ຕາຝັ່ງນໍ້າເທີນ,ເຊບັ້ງໄຟ ເຈື່ອນ

ສຸພັດຕາ
2018.06.21
F-Namtheun2 ອ່າງເຫັບນໍ້າ ເຂື່ອນນໍ້າເທີນ 2 ເວລາທີ່ປ່ອຍນໍ້າ ກໍໄຫຼໄປຖ້ວມພື້ນທີ່ ຂົງເຂດບໍຣິເວນ ລຸ່ມເຂື່ອນລົງໄປ
Tyler Chapman(Filed photo)

ຕາຝັ່ງເຈື່ອນ ຢູ່ຕາມແຄມນໍ້າເທີນ ເມືອງນາກາຍ ແລະແຄມນໍ້າເຊບັ້ງໄຟ ເມືອງມະຫາໄຊ ແຂວງຄຳມ່ວນ ຍ້ອນມີຜົລກະທົບ ຈາກເຂື່ອນ ນໍ້າເທີນ2. ບັນຫາດັ່ງກ່າວເກີດຂຶ້ນ ໄດ້ຫຼາຍປີມາແລ້ວ ນັບແຕ່ມີການສ້າງເຂື່ອນນໍ້າເທີນ2 ນັ້ນມີປະຊາຊົນ 16 ບ້ານໃນ 2 ເມືອງ, ຕ້ອງ ຊ່ວຍກັນແກ້ໄຂບັນຫາເອງ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 21 ມິຖຸນາ ນີ້ວ່າ:

"ອັນປັນຫາໂຕນີ້ ມັນກໍກະທົບດິນເຊາະເຈື່ອນນໍ້ານັ້ນ ໂອມັນຫຼາຍໄດ໋ ເວົ້າເລື່ອງການເຊາະເຈື່ອນນັ້ນໄດ໋ 15-16 ບ້ານຫຼາຍໄດ໋ ຄັນເຮົາບໍ່ ເອົາດິນໄປກັ້ນໄປນັ້ນມັນກໍແຕ່ລະປີ ມັນກໍເວົ້າແຕ່ສວນ ທັງເຮືອນທັງທາງ ມັນກໍ່ໝົດເທື່ອດຽວນັ້ນແຫຼະ ມັນເຊາະເຈື່ອນ ແຕ່ລະປີໄປ."

ທ່ານກ່າວຕື່ມວ່າ ໃນເຂດເມືອງນາກາຍ ບ້ານທີ່ປະສົບບັນຫາດິນເຈື່ອນ ຍ້ອນເຂື່ອນນັ້ນມີທັງໝົດ 10 ບ້ານ ເປັນຕົ້ນບ້ານອຸດົມສຸກ, ບ້ານຫ້ວຍມາໄລ, ບ້ານໂພນສະອອນ ແລະບ້ານໂນນດອນ ສ່ວນເມືອງມະຫາໄຊ ມີຢູ່ 5 ຫາ 6 ບ້ານ ເປັນຕົ້ນບ້ານໂນນແດງ ແລະ ບ້ານນໍ້າເຊ.

ບັນຫາດິນຕາຝັ່ງເຈື່ອນນີ້ ເກີດຂຶ້ນຫຼາຍປີແລ້ວ ແລະເກີດຂຶ້ນເປັນຈຸດເປັນຈຸດ ກະທົບໜັກແມ່ນບ້ານ ທີ່ຢູ່ແຄມນໍ້າເທີນ ບໍຣິເວນໃຕ້ເຂື່ອນ ນໍ້າເທີນ2 ສ່ວນອີກ 6 ບ້ານ ຢູ່ແຄມນໍ້າເຊບັ້ງໄຟ ກໍມີບັນຫານີ້ເຊັ່ນກັນ ແຕ່ບໍ່ໜັກຫຼາຍ.

ຜ່ານມາປະຊາຊົນບ້ານໃຜບ້ານລາວ ຕ້ອງໂຮມເງິນກັນ ຊື້ຫີນມາປູ ບໍຣິເວນທີ່ດິນເຈື່ອນ ແລະຈະເຈື່ອນໜັກທຸກປີ ໃນໄລຍະ ຣະດູຝົນ ສ້າງຄວາມລຳບາກ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ຍ້ອນສ່ວນໃຫຍ່ແລ້ວ ບ້ານທີ່ຖືກຜົລກະທົບນັ້ນ ເປັນບ້ານທຸກຍາກ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເຂື່ອນນໍ້າເທີນ2 ທ່ານນຶ່ງໃຫ້ເຫດຜົນວ່າ ບັນຫາດິນເຈື່ອນນີ້ ບໍ່ມີຢູ່ໃນເງື່ອນໄຂ ທີ່ຄນະ ຈັັດສັນຕ້ອງຊ່ວຍເຫຼືອ ດັ່ງທີ່ທ່ານກ່າວວ່າ:

"ໂຕນີ້ມັນນ້ອຍ ເພາະວ່າ ການກະທົບຈາກດິນເຊາະເຈື່ອນນໍ້ານັ້ນ ມັນກໍ່ເວົ້າເລື່ອງປະຊາຊົນ ມັນບໍ່ຖືກ ໄດ້ຢູ່ເຮັດອອກໄປກາຍຂອບເຂດ ມັນບໍ່ຢູ່ໃນຂໍ້ ຂອງນະໂຍບາຍຫັ້ນນາ ມັນບໍ່ກ່ຽວກັນອັນນັ້ນ ກໍ່ບໍ່ກະທົບອິຫຍັງດອກໂຕນີ້ ສ່ວນຫຼາຍຫັ້ນ."

ນອກຈາກບັນຫາດິນຕາຝັ່ງເຈື່ອນແລ້ວ ໃນທຸກໆປີ ບ້ານທີ່ຢູ່ໃຕ້ເຂື່ອນນໍ້າເທີນ2 ໃນເມືອງນາກາຍ ແລະເມືອງມະຫາໄຊ ຫຼາຍໆບ້ານ ກໍຖືກນໍ້າຈາກເຂື່ອນ ໄຫລຖ້ວມທີ່ດິນປູກຝັງ ຂອງປະຊາຊົນນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.