ສວນກ້ວຍຈີນເອົາປຽບຄົນງານ

ອະວາຣີ
2016.05.12
F-Banana ສວນປູກກ້ວຍ ຂອງ ນັກລົງທຶນຈີນ ຢູ່ ແຂວງບໍ່ແກ້ວ
RFA

ເຈົ້າຂອງສວນກ້ວຍ ຢູ່ ແຂວງບໍ່ແກ້ວ ເອົາປຽບ ຄົນງານລາວ ໃຫ້ຄົນງານ ເຮັດວຽກ ເກີນເວລາ ແຕ່ບໍ່ຈ່າຍ ຄ່າແຮງ ລ່ວງເວລາ. ຄົນງານ ຮັບຈ້າງ ຢູ່ສວນກ້ວຍ ຂອງຈີນ ແຫ່ງນຶ່ງໃນ ແຂວງບໍ່ແກ້ວ ເວົ້າວ່າ ເຂົາມາເປັນ ຄົນງານ ຢູ່ ສວນກ້ວຍ ແຫ່ງນີ້ໄດ້ 3 ເດືອນແລ້ວ, ໄດ້ຮັບຄ່າຈ້າງ ມື້ນຶ່ງ 50,000 ກີບ ອາສັຍຢູ່ ໃນສວນກ້ວຍ ນັ້ນເລີຍ ຊື້ ອາຫານການກິນ ເອົາເອງ.

ໃນເບື້ອງຕົ້ນ ນາຍຈ້າງຄົນຈີນ ໃຫ້ເຮັດວຽກ ແຕ່ 7 ໂມງເຊົ້າ ຈົນເຖິງ 5 ໂມງແລງ; ຕໍ່ມາໃຫ້ ເຮັດວຽກ ແຕ່ 7 ໂມງເຊົ້າ ຫາ 11 ໂມງ ກາງຄືນ ແຕ່ໄດ້ຄ່າຈ້າງ ທໍ່ເກົ່າ. ເມື່ອ ຄົນງານ ໄປຕໍ່ວ່າ ເຈົ້າຂອງສວນກ້ວຍ ກໍບໍ່ພໍໃຈ ແລ້ວກໍຈ່າຍ ຄ່າແຮງຊ້າອີກ ເຮັດໃຫ້ ພວກຄົນງານ ບໍ່ມີເງິນ ຊື້ກິນ ສຸດທ້າຍ ກໍຈຳເປັນ ຕ້ອງອົດທົນ ເຮັດວຽກ ໄປເລື້ອຍໆ.

ຄົນງານສວນກ້ວຍຜູ້ນີ້ ອະທິບາຍວ່າ ພວກຄົນງານ ເຮັດວຽກ ຢູ່ສວນກ້ວຍ ຂອງຈີນນັ້ນ ບໍ່ມີສັນຍາ ວ່າຈ້າງ; ທາງພັກ-ຣັດ ກໍບໍ່ບັງຄັບ ໃຊ້ກົດໝາຍ ແຮງງານ ໂດຍສະເພາະ ມາດຕຣາ ທີ່ວ່າ ນາຍຈ້າງ ຕ້ອງຈ່າຍ ຄ່າແຮງງານ ເກີນເວລາ ໃຫ້ຄົນງານ ທີ່ເຮັດວຽກ ເກີນເວລາ. ແຕ່ເຫດການ ກັບເປັນວ່າ ໃນຍາມ ຄົນງານເຈັບເປັນ ນາຍຈ້າງ ກໍຕັດເງິນ ເດືອນ ຫລື ຮ້າຍກວ່ານັ້ນ ກໍໄລ່ອອກ ໄປເລີຍກໍມີ.

ນອກຈາກນີ້ ຄົນງານລາວ ທີ່ເຮັດວຽກ ຢູ່ສວນກ້ວຍ ຂອງຈີນ ຍັງຕ້ອງສ່ຽງກັບ ສານເຄມີ ທີ່ ອັນຕະຣາຍ ທີ່ເຫດໃຫ້ ຫຼາຍຄົນ ລົ້ມປ່ວຍ ແລະ ເສັຽຊີວິດຍ້ອນ. ດັ່ງນັ້ນ ປັດຈຸບັນ ຣັຖບານລາວ ຈຶ່ງປະກາດ ຢຸດການ ໃຫ້ສັມປະທານ ທີ່ດິນ ເພື່ອປູກກ້ວຍ ແລະ ຫ້າມ ຊາວຈີນ ທີ່ເປັນເຈົ້າຂອງ ສວນກ້ວຍ ຢູ່ແລ້ວ ຂຍາຍສວນກ້ວຍ ຂອງ ພວກເຂົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.