ເຫດການສະເທືອນໃຈ ເຂື່ອນ ເຊປຽນ ແຕກ
2018.07.30

ຕາມຂໍ້ມູນຈາກຫລາຍແຫລ່ງຂ່າວ ທັງຢູ່ພາຍໃນລາວ ແລະຕ່າງປະເທສ, ມາເຖິງມື້ວັນທີ 26 ກໍຣະກະດາ ນີ້ກໍເປັນມື້ທີ 4 ທີ່ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ຂນາດ 410 MW ທີ່ຕັ້ງຢູ່ ເມືອງສນາມໄຊ ແຂວງ ອັດຕະປື ແຕກ ພາຍຫລັງ ຝົນຕົກໜັກຕິດຕໍ່ກັນ ຫລາຍມື້ ເຮັດໃຫ້ນ້ຳຖ້ວມ ບ້ານເຮືອນ ໄຮ່ນາ ຮົ້ວສວນ, ປະຊາຊົນໄດ້ຮັບ ຄວາມເດືອດຮ້ອນ ແບບບໍ່ເຄີຍມີມາ ໃນປວັດສາດຂອງລາວ ຈົນວ່າ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ປະກາດ ໃຫ້ເມືອງສນາມໄຊ ເປັນເຂດພັຍພິບັດ.
ປະຊາຊົນເສັຍຊີວິດຍ້ອນ 30 ຄົນ ຕາມຣາຍງານຂອງທາງການ ສປປ ລາວ ໃນຕອນບ່າຍຂອງ ວັນທີ 26 ກໍຣະກະດາ ຊຶ່ງເຈົ້າໜ້າທີ່ ທີ່ີກ່ຽວຂ້ອງ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
"ດຽວນີ້ຜູ້ເສັຽຊິວິດເຫັນສົບ ກໍຊາວປາຍຄົນ ຜູ້ສູນຫາຍກໍຍັງຫລາຍ ຍັງກູ້ບໍ່ທັນໄດ້ ຜູ້ທີ່ເຫັນສົບແລ້ວມື້ເຊົ້ານີ້ ຕາມຂ່າວເພິ່ນຫັ້ນ ປະມານ 29 ຫລືວ່າ 30 ຄົນ ມື້ເຊົ້ານີ້ ກໍເຫັນອີກສາມຄົນ ແຕ່ເອົາມາໄດ້ແຕ່ຜູ້ນຶ່ງ ເພາະວ່າມັນຄ່ຳຫລາຍ ກຸ້ພັຍເອົາມາບໍ່ໄດ້ ຊີ່ພຍາຍາມກູ້ພັຍໃຫ້ມັນແລ້ວ ເພາະວ່ານ້ຳມັນກໍເລີ້ມ ແຕ່ນ້ຳມັນກໍຍັງມາແຮງຢູ່."
ໃນຂນະທີ່ປະຊາຊົນ 130 ປາຍຄົນຫາຍສາບສູນ ຊຶ່ງໜ່ວຍກູ້ພັຍກໍາລັງຊອກຫາຢູ່ ແລະ 8 ພັນຄົນໄດ້ຮັບຜົລກະທົບ ປະຊາຊົນຈໍານວນ ຫລວງຫລາຍ ບໍ່ມີທີ່ຢູ່ອາສັຍ, ຕ້ອງໄດ້ອົພຍົບຫລົບໜີ ໄປຢູ່ໃນທີ່ປອດພັຍ ຮວມທັງປະຊາຊົນ 3 ບ້ານ 800 ປາຍຄົນ ທີ່ໄດ້ຖືກນຳມາ ອາສັຍ ສູນບັນເທົາທຸກຊົ່ວຄາວ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ຊຶ່ງຍັງຕ້ອງການຄວາມຊ່ວຍເຫລືອຫລາຍຢູ່. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວຕໍ່ວິທຍຸເອເຊັຽ ເສຣີວ່າ:
“3 ບ້ານ, ບ້ານຫີນລາດ, ບ້ານໄຊດອນໂຂງ ລະກະບ້ານໜອງຫີນ ຂຶ້ນກັບເມືອງອັດຕະປື ເມືອງສນາມໄຊ. ດຽວນີ້ມາຢູ່ ມັນມີ 3 ຈຸດ, ຈຸດ 1 ມັນຢູ່ໄທ່ຮົ່ວ, ຈຸດ 1 ຢູ່ດາວເຮືອງ ລະຈຸດ 1 ມັນຢູູ່ປາກປ້ອງ, ສາງດາວເຮືອງໂລດໄດ໋ນິ໋. ດຽວນີ້ຈຳນວນພົລນີ້ ປະສານໄດ້, ແຕ່ວ່າແຍກຍັງບໍ່ທັນໄດ້ ເຮົາຍັງໄດ້ 800 ຄົນດຽວນີ້. 800 ຄົນມັນຖືກຢູ່ 172 ຄອບຄົວ”.
ໃນນັ້ນ ມີເດັກນ້ອຍຫລາຍ ຮວມທັງມີຜູ້ຂາດສານອາຫານຫຼາຍຄົນ, ມີທັງເດັກນ້ອຍເກີດໃໝ່ ແລະ ແມ່ລູກອ່ອນ ທີ່ຕ້ອງການນົມ ດັ່ງນາງແພດທີ່ສູນນຶ່ງ ໄດ້ກ່າວວ່າ:
“ເດັກນ້ອຍທີ່ວ່າເຂົາອົພຍົບມາຊິຂາດ ແບບບ້ານນອກ ມັນຊິຂາດສານອາຫານຈັ່ງຊີ້ນ່າ. ຢາກໄດ້ແບບເປັນນົມ ທີ່ວ່າບຳລຸງແມ່ແນ່ ລະກະລູກແດ່, ຊີ້ນ່າ. ເດັກນ້ອຍສ່ຳຣະດັບວ່າ 2 ປີ ຂຶ້ນໄປນີ້ກະຫຼາຍ”.
ນາງກ່າວຕື່ມວ່າ ເດັກອ່ອນບາງຄົນ ຫາກໍ່ເກີດໄດ້ບໍ່ຮອດອາທິດ ແລະຜູ້ທີ່ໂຊກຮ້າຍ ຄືນາງນ້ອຍ ອາຍຸພຽງ 8 ເດືອນ ທີ່ພໍ່ແມ່ໄດ້ຖືກນ້ຳ ພັດໄປທັງຄູ່ ຊຶ່ງຂນະນີ້ ເປັນພາລະຂອງເພື່ອນຮ່ວມບ້ານ ເປັນຜູ້ຊ່ອຍກັນລ້ຽງດູ ໃນເບື້ອງຕົ້ນນີ້.
ເຫດການນໍ້າຖ້ວມໜັກຄັ້ງນີ້ ປະຊາຊົນ 13 ບ້ານ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຈາກນ້ຳໜ້າເຂື່ອນ 5 ພັນລ້ານແມັດກ້ອນ ຮວມທັງ ປະຊາຊົນ 6 ບ້ານ, 1,370 ປາຍຄອບຄົວ ທີ່ນ້ຳກຳລັງເທລົງມາໃສ່ ໃນຂນະທີ່ ວິທຍຸເອເຊັຍເສຣີ ໄດ້ຮັບຣາຍງານຢູ່ນັ້ນ.
ປະຊາຊົນ 6 ບ້ານ ອັນມີທັງບ້ານ ຫິນລາດ, ທ່າແສງຈັນ, ສະໜອງ, ທ່າຫິນ, ບ້ານໃໝ່ ແລະບ້ານໃຫຍ່ແທ ຊຶ່ງມີປະຊາຊົນອາສັຍຢູ່ ຫຼາຍກວ່າ 6,600 ຄົນໄດ້ຮັບຜົລກະທົບ -ຕາມຣາຍງານເບື້ອງຕົ້ນ ໃນມື້ວັນທີ 24 ກໍຣະກະດາ ນີ້.
ກ່ຽວກັບເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເຮັດໃຫ້ນ້ຳໄຫລຖ້ວມໜັກ ທີ່ວ່ານັ້ນ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ໄປເບິ່ງເຫດການຕົວຈິງ ທີ່ເມືອງສະໜາມໄຊ ແລະໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ດັ່ງມີເນື້ອໃນ ພໍສັງລວມໄດ້ວ່າ ສະພາບທີ່ເກີດຂຶ້ນ ແມ່ນເລີ່ມແຕ່ກາງຄືນ ຂອງວັນທີ 23 ກໍຣະກະດາ ຢູ່ເມືອງສະໝາມໄຊ ຜົນກະທົບຈາກນໍ້າຖ້ວມໃນຄັ້ງນີ້ ແມ່ນຮ້າຍແຮງ ແລະໃຫຍ່ຫຼວງ, ອາດຈະເວົ້າ ໄດ້ວ່າ ເປັນຄັ້ງທຳອິດ ໃນຮອບຫຼາຍສິບປີກໍ່ວ່າໄດ້. ສາເຫດ ກໍ່ແມ່ນຝົນຕົກໜັກ ຕິດຕໍ່ກັນຫຼາຍມື້, ຣະດັບນໍ້າຂຶ້ນສູງຫຼາຍ, ເຂື່ອນຮັບນໍ້າບໍ່ໄດ້ ເລີຍແຕກ.
ນ້ຳໄຫລເທລົງມາແຮງແບບກະທັນຫັນ ປະຊາຊົນຫຼົບໜີບໍ່ທັນ, ບ້ານເຮືອນຈົມຢູ່ໃຕ້ນໍ້າ ມີຈຳນວນນຶ່ງ ກໍຂຶ້ນໄປອາສັຍ ຢູ່ຫລັງຄາເຮືອນ, ປີນຂຶ້ນໄປຢູ່ຕາມຕົ້ນໄມ້ ລໍຖ້າການຊ່ອຍເຫລືອ, ກະແສນໍ້າໄຫຼແຮງພັດເອົາຄົນ ເອົາເຮືອນ ເອົາສິ່ງປຸກສ້າງ, ຜົລປູກ ສັດລ້ຽງ ແລະເຄື່ອງໃຊ້ທຸກຢ່າງ ໄປເປັນຈຳນວນຫຼວງຫຼາຍ ຈົນເຖິງປັດຈຸບັນ ທາງການ ສປປລາວ ກໍຍັງບໍ່ທັນສາມາດ ຄຳນວນຄວາມເສັຍຫາຍ ທີ່ວ່ານັ້ນໄດ້.
ຂ່າວວ່າ ມາເຖິງຕອນແລງຂອງມື້ວັນທີ 24 ກໍຣະກະດາ ຜູ້ຄົນທີ່ລໍຖ້າການຊ່ອຍເຫລືອ ທີ່ວ່ານັ້ນ ຖືກຊ່ອຍມາໄດ້ໝົດ ແລະຖືກນຳໄປຢູ່ສະຖານທີ່ ປອດພັຍ ເຊັ່ນ ຫ້ອງການປົກຄອງເມືອງ, ໂຮງຮຽນໃນເທສບານເມືອງ. ໝ່ວຍກູ້ໄພ ໄດ້ລົງທະບຽນ ແລະກວດ ສຸຂພາບ, ຈັດສັນທີ່ຢູ່ອາໃສ ຊົ່ວຄາວໃຫ້, ຊ່ວຍເຄື່ອງນຸ່ງຫົ່ມ, ອາຫານ, ຢາປົວພຍາດ ໃນເບື້ອງຕົ້ນ. ແລະກໍມີໜ່ວຍງານ ປະຈຳພື້ນທີ່ ເພື່ອໃຫ້ຄວາມຊ່ອຍເຫລືອ ຂນະທີ່ຣັຖບາລ ສປປລາວ ຍັງປະຊຸມກັນ ໃນມື້ວັນທີ 25 ກໍຣະກະດາ ແລະ ໄດ້ສ້າງຕັ້ງຄນະສະເພາະກິດ ຂຶ້ນ ໂດຍໃຫ້ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ເປັນຫົວໜ້າ ເພື່ອແກ້ໄຂບັນຫາສະເພາະໜ້າ ແລະຣະຍະຍາວ.
ແລະຈະຮ່ວມກັບ 4 ບໍຣິສັດ ຄືບໍຣິສັດວິສວະກັມ ແລະກໍ່ສ້າງ ເກົາຫລີໃຕ້, ບໍຣິສັດພລັງງານ ຄໍເຣັຽ ແວັສເຕິນ, ບໍຣິສັດຜລິດໄຟຟ້າ ຣາຊບູຣີ ຂອງໄທ ແລະບໍຣິສັດຣັຖວິສາຫະກິດ ໄຟຟ້າລາວ ທີ່ເປັນເຈົ້າຂອງເຂື່ອນແຕກ ຕົກລົງເຣຶ່ອງຄວາມຮັບຜິດຊອບ ແລະພັນທະຂອງແຕ່ລະຝ່າຍ ໃນການແກ້ໄຂບັນຫາ ທີ່ເກີດຂຶ້ນ.
ສໍາລັບບໍຣິສັດຜລິດໄຟຟ້າ ຣາຊບູລີຂອງໄທ ໄດ້ຊ່ອຍເຫຼືອ 1.3 ຕື້ກີບ ໃນເບື້ອງຕົ້ນ, ສົ່ງທິມງານມາຊ່ອຍເຫລືອ ແລະທັງຂໍໃຫ້ແຂວງອຸບົນ ແລະການໄຟຟ້າ ຝ່າຍຜລິດແຫ່ງປະເທສໄທ ຊ່ອຍເຫລືອທາງດ້ານອຸປໂພກ ບໍຣິໂພກ ແລະເວົ້າວ່າ ຈະໃຫ້ການ ຮ່ວມມືຊ່ອຍເຫລືອ ຜູ້ປະສົບພັຍຢ່າງເຕັມທີ່.
ເວົ້າເຖິງການບັນເທົາທຸກ ຜູ້ເຄາະຮ້າຍຈາກນ້ຳຖ້ວມ ຍ້ອນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຄັ້ງນີ້ ທ່ານ ທອງລຸນ ກ່າວວ່າ ທ່ານໄດ້ລົງກວດກາ ຊີ້ນຳດ້ວຍຕົນເອງ ໃນພື້ນທີ່ຕົວຈິງ ແລະສະແດງຄວາມຮູ້ບຸນຄຸນ ຂອບໃຈຕໍ່ການຊ່ວຍເຫຼືອ ຂອງທຸກພາກສ່ວນ ຮວມທັງຣັຖບາລ ແລະປະຊາຊົນປະເທສເພື່ອນບ້ານ ແລະອົງການຈັດຕັ້ງສາກົນຕ່າງໆ ທີ່ເຫັນໃຈ, ມີນໍ້າໃສໃຈຈິງ ແລະ ຄວາມເປັນຫ່ວງ ທີ່ມີຕໍ່ປະຊາຊົນລາວ ຜູ້ຖຶກເຄາະຮ້າຍໃນຄັ້ງນີ້.
ມາເຖິງປັດຈຸບັນ ຫລາຍອົງການຈັດຕັ້ງໃນລາວ ແລະຕ່າງປະເທສ ເຂົ້າມາຊ່ວຍ ເຫລືອຜູ້ປະສົບພັຍນໍ້າຖ້ວມຫຼາຍຂື້ນ ໂດຍໄດ້ນໍາເອົາເຄຶ່ອງນຸ່ງຫົ່ມ, ນໍ້າດຶ່ມ, ອາຫານ, ຢາປົວພຍາດແລະເຄື່ອງໃຊ້ຕ່າງໆ ທີ່ຈໍາເປັນ ມາແຈກຢາຍແກ່ຜູ້ເຄາະຮ້າຍ ແລະ ຄາດວ່າ ການຊ່ອຍເຫລືອນັ້ນ ຍັງຈະມີເຂົ້າມາເພີ້ມຕຶ່ມໃນໄວໆນີ້. ດັ່ງເຈົ້າໜ້າທີ່ ປະຈໍາສູນຊ່ວຍເຫລືອ ຜູ້ປະສົບພັຍ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ກໍຣະກະດາ ນີ້ວ່າວ່າ:
“ເຈົ້າຫລາຍອົງກອນ ກໍໄດ້ເຂົ້າມາ ແລ້ວເດ ເຂົາມາສ່ວນໃຫຍ່ແລ້ວ ເຂົາລົງໄປຫາພາກສນາມ ເລີຍນະ ຂອງຣັຖບານແດ່ ເພາະວ່າເຮົາປະຈໍາພີ້ ຢູ່ສູນຮັບບໍຣິຈາກ ແມ່ນມີ ເຂົ້າສານ ແລ້ວກໍປະເພດອາຫານ ກະປ່ອງແດ່ ແລະ ກໍເຄື່ອງນຸ່ງຫົມ.”
ແລະເຈົ້າໜ້າທີ່ ຫ້ອງການ ປົກຄອງເມືອງພູວົງ ທີ່ຢູ່ຕິດກັບເມືອງສນາມໄຊ ກໍກ່າວວ່າ ຫລັງຈາກເກິດເຫດນໍ້າຖ້ວມ ຢູ່ເມືອງສນາມໄຊ, ທາງຫ້ອງການເມືອງພູວົງ ກໍໄດ້ສົ່ງທິມງານ ໄປສົມທົບ ຊ່ວຍເຫລືອ ຜູ້ປະສົບພັຍ ຮວມທັງເປິດຮັບ ການບໍຣິຈາກ ເປັນອາຫານ ແລະເຄື່ອງ ຂອງຈາກປະຊາຊົນ ພາຍໃນເມືອງຂອງພວກຕົນ ຊື່ງກໍມີຜູ້ໃຈບຸນຫຼາຍຄົນ ໃຫ້ການບໍຣິຈາກ ດັ່ງທີ່ທ່ານກ່າວວ່າ:
"ກໍໄດ້ສົ່ງຢູ່ ກໍບໍ່ທັນໄດ້ຫຼາຍ ຊ່ວຍເຫລືອດ້ານເຄື່ອງ ບໍຣິໂພກ ອຸປໂພກຫັ້ນແຫລະ ຜູ້ໃກ້ໆກໍມາຫ້ອງການ ບັນດາຜູ້ທີ່ວ່າມີຄວາມ ສັດທາ ທີ່ວ່າພວກເຮົາແກ່ວັດຖຸປັດຈັຍຫັ້ນນະ ໄປຊ່ວຍເຂົາມື້ອື່ນ.”
ສໍາລັບການຊ່ອຍເຫລືອຈາກຕ່າງປະເທສ ກໍມີຫລາຍ. ສະຫະປະຊາຊາດ ແລະປະເທສຕ່າງໆ ກໍໃຫ້ການຊ່ອຍເຫລືອ. ທ່ານ ສະຕີເຟັນ ດູຮາຣິກ ໂຄສົກອົງການ ສະຫະປະຊາຊາດ ຖແຫລງໃນມື້ວັນທີ 24 ກໍຣະກະດາ ນີ້ວ່າ ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ໄດ້ສະແດງຄວາມເຫັນໃຈ ຕໍ່ກັບການສູນເສັຍຊີວິດ ແລະຊັບສິນ ຂອງປະຊາຊົນ ທີ່ເກີດຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກຍ້ອນພະຍຸ ທີ່ເຮັດໃຫ້ຝົນຕົກໜັກ ຫລາຍມື້ຕິດຕໍ່ກັນ ແລະໄດ້ສະແດງຄວາມເສັຍໃຈ ໄປຍັງຄອບຄົວຂອງ ຜູ້ປະສົບໄພ ແລະປະກາດພ້ອມທີ່ຈະໃຫ້ ການຊ່ອຍເຫລືອບັນເທົາທຸກ ແກ່ປະຊາຊົນລາວ ຜູ້ເຄາະຮ້າຍ.
ໃນມື້ດຽວກັນນັ້ນ ສົມເດັດພຣະສັນທະປະປາ ຟຣານຊິສ ອົງປະມຸກຄຣິດຕະຈັກ ໂຣມັນ ກໍໄດ້ສົ່ງສານສະແດງຄວາມເສັຍໃຈ ໄປຍັງຣັຖບາລລາວ ພາຍຫລັງທີ່ ໄດ້ຮັບຂ່າວເຂື່ອນແຕກ. ພຣະອົງຊົງສວດພາວະນາ ໃຫ້ຜູ້ປະສົບໄພນໍ້າຖ້ວມ ພ້ອມທັງ ໃຫ້ກຳລັງໃຈ ເຈົ້າໜ້າທີ່ ແລະຜູ້ມີສ່ວນຮ່ວມ ໃນການປະຕິບັດການກູ້ໄພ ໃຫ້ມີຄວາມປອດໄພ ແລະສຳເຣັດໜ້າທີ່.
ພ້ອມກັນນັ້ນ ຣັຖບານສະຫະຣັຖ ແລະປະຊາຊົນອາເມຣິກັນ ກໍໄດ້ສົ່ງສານສະແດງຄວາມເສັຍໃຈ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ເມືອງສນາມໄຊ ແຂວງອັດຕະປື ພາກໃຕ້ຂອງລາວຄັ້ງນີ້.
ສຳນັກຂ່າວໄທ ຣາຍງານວ່າ ມື້ວັນທີ 25 ກໍຣະກະດາ ນີ້, ກອງທັບອາກາດແຫ່ງ ຣາຊອານາຈັກໄທ ໄດ້ຈັດຍົນລຳລຽງ C-130 ນຳເຄື່ອງພຣະຣາຊທານ ຈາກກະສັດໄທ ອັນມີນ້ຳດື່ມ 10,000 ຕຸກ, ຜ້າເຊັດໂຕ 2,000 ຜືນ, ເຄື່ອງກອງນ້ຳ 49 ຊຸດ, ອາຫານ, ຢາປົວພຍາດ ແລະເຄຶ່ອງໃຊ້ 5,000 ຖົງ ມາຊ່ວຍບັນເທົາທຸກ ຜູ້ປະສົບໄພ. ແລະພົນເອກ ປະຢຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທ ກໍໄດ້ ມອບເງິນຊ່ວຍເຫຼືອ 5 ລ້ານບາດ ຫຼື 1.3 ຕື້ກີບ ຜ່ານທາງສະຖານທູດລາວ ປະຈຳປະເທສໄທ.
ຈີນກໍໄດ້ສົ່ງໜ່ວຍກູ້ໄພ 100 ປາຍຄົນ ພ້ອມເຄຶ່ອງມືມາຊ່ອຍ; ເກົາຫລີໃຕ້, ຍີ່ປຸ່ນ ກໍໄດ້ສົ່ງຊ່ຽວຊານ ແລະອຸປະກອນທີ່ຈຳເປັນມາຊ່ອຍ. ນາຍົກຣັຖມົນຕຣີຂອງທັງສອງປະເທດ: ສິງກະໂປ ແລະມາເລເຊັຍ ກໍໄດ້ປະກາດ ໃຫ້ການຊ່ອຍເຫລືອ ຢ່າງເຕັມທີ່.
ສຳລັບຣັຖບານ ສປປລາວ ເອງ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ເບື້ອງຕົ້ນກໍອະນຸມັດ ງົບປະມານ ຊ່ອຍເຫລືອຜູ້ປະສົບໄພນໍ້າຖ້ວມ ຍ້ອນເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ຈຳນວນ 1.2 ຕື້ກີບ ໃນເບື້ອງຕົ້ນ.
ກ່ອນເຂື່ອນຈະແຕກ ທາງບໍຣິສັດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ອອກແຈ້ງການດ່ວນ ໃນມື້ວັນທີ 23 ກໍຣະກະດາ 2018 ໃຫ້ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ໂຍກຍ້າຍອອກ ຍ້ອນວ່າເຂື່ອນ ມີຮອຍແຕກ ແລະຊຸດຕົວນັ້ນ ບໍ່ຮອດມື້.
ເຂື່ອນແຕກຢູ່ ສປປລາວ ຄັ້ງນີ້, ຕາມຄໍາເຫັນຂອງ ດຣ. ອຽນແບຣ ສາສະດາຈານ ດ້ານພູມີສາດ ມະຫາວິທວິທິຍາໄລ ວີສຄອນຊິນ ເມດີສັນ ທີ່ສະຫະຣັຖ ອາເມຣິກາ ຜູ້ທີ່ໄດ້ສຶກສາວິໃຈເຣຶ່ອງປາ ແລະວິຖີຊີວິດຂອງຊາວຊົນນະບົດ ຢູ່ລາວ 10 ປາຍປີ ແລ້ວແມ່ນວ່າ ເປັນຍ້ອນການສ້າງເຂື່ອນ ບໍ່ໄດ້ມາດຕະຖານ ແລະບໍຣິສັດທີ່ເປັນເຈົ້າຂອງ ຕ້ອງຮັບຜິດຊອບ ຄວາມເສັຍຫາຍທີ່ເກີດຂຶ້ນທັງໝົດ. ແລະກໍຍັງດີທີ່ສື່ມວນຊົນຂອງທາງການ ສປປລາວ ຣາຍງານ ໃນມື້ວັນທີ 26 ກໍຣະກະດາ 2018 ນີ້ວ່າ ເຈົ້າໜ້າທີ່ ບໍຣິສັດເຊປຽນ-ເຊນໍ້ານ້ອຍ ຕົກລົງກັນວ່າ ທາງບໍຣິສັດນີ້ ຈະຕ້ອງຮັບຜິດຊອບ ຢ່າງເຕັມສ່ວນຕາມກົດໝາຍ ແລະຕາມສັນຍາສໍາປະທານ ທີ່ຈະຕ້ອງໄດ້ຮັບຜິດຊອບທຸກຢ່າງ ຕໍ່ຜົລກະທົບ ທີ່ເກີດຈາກເຂື່ອນນັ້ນ.