ທາງການກວດພົບນໍ້າມັນ ບໍ່ໄດ້ ມາຕຖານ
2019.03.12
ປັດຈຸບັນປໍ້ານໍ້າມັນ ທີ່ເປັນຂອງຄົນລາວສ່ວນຫຼາຍ ທີ່ກົມມາຕຖານກວດພົບເຫັນ ເມື່ອຕົ້ນປີນີ້ນັ້ນ, ລ້ວນແຕ່ມີສານເຈືອປົນໃນນໍ້າມັນ ໂດຍສະເພາະ ແມ່ນປໍ້າທີ່ຢູ່ນອກເມືອງ ຂອງ ນະຄອນຫລວງວຽງຈັນ ແລະ ຢູ່ຕາມເສັ້ນທາງເລກທີ 13 ໃຕ້. ດັ່ງເຈົ້າໜ້າທີ່ ກົມມາຕຖານ ແລະວັດແທກ ນະຄອນຫລວງວຽງຈັນ ໄດ້ໃຫ້ສັມພາດ ເມື່ອບໍ່ດົນມານີ້ວ່າ:
"ຂະເຈົ້າກໍຄິດວ່ານໍ້າມັນ ກໍຄືກັນນັ້ນແຫຼະ ຄືທີ່ໃສ່ຣົດໄດ້ໝົດນັ້ນແຫຼະ, ສິຄິດວ່າເຫັນຜົລປໂຍດແດ່ສ່ວນນຶ່ງນັ້ນແຫຼະ, ກໍ່ເລີຍເປັນບັນຫາ ແຕ່ເວລາມີໜ່ວຍງານກວດກາ ໄປອະທິບາຍໃຫ້ເຂົາເຈົ້າຟັງ, ຈຶ່ງເຂົ້າໃຈວ່ານໍ້າມັນນີ້ຄັນບໍ່ຂຶ້ນກັບ ບໍຣິສັດທີ່ເຈົ້າຮູ້ຈັກ ຫຼື ບໍຣິສັດທີ່ມີ ຄວາມເຊື່ອໝັ້ນ ມັນກໍມີຄວາມສ່ຽງຫຼາຍ ທີ່ຈະບໍ່ໄດ້ມາຕຖານ ເພາະບໍ່ມີເຄື່ອງກວດ."
ທ່ານເວົ້າຕື່ມວ່າ ການກວດການໍ້າມັນທີ່ບໍ່ໄດ້ມາຕຖານໃນປີນີ້, ເປັນການກວດກາ ປະຈຳປີ, ເຊິ່ງໄດ້ເຣີ່ມມາຕັ້ງແຕ່ປີ 2016 ໂດຍບໍ່ແຈ້ງ ໃຫ້ຜູ້ປະກອບການຮູ້ລ່ວງໜ້າ, ພາຍຫຼັງທີ່ໄດ້ຮັບການຮ້ອງຮຽນຈາກປະຊາຊົນ.
ເຖິງແນວໃດກໍຕາມ, ປະຊາຊົນ ຜູ້ໃຊ້ນໍ້າມັນຍັງກັງວົນໃນເຣື່ອງຂອງນໍ້າມັນທີ່ບໍ່ໄດ້ມາຕຖານ, ພາຍຫຼັງທີ່ທາງໜ່ວຍງານກວດກາມາຕຖານ ໄດ້ປະກາດວ່າ, ມີນໍ້າມັນເຈືອປົນຕາມປໍ້ານໍ້າມັນ ຈຳນວນຫຼາຍທັງໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ.
"ມັນກໍດີລະນໍຄັນຖ້າຣັຖມາກວດ, ບາງເທື່ອປໍ້າເຂົາບໍ່ເຊັກ, ເຣື່ອງຣົດມີບັນຫາກ່ຽວກັບນໍ້າມັນຈັກເທື່ອເດ້, ຣົດຂີ່ໄປປະເພດຣົດຈັກມັນກະຕຸກ ງຶກ ງຶກ ງຶກ ມັນມີນໍ້າມັນປົນ ກັບແອັດຊັງຫຼາຍ ຫຼື ມີແນວຫຍັງປົນແລ້ວເປັນຈັ່ງຊັ້ນ."
ເມື່ອທ້າຍປີກາຍ ກົມມາຕຖານ ແລະ ວັດແທກ ຂອງກະຊວງວິທຍາສາດ ແລະເທັກໂນໂລຈີ ໄດ້ລົງກວດການໍ້າມັນ ທີ່ມີສານເຈືອປົນ ເຊິ່ງເປັນນໍ້າມັນບໍ່ໄດ້ມາຕຖານ ນັ້ນສ່ວນຫຼາຍພົບເຫັນ ຕາມປໍ້າ ທີ່ຢູ່ນອກເມືອງ ຂອງນະຄອນຫລວງວຽງຈັນ ແລະ ຢູ່ລຽບຕາມ ຖນົນເລກ ທີ 13 ໃຕ້. ໃນນັ້ນພົບຜູ້ປະກອບການຈຳນວນນຶ່ງ ລັກລອບເອົານໍ້າມັນ ທີ່ຕ້ອງຫ້າມມາປະສົມກັບ ນໍ້າມັນແອັດຊັງ ແລະ ກະຊວນ ເຊັ່ນ ທາດເຫຼົ້າ, ກົດໄຂມັນ ແລະ ນໍ້າມັນກາສ ເປັນຕົ້ນ ເພື່ອເປັນການປະຢັດຕົ້ນທຶນ.