມ ເຄື່ອງດື່ມ ທີ່ ມີທາດເຫລົ້າ ຊື່ງ ບໍ່ສະເພາະ ເຈາະຈົງ ແລະ ບໍ່ມີ ກົດໝາຍ, ບໍ່ມີ ຍຸທສາດ, ຣະບຽບການ ແລະ ມາຕການ ຄວບຄຸມ ທີ່ ຊັດເຈນ ເຂັ້ມງວດ. ທ່ານວ່າ ການອອກ ກົດ ໝາຍ ວ່າດ້ວຍ ການຄວບຄຸມ ເຄື່ອງດື່ມ ທີ່ ມີທາດເຫລົ້າ ແມ່ນ ຈໍາເປັນ ທີ່ສຸດ ຊຶ່ງໃນນັ້ນ ໄດ້ກໍານົດ ໄວ້ທັງ ມາຕການ ຕໍ່ ຜູ້ຣະເມີດ ນໍາດ້ວຍ.
ໃນຂນະ ດຽວກັນ ກໍມີການ ຄາດກັນວ່າ ສິ່ງ ດັ່ງກ່າວ ອາຈເຮັດ ໃຫ້ການ ຊື້-ຂາຍ ເຄື່ອງດື່ມ ປະເທດ ນີ້ ຍາກຂຶ້ນ ແລະ ມີຣາຄາ ແພງ ຂຶ້ນ. ຈາກການ ສໍາຣວດ ຂອງ ກະຊວງ ສາທາ ຣະນະສຸຂ ຂອງລາວ ໃນນຶ່ງປີ ທີ່ ຜ່ານມາ ພົບວ່າ ມີຊາວລາວ ເຖິງ 75 ສ່ວນຮ້ອຍ ດື່ມ ເຄື່ອງດື່ມ ທີ່ ມີທາດເຫລົ້າ ເປັນຕົ້ນເບັຍ. ໃນນັ້ນ 32 ສ່ວນຮ້ອຍ ດື່ມ ເປັນປະຈໍາ ແລະ 68 ສ່ວນຮ້ອຍ ດື່ມ ບາງໂອກາດ. ໜັງສືພິມ ລາວ ພັທນາ ຣາຍງານ ວ່າ 6 ສ່ວນຮ້ອຍ ດື່ມ ຢ່າງໜ້ອຍ ອາທິດ ນຶ່ງ 5 ເທື່ອ.
ສາເຫດ ທີ່ ເຮັດໃຫ້ ຊາວລາວ ດື່ມ ສິ່ງ ທີ່ມຶນເມົາ ຫລາຍ ກໍຍ້ອນວ່າ ສາມາດ ຫາຊື້ໄດ້ ງ່າຍ; 85 ສ່ວນຮ້ອຍ ຂອງ ຮ້ານຄ້າ ທີ່ຈໍາໜ່າຍ ແມ່ນ ຢູ່ບໍ່ໄກຈາກ ບ້ານເຮືອນ ຂອງ ປະຊາຊົນ.