ນໍ້າຖ້ວມເມືອງປາກທາ ຂ.ບໍ່ແກ້ວ
2017.10.27

ປະຊາຊົນ 6 ບ້ານ ໂດຍສະເພາະ ຢູ່ບ້ານກ້ອນຕີນ ບ້ານກຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ ກຳລັງໄດ້ຮັບ ຄວາມເດືອດຮ້ອນຫລາຍ ຍ້ອນຝົນຕົກໜັກ ເຮັດໃຫ້ນ້ຳຫ້ວຍໂຊກ ແລະ ນ້ຳຫ້ວຍໂຄດ ລົ້ນຕາຝັ່ງ ໄຫລຖ້ວມບ້ານເຮືອນ ຂອງປະຊາຊົນ.
ນ້ຳຖ້ວມໃນໄລຍະເກັບກ່ຽວ ເຮັດໃຫ້ເຂົ້າໃນນາ ຂອງປະຊາຊົນ ທີ່ຫາກໍ່ກ່ຽວແລ້ວ ຖືກນ້ຳໄຫລພັດເສັຍຫາຍ ຊຶ່ງເຫດການດັ່ງກ່າວ ເກີດຂຶ້ນ ວັນທີ 23 ຕຸລາ ທີ່ຜ່ານມາປັດຈຸບັນ ເຈົ້າໜ້າທີ່ກຳລັງ ລົງພື້ນທີ່ສຳຣວດ ຄວາມເສັຍຫາຍຢູ່. ດັ່ງເຈົ້າໜ້າທີ່ເມືອງປາກທາ ໄດ້ກ່າວໃນວັນທີ 26 ຕຸລາ ນີ້ວ່າ:
"ຫລາຍສົມຄວນໂອ໊ ເພາະວ່າ ຄິດໄລ່ເປັນເງິນແລ້ວ ປະມານ 100 ກວ່າລ້ານ ສັງລວມບໍ່ທັນແລ້ວເທື່ອ ຍັງອີກສອງບ້ານ ເກັບກ່ຽວແລ້ວ ນ້ຳຊຸນອງ ລະກະໄປໝົດເລີຍນະ ຝົນຕົກໜັກ ກະເລີຍວ່າ ນ້ຳໃຫຍ່ ນ້ຳຊຸນອງຫັ້ນ".
ທ່ານ ກ່າວຕື່ມອີກວ່າ ຫລ້າສຸດນ້ຳທີ່ຖ້ວມນາ ປະຊາຊົນ ບົກແລ້ວ ເຫລືອແຕ່ຂີ້ຕົມ ແຕ່ຍັງບໍ່ສາມາດສະຫລຸບໄດ້ເທື່ອວ່າ ເສັຍຫາຍເທົ່າໃດ ກັນແທ້. ຫລັງຈາກເກີດພັຍ ດັ່ງກ່າວ ປະຊາຊົນ ກໍຮຽກຮ້ອງໃຫ້ທາງການເຂົ້າມາ ຊ່ວຍເຫລືອ ໂດຍສະເພາະເຂົ້າກິນ ເພື່ອທົດແທນ ເຂົ້າ ທີ່ເສັຍຫາຍໄປ.
ໝູ່ບ້ານທີ່ໄດ້ຮັບຜົນກະທົບມີຄື ບ້ານຈຽງຕອງ, ບ້ານດົງ, ບ້ານປາງສາ, ບ້ານປາກໂຊະ, ບ້ານກີ້ນຕີນ ແລະ ບ້ານຫ້ວຍໂຄດ. ໃນຂະນະທີ່ ຈໍານວນບ້ານ ທີ່ໄດ້ຮັບຜົນກະທົບ ຍັງບໍ່ທັນສະຫລຸບ ຄວາມເສັຽຫາຍໄດ້.
ໃນເວລາດຽວກັນນັ້ນ ກໍຍັງເຮັດໃຫ້ທາງປູຢາງຢູ່ ເຂດບ້ານກ້ອນຕີນ ເມືອງປາກທາ ໄປຫາ ເມືອງໄຊຍະບູລີ ຖືກຕັດຂາດ ນຶ່ງຈຸດ ເຮັດໃຫ້ ການເດີນທາງ ຂອງປະຊາຊົນ ມີຄວາມຫຍຸ້ງຍາກ ແລະປັດຈຸບັນ ພາກສ່ວນກ່ຽວຂ້ອງ ກໍກຳລັງເລັ່ງສ້ອມແປງ.