ຂ.ອັດຕະປື 24 ບ້ານ 5 ເມືອງ ທຸກຍາກ

ຈໍາປາທອງ
2017.11.02
F-Attapeu ຊາວບ້ານຢູ່ເຂດບ້ານຈະເຣີນໄຊ ເມືອງຊານໄຊ ແຂວງອັດຕະປື
RFA/OK

ປັດຈຸບັນປະຊາຊົນ 24 ບ້ານທຸກຍາກ ໃນ 5 ເມືອງ ຢູ່ແຂວງອັດຕະປື ຂາດເຂີນນ້ຳສະອາດ ຍ້ອນວ່ານ້ຳ ທີ່ເຄື່ອງສູບນ້ຳບາດານ ຊຶ່ງທາງ ການຕິດຕັ້ງ ສູບນ້ຳຂຶ້ນມາຈາກ ໃຕ້ດິນນັ້ນບໍ່ພຽງພໍ ແລະທັງຂຸ່ນ ແລະຂີ້ເຫຍື້ອ ຍ້ອນບໍ່ມີຕາໜ່າງ, ບາງບ້ານມີນ້ຳສະອາດໃຊ້ ແຕ່ກໍບໍ່ຫລາຍ ບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ປະຊາຊົນເກືອບ 3 ພັນຄອບຄົວເປັນຕົ້ນ ໃນເຂດຫ່າງໄກແມ່ນຍິ່ງໄດ້ຮັບ ຄວາມຫຍຸ້ງຍາກໃນເຣື້ອງນີ້. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ໂຄງການ ນ້ຳສະອາດ ແຂວງອັດຕະປື ໃນມື້ວັນທີ 1 ພຶສຈິກາ ນີ້:

"ບ້ານແຕ່ລະບ້ານ ຖືວ່ານ້ຳບໍ່ພຽງພໍ ເພາະວ່າສ່ວນຫຼາຍ ແຕ່ລະບ້ານຫັ້ນ ມັນສິຖືກນ້ຳບາດານ ທີ່ເຂົາສູບເອົາຫັ້ນນະລະມັນບໍ່ພຽງພໍ ຕໍ່ການ ຊົມໃຊ້ ຂອງປຊາຊົນ ເພາະວ່າເຮົາກໍຂໍ ການຊ່ວຍເຫລືອ ຈາກພາກສ່ວນອື່ນ ພໍໄດ້ແກ້ໄຂໄປ".

ທ່ານກ່າວຕື່ມວ່າ ໃນຣະຍະທີ່ຜ່ານມາ ເຈົ້າໜ້າທີ່ ໂຄງການນ້ຳສະອາດ ປະຈຳແຂວງອັດຕະປື ກໍພຍາຍາມຊອກຫາ ງົບປະມານເພື່ອລົງຊຸກຍູ້ ຊື້ເຄື່ອງສູບນ້ຳ ແລະຕາໜ່າງເພີ້ມ ເພື່ອນຳໄປຕິດຕັ້ງ ໃຫ້ຊາວບ້ານ 24 ບ້ານ ທີ່ຂາດນ້ຳສະອາດນັ້ນ. ສຳລັບ ບ້ານຊົນເຜົ່າ ໃນເຂດຫ່າງໄກ ຢູ່ເມືອງສານໄຊ ແລະເມືອງພູວົງ ກໍຍັງບໍ່ທັນໄດ້ຕິດຕັ້ງ ເຄື່ອງສູບນ້ຳໃຫ້ເທື່ອ ຍ້ອນມີງົບປະມານ ຈຳກັດ.

ເມືອງທີ່ຂາດເຂີນນ້ຳສະອາດໜັກທີ່ສຸດ ແມ່ນເມືອງໄຊເສດຖາ ເປັນຕົ້ນຢູ່ບ້ານທ່າສານ, ບ້ານຫາດສະດີ, ບ້ານແກງໄຊ; ເມືອງສານໄຊ ແມ່ນ ຢູ່ບ້ານຕາເຈກ, ບ້ານມູນ ແລະເມືອງສະໜາມໄຊ ແມ່ນຢູ່ບ້ານທ່າຫິນໃຕ້. ກ່ຽວກັບບັນຫານີ້ກົມແຜນການ ກະຊວງແຜນການແລະການລົງທຶນ ສປປລາວ ຣາຍງານວ່າ ຄວາມທຸກຍາກ ຂອງແຂວງອັດຕະປື ໃນປີ 2017 ຄືມີ ປະຊາຊົນ 24 ບ້ານໃນ 5 ເມືອງ ຊຶ່ງມີ 2,973 ຄອບຄົວ ເທົ່າກັບ 10.85% ຂອງຈຳນວນປະຊາກອນ ທັງໝົດຂອງແຂວງ. ບ້ານທຸກຍາກ ທີ່ວ່ານັ້ນ ແມ່ນຍັງບໍ່ມີການພັທນາ ໂຄງຮ່າງພື້ນຖານ ສົມບູນ ເປັນຕົ້ນເຣຶ່ອງ ນ້ຳສະອາດ, ໄຟຟ້າ ແລະ ຖນົນຫົນທາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.