ໄຟໄໝ້ປ່າ ລາມໃສ່ ໂຮງງານ

ໄຟໄໝ້ ໂຮງງານ ຫຼອມດອກຢາງຣົດ ເລີ້ມຈາກ ສາເຫດ ໄຟໄໝ້ລາມ ປ່າ.

ໜ່ວຍອາສາກູ້ພັຍ ນະຄອນຫລວງວຽງຈັນ ກໍາລັງປະຕິບັດໜ້າທີ່ ມອດໄຟ ຢູ່ບ້ານ ສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນ ມົກກະຣາ ຜ່ານມາ ຮູບພາບອຸປຖັມໂດຽ : ໜ່ວຍອາສາກູ້ພັຍ ນະຄອນຫລວງວຽງຈັນ

ໄຟໄໝ້ລາມປ່າ ເປັນເຫດເຮັດໃຫ້ເກີດໄຟໄໝ້ ໂຮງງານຫຼອມດອກຢາງຣົດ, ຢູ່ບ້ານສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ, ເມື່ອທ້າຍເດືອນມົກຣາ ຜ່ານມາ ເຫດການນີ້ ບໍ່ມີໃຜເສັຍຊີວິດ ຫຼື ໄດ້ຮັບບາດເຈັບ, ສ່ວນຮວມມູນຄ່າເສັຍຫາຍຫຼາຍ ຮ້ອຍລ້ານກີບ, ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ເມື່ອວັນທີ 01 ກຸມພາ ຜ່ານມາວ່າ:

"ມັນເກີດແຕ່ຕອນແລງວານນີ້, ໜ່ວຍດັບເພີງຂອງເມືອງກໍ່ແລ່ນໄປຢັບຢັ້ງ, ຍັງຢູ່ໃນຂັ້ນຕອນການສືບສວນສອບສວນຕື່ມຂອງເຈົ້າໜ້າທີ່, ດຽວນີ້ຍັງມີແຕ່ເອົາຂໍ້ມູນ ເບື້ອງຕົ້ນຈາກກັມມະກອນຢູ່ຫັ້ນ, ໄທເຮົາແຕ່ລະປີກໍ່ໄດ້ແຈ້ງແລ້ວ ກ່ຽວກັບເຣື່ອງການ ອະນາມັຍ, ຍາມແລ້ງມາ ຕ້ອງໄດ້ຖາງຫຍ້າ, ເພາະວ່າປີກາຍນີ້ກໍ່ມີໄຟໄໝ້ ໂຕບໍຣິສັດໂທລະສັບ ກໍ່ຍ້ອນໄຟລາມປ່າ."

ໃນຂນະທີ່ ທ່ານ ຮ້ອຍເອກ ບົວວອນ ແສງແກ້ວມີໄຊ, ວິຊາການກວດກາຄະດີສະກັດກັ້ນ ແລະຕ້ານອັກຄີພັຍ ນະຄອນຫຼວງວຽງຈັນ, ຣາຍງານຕໍ່ສື່ທາງການເຖິງສາເຫດທີ່ພາໃຫ້ເກີດອັກຄີພັຍໃນຄັ້ງນີ້, ຈາກຄຳໃຫ້ການຂອງ ທ້າວ ກ້າ ລາດສະວົງ ກັມມະກອນ ໂຮງງານ ຜູ້ເຫັນເຫດການຄົນທຳອິດ ວ່າ.

"ໂດຍ ທ້າວ ກ້າ ລາດສະວົງ ກໍ່ໄດ້ເຮັດວຽກຕາມປົກກະຕິ ໃນຕອນເຊົ້າ ພໍພັກທ່ຽງກໍສັງເກດເຫັນໄຟໄໝ້ລຽບ ຕາມກຳແພງຂອງ ໂຮງງານ ແຕ່ຍັງບໍ່ທັນໄໝ້ລາມ ເຂົ້າມາໂຮງງານເທື່ອ. ພໍມາເຖິງເວລາ 14:30 ນາທີ ທ້າວ ກ້າ ລາດສະວົງ ມາດື່ມນໍ້າ ແລ້ວເຫັນ ໄຟໄໝ້ ກອງຢາງຕີນຣົດ ທີ່ເສດເຫຼືອຈາກການຜລິດ, ເຊິ່ງໄຟໄດ້ໄໝ້ລຸກແຮງແລ້ວ ເມື່ອເປັນແນວນັ້ນຈຶ່ງໄດ້ເອີ້ນ ພະນັກງານ ໃນ ໂຮງງານມາດັບໄຟຊ່ອຍກັນ ແຕ່ກໍ່ດັບບໍ່ໄດ້."

ທ່ານ ຮ້ອຍເອກ ບົວວອນ ແສງແກ້ວມີໄຊ ກ່າວຕື່ມວ່າ, ເຫດການໃນຄ້ັງນີ້ ພະນັກງານຍັງປະໝາດ ຂາດສະຕິ, ປ່ອຍໃຫ້ເຫດການນ້ອຍ ກາຍເປັນເຫດການໃຫຍ່ ຈົນນຳມາສູ່ຄວາມເສັຍຫາຍ. ສ່ວນການສະກັດກັ້ນ ແລະ ດັບມອດໄຟ ໜ່ວຍງານຕຳຣວດ ພັບເພີງ ພ້ອມດ້ວຍ ໜ່ວຍງານ ອາສາກູ້ພັຍ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນດັບມອດໄຟ ຕ້ອງໃຊ້ເວລາປະມານ 7 ຊົ່ວໂມງ ຈຶ່ງສາມາດດັບມອດໄຟລົງໄດ້.

ສ່ວນຄວາມເສັຍຫາຍ, ຕາມການປະເມີນ ຂອງພະນັກງານບັນຊີ ຂອງໂຮງງານນັ້ນປະມານ, 120 ລ້ານກີບ. ໂດຍໄຟໄດ້ໄໝ້ວັດຖຸດິບ ທີ່ເປັນຢາງຕີນຣົດ ທີ່ຈະນຳໃຊ້ເຂົ້າໃນ ການຜລິດ, ແລະ ຝາຂອງໂຮງງານອີກດ້ານນຶ່ງ ໄດ້ຊຸດໂຕລົງ ເນື່ອງຈາກຖືກ ຄວາມຮ້ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org