ສວນ-ໄຮ່ນາຊາວບ້ານນໍ້າຖ້ວມ ເສັຽຫາຍ

ນໍ້າຖ້ວມ ເມືອງບໍຣິຄັນ, ປາກກະດິງ ແລະ ທ່າພະບາດ ແຂວງບໍຣິຄໍາໄຊ ໃນປີ 2015
ນໍ້າຖ້ວມ ເມືອງບໍຣິຄັນ, ປາກກະດິງ ແລະ ທ່າພະບາດ ແຂວງບໍຣິຄໍາໄຊ ໃນປີ 2015 (Citizen Journalist)

0:00 / 0:00

ເນື້ອທີ່ສວນ ແລະໄຮ່ນາ ຂອງຊາວບ້ານ ໃນ ບໍຣິເວນ ບ້ານທ່າບໍ່ ແລະ ບ້ານສອງຄອນ ເມືອງປາກຊັນ ແຂວງ ບໍຣິຄຳໄຊ ໄດ້ຮັບ ຜົລ ກະທົບ ຈາກນ້ຳຊັນ ລົ້ນຝັ່ງ ໄຫລເຂົ້າຖ້ວມ ຖນົນຫົນທາງ ເນື້ອທີ່ສວນ ແລະນາ ຂອງຊາວບ້ານ ເສັຽຫາຍ ຢ່າງຫນັກ ບໍ່ສາມາດ ເກັບກ່ຽວ ຜົລຜລິດ ມາຂາຍໄດ້. ຊາວສວນ ຂາດຣາຍໄດ້ ມາເປັນເວລາ 10 ກວ່າວັນແລ້ວ. ດັ່ງ ປະຊາຊົນ ທ່ານນຶ່ງ ເວົ້າວ່າ:

"ແຕ່ວ່າສອງຄອນນີ້ ບໍ່ນ້ຳຖ້ວມ ບ້ານ ແຕ່ວ່າມັນ ຖ້ວມນາ ຜົນເສັຽຫາຍ ນີ້ແມ່ນຖ້ວມນາຫລາຍກວ່າ ບ້ານທ່າບໍ່ ນັ້ນຜົລກະທົບ ກໍຢາກວ່າ ກວ່າ 80% ນັ້ນແລ້ວ ສວນຫມາກເຜັດ ຫມາກເຂືອ ຕາຍຫມົດເລີຍ".

ທ່ານວ່າ ກ່ອນນ້ຳຖ້ວມ ປະຊາຊົນ ສາມາດເກັບເຄື່ອງປູກ ໄປຂາຍໄດ້ ວັນລະ ປະມານ 2-3 ແສນກີບ ແຕ່ຫລັງຈາກ ຖືກນ້ຳຖ້ວມ ບໍ່ມີ ຣາຍໄດ້ ເລີຍ ນອກຈາກ ເນື້ອທີ່ສວນແລ້ວ ເນື້ອທີ່ນາ ຂອງ ປະຊາຊົນ ກໍເສັຽຫາຍ ກວ່າ 20%, ທີ່ ບ້ານສອງຄອນ ມີດິນນາ ເສັຽຫາຍ ຖືກນ້ຳຖ້ວມ ປະມານ 1 ຮ້ອຍກວ່າ ເຮັກຕາ ແລະ ສວນຜັກ ເສັຽຫາຍກວ່າ 70 ເຮັກຕາ.

ທ່ານວ່າ ທີ່ ບ້ານສອງຄອນ ນ້ຳຖ້ວມ ຖືວ່າເປັນ ປົກກະຕິ ໃນແຕ່ລະປີ ຍ້ອນວ່າ ເປັນພື້ນທີ່ຕ່ຳ ເມື່ອປີກາຍ ບ້ານສອງຄອນ ຖືກນ້ຳຖ້ວມ ສູງເຖິງ 2 ແມັດ ເປັນເວລາ 7 ວັນ. ສຳລັບ ການແກ້ໄຂ ບັນຫາ ນ້ຳຖ້ວມນັ້ນ ທ່ານວ່າ ຢາກໃຫ້ ທາງການ ເຂົ້າມາຊ່ອຍ ເຫລືອ:

"ທາງເຈົ້າເມືອງໆປາກຊັນ ເຮົາໄດ້ ພິຈາຣະນາ ແກ້ໄຂ ແຕ່ວ່າ ບໍ່ຮູ້ວ່າເພິ່ນ ຊິໄດ້ປານໃດ ມັນບໍ່ມີ ງົປມານຊັ້ນແລ້ວ ແລ້ວກໍປ້ອງກັນ ມັນກໍຕ້ອງ ໃຊ້ທຶນສູງ ທາງເຮົາ ເປັນທາງຕ່ຳ ພວກເຮົາ ໃຊ້ຍົກດິນສູງ".

ບ້ານສອງຄອນ ມີປະຊາຊົນ ອາສັຍຢູ່ ປະມານ 155 ຄອບຄົວ ມີປະມານ 806 ຄົນ ສະພາບນ້ຳຖ້ວມ ໃນວັນທີ 10-14 ກໍຣະກະດາ ເຮັດໃຫ້ ບ້ານ ດັ່ງກ່າວ ຖືກຕັດຂາດ ຈາກ ພາຍນອກ ເປັນເວລາ ສອງ-ສາມ ມື້.