ເຄມີຈາກສວນໝາກມ່ວງ ກະທົບ ຊາວບ້ານ
2018.11.28

ຊາວເມືອງປາກກະດິງ ແຂວງບໍຣິຄຳໄຊ ໄດ້ຮັບຜົນກະທົບໜັກ ຈາກການນຳໃຊ້ສານເຄມີ ເກີນມາຕຖານກຳນົດ ຢູ່ສວນໝາກມ່ວງຂອງ ບໍຣິສັດ ຊຽງຕາລີ ຂອງຈີນ ຍ້ອນວ່າສານເຄມີ ຈາກສວນໝາກມ່ວງ ທີ່ຕົກຄ້າງເຫຼົ່ານັ້ນ ໄຫຼລົງສູ່ຫ້ວຍນໍ້າ ເວລາຝົນຕົກ ເຮັດໃຫ້ນໍ້າໃນຫ້ວຍ ທີ່ປະຊາຊົນຫຼາຍບ້ານໃຊ້ເປັນປະຈຳ ໃຊ້ການບໍ່ໄດ້, ດັ່ງເຈົ້າໜ້າທີ່ ທ້ອງຖິ່ນຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 27 ພຶສຈິການີ້ວ່າ:
“ສວນໝາກມ່ວງ ຂອງ ບໍຣິສັດ ຊຽງຕາລີ ປູກໄດ້ 5-6 ປີ ຂະເຈົ້ານຳໃຊ້ເວົ້າເລື້ອງຢາຂ້າຫຍ້າຫັ້ນແຫຼະ ຂະເຈົ້າກໍນຳໃຊ້ ຜົນກະທົບຫຼາຍແທ້ ຜົນກະທົບ ຕໍ່ປະຊາຊົນອັນແບບວ່າ ເວລານໍ້າຝົນບໍ່ ຍາມຝົນຍາມນັ້ນ ເວລາຝົນຕົກມານໍ້າໄຫຼໄປ ກໍ່ມັນກໍກະທົບຕໍ່ນໍ້າ ກະທົບຕໍ່ປະຊາຊົນ.”
ທ່ານກ່າວຕື່ມວ່າ ສວນດັ່ງກ່າວມີເນື້ອທີ່ປະມານ 1,100 ເຮັກຕ້າ ນັກລົງທຶນຈີນເຣີ້ມສຳປະທານ ເຮັດເປັນສວນໝາກໄມ້ ມາຕັ້ງແຕ່ປີ 2012 ແລ້ວ ໃນຣະຍະທຳອິດ ຂອງການສັມປະທານ ສວນແຫ່ງນີ້ເຄີຍປູກໝາກພ້າວ ແຕ່ຫຼັງຈາກຣາຄາຕົກ ເຈົ້າຂອງສວນ ຈຶ່ງຫັນປ່ຽນມາປູກ ໝາກມ່ວງ ແລະການປູກໝາກມ່ວງ ກໍມີການໃຊ້ສານເຄມີຫຼາຍ ເຮັດໃຫ້ຫ້ວຍນໍ້າອ້ອມຂ້າງສວນ ໃຊ້ການບໍ່ໄດ້ ອີກທັງດິນທຳການຜລິດ ຂອງປະຊາຊົນ ທີ່ຢູ່ອ້ອມຂ້າງສວນໝາກມ່ວງ ກໍເຊື່ອມຄຸນນະພາບໄປນຳ.
ບ້ານທີ່ໄດ້ຮັບຜົນກະທົບຈາກສວນດັ່ງກ່າວ ທ່ານວ່າມີຫຼາຍບ້ານ ແຕ່ບ້ານທີ່ກະທົບຫຼາຍທີ່ສຸດ ແມ່ນບ້ານນໍ້າເດື່ອ ຍ້ອນຢູ່ໃກ້ສວນຫຼາຍທີ່ສຸດ ແຕ່ວ່າມາຮອດປັດຈຸບັນ ກໍຍັງບໍ່ມີປະຊາຊົນ ເຈັບເປັນ ຈົນຕ້ອງໄດ້ເຂົ້າໂຮງໝໍ ຍ້ອນສານເຄມີເທື່ອ ດັ່ງທ່ານກ່າວ ຕື່ມວ່າ:
“ຜົນກະທົບຕໍ່ປະຊາຊົນແບບວ່າ ໄດ້ເຂົ້າໂຮງໝໍເປັນຂະບວນການ ກໍຍັງບໍ່ມີເທຶ່ອເດ້ ຍາມຝົນຍາມນັ້ນ ເວລາຝົນຕົກມານໍ້າໄຫຼໄປ ກໍວ່າ ສັດຕາຍບໍ ປາຕາຍ ກໍຍັງບໍ່ມີພໍປານໃດ.”
ກ່ຽວກັບຜົນກະທົບດັ່ງກ່າວ ເມື່ອອາທິດຜ່ານມາ ປະຊາຊົນໃນຫຼາຍບ້ານຢູ່ອ້ອມແອ້ມສວນ ກໍໄດ້ຣາຍງານບັນຫານີ້ ຕໍ່ ທ່ານ ສຸຸວັນນີ ໄຊຊະນະ ສະມາຊິກສະພາແຫ່ງຊາດ ແຂວງບໍຣິຄຳໄຊ ຊຶ່ງທັງເປັນປະທານສະພາແຂວງ ໃຫ້ຮັບຮູ້ແລ້ວ ແລະຊາວບ້ານ ກໍໄດ້ບອກວ່າ, ຜ່ານມາເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ກໍໄດ້ລົງໄປຕັກເຕືອນ ໃຫ້ນັກລົງທຶນ ໃຫ້ຫຼຸດຜ່ອນການໃຊ້ຢາຂ້າຫຍ້າ ໃຫ້ໜ້ອຍລົງຢູ່ໃນຂັ້ນ ມາຕຖານແຕ່ນັກລົງທຶນ ກໍບໍ່ໄດ້ປະຕິບັດຕາມ ຢ່າງຈິງຈັງເລີຍ.