ປະຊາຊົນຜູ້ປະສົບພັຍ ຈາກເຫດເຂື່ອນເຊປຽນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຈໍານວນ 6 ພັນ ກວ່າຄົນ ໄດ້ຍ້າຍອອກຈາກ ສູນອົພຍົບຜູ້ປະສົບພັຍ ໄປຢູ່ເຮືອນພັກຊົ່ວຄາວ ໝົດທຸກຄົນແລ້ວ ແຕ່ຊີວິດການເປັນຢູ່ ຂອງເຂົາເຈົ້າກໍບໍ່ໄດ້ດີຂຶ້ນ ຍ້ອນເຮືອນພັກຊົ່ວຄາວ ນັ້ນທຸກຄົນໄດ້ຢູ່ຢ່າງແອອັດ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັດຕະປື ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 14 ມົກກະຣາ ນີ້ວ່າ:
“ດຽວນີ້ເຂົາເຈົ້າຍ້າຍໝົດແຫຼະລູກ ແຕ່ວ່າບ່ອນຢູ່ນີ້ແອອັດ ເພາະເຂົາເຈົ້າປຸກເຮືອນຢູ່ຕໍ່ໆກັນ ບໍ່ມີອາກາດໂລ່ງເນາະ ດຽວນີ້ເຂົາເຈົ້າລໍຄອຍ ບາງຄົນກໍຢູ່ນໍາຂີ້ດິນນີ້ລະ ແຕ່ວ່າເຮືອນພັກ ມັນຢູ່ມີຈໍານວນຫຼາຍຄົນ ກໍຢູ່ບໍ່ພໍເນາະ ເຂົາກໍປຸກຢູ່ນໍາຂີ້ດິນ ປຸກກະຕູບຢູ່ພຽງຫົວເຂົ່າ.”
ທ່ານກ່າວຕື່ມວ່າ ຕາມທີ່ໄດ້ໄປເບິ່ງປະຊາຊົນຜູ້ປະສົບພັຍ ໃນແຕ່ລະຈຸດນັ້ນ ກໍເຫັນຫຼາຍຄອຍຄົວ ໂດຍສະເພາະຄອບຄົວໃຫຍ່ອອກໄປຫາ ໄມ້ທ່ອນ ໄມ້ແປ້ນຕາມປ່າຕາມທົ່ງ ທີ່ຖືກນໍ້າຈາກເຂື່ອນພັດ ເອົາມາປຸກເປັນຕູບນ້ອຍ ຢູ່ຕໍ່ໜ້າເຮືອນພັກ ພໍມີບ່ອນນອນ ແລະແຕ່ງຢູ່ແຕ່ງກິນ ເພາະສ່ວນຫລາຍ ພວກເຂົາເຈົ້າບໍ່ຄຸ້ນເຄີຍ ກັບການຢູ່ໃນຫ້ອງສີ່ຫລ່ຽມ ທີ່ຄັບແຄບ ອັດແອນັ້ນ.
ເຮືອນພັກຊົ່ວຄາວ ທັງໝົດມີ 5 ຈຸດທີ່ທາງການລາວສ້າງໃຫ້ນັ້ນ ຄື: ຢູ່ບ້ານຕາໝາກຍອດ, ບ້ານຫາດຍາວ, ບ້ານດົງບາກ, ບ້ານປິ່ນດົງ ແລະບ້ານບົກ ເຮືອນພັກທີ່ວ່ານີ້ ເປັນໂຄງຮ່າງສໍາເຣັດຮູບເຮັດຈາກເຫຼັກມູງສັງກະສີ ບໍ່ມີປ່ອງຢ້ຽມ ບໍ່ມີບ່ອນຣະບາຍ ອາກາດ ເຮັດໃຫ້ ອາກາດຮ້ອນ ອົບເອົ້າ:
“ມັນກໍອຶດອັດ ມັນບໍ່ພຽງພໍແດ່ ເຮືອນກໍຄືລູກຮູ້ ບໍ່ແມ່ນນ້ອຍໆ ໂດຍສະເພາະຍາມຮ້ອນ ເວລາມັນໜາວຈັ່ງຊິ້ ຕອນເຊົ້າ ກໍພໍຢູ່ມີແຮງ ບາດ ຕອນສວາຍ 11 ໂມງ 10 ໂມງຂຶ້ນໄປ ຮ້ອນຫນໍ່າໆ.”
ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງອັດຕະປື ກ່າວຕື່ມວ່າປະຊາຊົນຜູ້ປະສົບພັຍ ເຂື່ອນແຕກ ເມື່ອວັນທີ່ 23 ກໍຣະກະດາ 2018 ສ່ວນຫລາຍ ຍັງມີສະພາບຈິດໃຈ ບໍ່ເປັນປົກກະຕິ ຍ້ອນວ່າເຂົາເຈົ້າ ມີຄວາມກັງວົນນໍາຫລາຍເຣື້ອງ ໂດຍສະເພາະ ເຣື້ອງທີ່ດິນທໍາມາຫາກິນ ກໍບໍ່ມີ ອາຊິບກໍບໍ່ມີ ຄືແຕ່ກ່ອນ ເຣື້ອງເຮືອນພັກຖາວອນ ທີ່ ທາງການລາວສັນຍາວ່າຈະສ້າງໃຫ້ ກໍຍັງບໍ່ຮູ້ເທື່ອວ່າຈະໄດ້ມື້ໃດ ປີໃດ.