ການນໍາໃຊ້ປຸຍເຄມີ ຢູ່ລາວ ຍັງຊະຊາຍ
2018.11.27
ປີ 2018 ກໍາລັງຈະຜ່ານພົ້ນໄປ ແລະຈະກ້າວສູ່ປີ 2019, ແຕ່ບັນຫາ ທີ່ຍັງຈະກະທົບຕໍ່ປະຊາຊົນ ແລະເປັນສິ່ງທ້າທາຍ ຕໍ່ຣັຖບານ ນັ້ນກໍຄື ບັນຫາ ສິ່ງແວດລ້ອມ ຈະບໍ່ຜ່ານໄປ ຢ່າງແນ່ນອນ.
ການປ່ອຍນ້ຳເສັຍລົງໃສ່ແມ່ນ້ຳ ມີຫາຍກໍຣະນີ ທີ່ເກີດຂຶ້ນ:
1-ເກີດຂຶ້ນຢູ່ເມືອງເມືອງເຊໂປນ ແຂວງ ສວັນນະເຂດ ຍ້ອນວ່າ ໂຮງງານຜລິດເຈັ້ຍ ຊັນເປເປີ ຂອງຈີນ ໄດ້ປ່ອຍນ້ຳເສັຍລົງໃສ່ຫ້ວຍນ້ຳ ເຮັດໃຫ້ນ້ຳຢູ່ໃນຫ້ວຍກະລອງ ມີກິນເໝັນ ແລະປະຊາຊົນບໍ່ສາມາດນຳໃຊ້ນ້ຳໄດ້. ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງ ເມືອງເຊໂປນ ເຄີຍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:
"ປະຊຸມລ້າສຸດເມື່ອ ວັນທີ 06 ເດືອນ 07 ຂະເຈົ້າຂໍເວລາໃນ 15 ມື້ ແຕ່ວ່າຄນະກັມມະການ ທາງເມືອງທາງແຂວງ ກະໄດ້ຕົກລົງວ່າ ໃນຣະຍະ 15 ມື້ນີ້ທີ່ຂະເຈົ້າຂໍ ຖ້າວ່າມີກິ່ນຖືວ່າບໍ່ ໄດ້ໃຫ້ມັນຫຼຸດລົງເນາະ ຖືວ່າພາກຣັຖໄທເຮົາບໍ່ໄດ້ນີ້ງນອນໃຈ ມີແຕ່ວ່າ ສເນີໃຫ້ທາງ ບໍຣິສັດປັບປຸງ ແກ້ໄຂໂດຍດ່ວນ."
ໂຮງງານດັ່ງກ່າວເລີ້ມທົດລອງການຜລິດ ຕັ້ງແຕ່ວັນທີ 21 ເດືອນພຶສພາ ໄປຈົນຮອດວັນທີ 20 ເດືອນສິງຫາປີນີ້, ແຕ່ໂຮງງານໄດ້ສົ່ງກິ່ນ ເໝັນແຮງ ໃນຣັສມີ 7 ກິໂລແມັດ,
2- ແມ່ນເກີດຂຶ້ນຢູ່ສວນກ້ວຍຈີນ ໄດ້ປ່ອຍນ້ຳລົງໃສ່ນ້ຳຕອນ ຢູ່ເມືອງສັງທອງ ນະຄອນຫລວງວຽງ ເຮັດໃຫ້ປາຕາຍທີ່ເກັບມາໄດ້ນັ້ນ ຫລາຍກ່ວາ 300 ກິໂລກຼັມ, ເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 8 ພຶສຈິກາ ທີ່ຜ່ານມາ. ຕໍ່ມາໃນວັນທີ 12 ພຶສຈິກາ, ທາງຫ້ອງການ ເມືອງສັງທອງ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ຫ້າມປະຊາຊົນ ນຳເອົາປາຕາຍ ຢູ່ ນ້ຳຕອນມາກິນມາຂາຍ ຢ່າງເດັດຂາດ.
ເຈົ້າຂອງສວນກ້ວຍທີ່ເປັນຄົນຈີນ ກໍໄດ້ອອກມາຍອມຮັບວ່າ ເປັນຍ້ອນສານເຄມີ ຈາກສວນກ້ວຍ ແລະ ສະແດງຄວາມຮັບຜິດຊອບ ຕໍ່ສິ່ງທີ່ເກີດຂຶ້ນ ອີງຕາມການລາຍງານຂອງສື່ ທາງການລາວ.
3- ແມ່ນເກີດຂຶ້ນໃນຕົ້ນເດືອນພືສຈິກາ ໂຄງການລົດໄຟ ລາວ-ຈີນ ໄດ້ປ່ອຍນຳເສັຍຈາກການຂຸດອຸມົງ ລົງໃສ່ນ້ຳຊອງ ຊຶ່ງເປັນແຫ່ງ ທ່ອງທ່ຽວ ຂອງ ເມືອງວັງວຽງ ແຂວງວຽງຈັນ ແລະ ເຮັດໃຫ້ນ້ຳຊອງເປັນສີດຳ-ເປື້ອນເປິ.
4- ແມ່ນເກີດຂຶ້ນຢູ່ໂຮງງານອິ້ວກາເຟ ຂອງ ບໍຣິສັດກິ່ມແຫງມ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ປ່ອຍນໍ້າເສັຍ ລົງໃສ່ຫ້ວຍນ້ຳ ເຮັດໃຫ້ເກີດກິ່ນເໝັນ ແລະສ້າງຄວາມເປີເປື້ອນ ໃຫ້ແກ່ຊຸມຊົນຢູ່ໃນເຂດດັ່ງກ່າວ. ແລະ ຫລ້າສຸດເມື່ອອາທິດຜ່ານມາ ທາງການແຂວງ ຈຳປາສັກ ກໍໄດ້ມີຄຳສັ່ງ ໃຫ້ໂຮງງານດັ່ງກ່າວ ຢຸດເຊົາການຜລິດ ເພື່ອແກ້ໄຂເລື້ອງບັນຫານ້ຳເສັຍ.
5- ແມ່ນເລື້ອງຟາມໝູ ຢູ່ບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ກໍ່ໃຫ້ເກີດມີກິ່ນເໝັນ ໄປສູ່ປະຊາຊົນອ້ອມຂ້າງ. ປັຈຈຸບັນ ນໍ້າເສັຍຈາກຟາມໝູ ບໍ່ໄດ້ໄຫລລົງ ໃສ່ຄອງເໝືອງອີກແລ້ວ, ມີແຕ່ກິ່ນເຫມັນແຮງ ທີ່ຍັງຣົບກວນ ປະຊາຊົນ ທັງກາງເວັນ ກາງຄືນ, ສ້າງຄວາມເດືອດຮ້ອນໃຫ້ຊາວບ້ານ ມາໄດ້ຫລາຍເດືອນແລ້ວ ອີງຕາມຂໍ້ມູນຈາກປະຊາຊົນ. ປະຊາຊົນກ່າວຕໍ່ເອເຊັຍເສຣີ ວ່າ ນັກລົງທຶນຈີນ ໄດ້ມາສັມປະທານດິນ ເຮັດຟາມໝູ ຢູ່ບ້ານສົງເປືອຍໃຕ້ ປະມານ 8 ປີແລ້ວ.
ນອກຈາກຟາມໝູແຫ່ງນີ້ແລ້ວ ເຂົາຍັງເຮັດຟາມໝູອີກຫລາຍແຫ່ງ ຮວມທັງຢູ່ບ້ານສົງເປືອຍເໜືອ, ບ້ານໂພນຊໍາ ແລະບ້ານອື່ນໆອີກ.
ສະມາຊິກສະພາແຫ່ງຊາດ ມີການອະພິປາຍກ່ຽວກັບເລຶ້ື້ອງບັນຫາສິ່ງແວດລ້ອມ:
ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ກຳລັງດຳເນີນໄປ ໃນວັນທີ 26 ພືສຈິກາ, ບັນດາສະມາຊິກ ສະພາແຫ່ງຊາດ ກໍໄດ້ຕັ້ງກະທູ້ຖາມ ກະຊວງທີ່ກ່ຽວຂ້ອງກ່ຽວກັບມາດຕະການ ການແກ້ໄຂບັນຫາ ສິ່ງແວດລ້ອມ.
ໃນຕອນນຶ່ງ, ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງຊັພຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ໄດ້ກ່າວຢ້ຳວ່າ ພວກໂຮງງານ ຫລື ຫົວໜ່ວຍທຸຣະກິດ ທີ່ປ່ອຍນ້ຳເສັຍ ຕ້ອງໃຫ້ຢຸດເຊົາທັນທີທັນໃດ. ດັ່ງ ທ່ານກ່າວຕອນນຶ່ງວ່າ:
"ຖ້າວ່າ ມີໂຄງການໃດ ທີ່ວ່າ ສົ່ງກິ່ນເໝັນເບາະ ເຮັດໃຫ້ປາຕາຍອີ່ຫຍັງຫັ້ນນ່າ ເດັດຂາດຕ້ອງໃຫ້ຢຸດ ພວກຂ້າພະເຈົ້າກຳລັງຄົ້ນຄວ້າ ຈະມີກົນໄກເບາະ ແມ່ນຫຍັງຫັ້ນນ່າ ອະນຸຍາດ ໃຫ້ພະນັກງານລົງໄປກວດກາ ມີສິດສັ່ງໃຫ້ຢຸດ ເພາະວ່າພວກເຮົາ ຜ່ານມານີ້ ຂັ້ນຕອນ ສັ່ງຢຸດ ຂອງພວກເຮົາຍັງດົນໂພດ ເອົາໄປເອົາມາ ຊິໃສ່ໂທດພວກທີ່ເຮັດຜິດຫັ້ນ ຍັງຍາກກວ່າ ປະຕິບັດອັນນ່າ ຕໍ່ພວກທີ່ຖືກຕ້ອງໄດ້."
ນອກຈາກນີ້ ທ່ານ ສົມມາດ ພົນເສນາ ຍັງໄດ້ເວົ້າເລື້ອງກໍຣະນີ ບັນຫາມົລພິດ ທາງສິ່ງແວດລ້ອມ ຈາກໂຮງານຊິມັງ ວັງວຽງ ແຂວງວຽງຈັນ, ດັ່ງກ່າວ ທ່ານກ່າວ:
"ສະເພາະໂຮງງານຊິມັງເນາະ ການຂຸດຄົ້ນຫີນຜານີ້ ຂ້າພະເຈົ້າຄິດວ່າ ໂຮງງານນີ້ ກະມີແລ້ວ ແຕ່ດຽວນີ້ ຕ້ອງໄດ້ເລັ່ງທວງໃຫ້ ຜູ້ພັທນາຫັ້ນນ່າ ຕ້ອງຮັບປະກັນ ການປ່ອຍມົລພິດ ຫລືວ່າ ປ່ອຍຄວັນອີ່ຫຍັງຫັ້ນ ອາຍເສັຍຫັ້ນ ຕ້ອງໄດ້ຕາມມາຕຖານ ຄັນບໍ່ໄດ້ ລະຕ້ອງໄດ້ເຊົາໄດ໋."
ອັນນັ້ນເປັນບັນຫາເລື້ອງສິ່ງແວດລ້ອມ ທີ່ເກີດຂຶ້ນໃນປີ 2018 ນີ້ ແລະ ຣັຖບານກໍຮັບຮູ້ເລື້ອງນີ້, ສ່ວນວ່າ ຈະມີການແກ້ໄຂຫລືບໍ່ນັ້ນ ກໍຕ້ອງຖ້າມາຕການ ທີ່ຣັຖບານຈະດຳເນີນການ ໃນປີ 2019 ແລະໃຫ້ທຸກຄົນຖ້າເບິ່ງວ່າ ຈະເປັນແນວໃດ.