ຊາວປະມົງກັງວົນແກ້ງຫີນ ຈະຖືກ ທໍາລາຍ

ໄຊຍາ
2019.01.03
ແກ້ງຫີນ ຕາມລໍາແມ່ນໍ້າຂອງ ທີ່ໂຄງການຂອງບໍຣິສັດຈີນ ຕ້ອງການທໍາລາຍ ເພື່ອຄວາມສະດວກ ຂອງເຮືອສິນຄ້າຈາກ ຈີນ
RFA/OK

ຊາວປະມົງຫາປາ ທັງລາວແລະໄທ ທີ່ອາໃສຢູ່ແຄມແມ່ນ້ຳຂອງກັງວົນຕໍ່ ໂຄງການຣະເບີດແກ້ງຫີນ ໃນແມ່ນ້ຳຂອງ ທີ່ບໍຣິສັດຈີນ ຈະຣະເບີດ ຢູ່ເຂດເມືອງຕົ້ນເຜິ້ງ ແລະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ເມືອງຊຽງແສນ ແລະ ຊຽງຂອງຝັ່ງໄທ ເພື່ອໃຫ້ ເຮືອຂົນສົ່ງສິນຄ້າ ນ້ຳໜັກ 500 ຕັນ ຜ່ານມາໄທໄດ້ສະດວກ ຖ້າມີການຣະເບີດແກ້ງຫີນ ນັ້ນແທ້ ຈະເຮັດໃຫ້ປາບໍ່ມີບ່ອນວາງໄຂ່ ແລະ ເຮືອລຳນ້ອຍ ກໍຈະແລ່ນໃນ ແມ່ນ້ຳຂອງບໍ່ໄດ້.

ທ່ານ ໄຊຍາ ແສງໂຊກ, ຊາວປະມົງໄທ ຢູ່ບ້ານຫາດໄຄ້, ເມືອງຊຽງຂອງ ແຂວງຊຽງຮາຍ ໄດ້ກ່າວໃນມື້ວັນທີ 28 ທັນວານີ້ວ່າ:

“ບາງມື້ບໍ່ໄດ້ຈັກໂຕເລີຍ ສູ່ມື້ນີ້, ຄືມື້ນີ້ ບໍ່ມີໃຜໄດ້ຈັກໂຕ ຄືມັນຫາຍາກ ປານ້ຳຂອງມັນຫາຍາກ. ຍິ່ງມາຣະເບີດເກາະແກ້ງອີກ ຈັກໜ່ອຍກໍຈະ ຫາບໍ່ໄດ້ ຂ້າພະເຈົ້າວ່າ, ປ່ຽນອາຊີພໃໝ່ໝົດ ທັງລາວທັງໄທນີ້ ມັນກະທົບໝົດ. ທາງລາວນີ້ບໍ່ມາເລີຍ. ເມື່ອກ່ອນເຂົາມາຫາປາຫຼາຍ ຍິ່ງ ເຂົາຈະມາອີກ ຣະເບີດຫີນຣະເບີດຫຍັງນີ້ ປ່ຽນແປງໄປໝົດ."

ທ່ານກ່າວຕື່ມວ່າ ແຕ່ກ່ອນ ປາຢູ່ແມ່ນ້ຳຂອງ ເຂດເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ ແລະເມືອງຊຽງຂອງ ກັບເມືອງຊຽງແສນ ມີຈຳນວນຫຼວງ ຫຼາຍ. ຊາວປະມົງ 2 ຝັ່ງລາວ-ໄທ ຫາໄດ້ມື້ນຶ່ງບໍ່ຕ່ຳກວ່າ 10 ກິໂລ, ມີຣາຍໄດ້ຈາກການຂາຍປາ ບໍ່ຕ່ຳກວ່າ 600 ບາທຕໍ່ມື້. ແຕ່ໄລຍະ 5 ປີມານີ້, ປາກໍ່ຫຼຸດໜ້ອຍລົງຈົນເກືອບບໍ່ເຫຼືອເລີຍ. ໃນຣະດູທີ່ເຄີຍມີປາຫຼາຍ ຄືເດືອນ 6 ຫາເດືອນ 12 ກໍຍັງຫາປາຍາກ. ປາເຄິງ, ປາສ້ອຍ ແລະ ປາອີກຫຼາຍຊນິດ ກໍຫາຍໄປໝົດ, ແຕ່ຖ້າກວ່າມີການຣະເບີດແກ້ງຫີນອີກ ຊາວປະມົງ ທັງ 2 ຝັ່ງຕ້ອງລຳບາກຫຼາຍ.

ກ່ຽວກັບໂຄງການຣະເບີດແກ້ງຫີນ ຂອງຈີນນັ້ນ, ເຈົ້າໜ້າທີ່ທ້ອງຖິ່ນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ຄວາມເຫັນສວນທາງກັບຊາວປະມົງໄທ ວ່າການຣະເບີດແກ້ງຫີນ ຈະສົ່ງຜົລດີຫຼາຍກວ່າຜົລເສັຽ ຍ້ອນວ່າເສຖກິຈການຄ້າຈະດີຂຶ້ນ. ສ່ວນຊາວປະມົງລາວ ນັ້ນ ກໍຈະບໍ່ກະທົບຫຼາຍ.

“ມັນປະມົງທາງເຮົາ ມັນກະບໍ່ມີຫຍັງຫຼາຍ ບໍ່ໄດ້ຮັບຕີ້ ບໍ່ໃຫ້ຜົລກະທົບຫຍັງຕີ້. ມັນກໍມີຜົລດີຢູ່ແລ້ວ, ໂຕຢ່າງການຂົນສິນຄ້ານີ້ ໃຫ້ຄວາມ ສະດວກສະບາຍ. ກໍຜົລດີກໍຄົງຈະຫຼາຍຢູ່."

ໂຄງການຣະເບີດແກ້ງຫີນໃນແມ່ນ້ຳຂອງນັ້ນ ເປັນໂຄງການຂອງ ບໍຣິສັດຈີນ CCCC Second harbor Consultants ຂອງຈີນ ທີ່ມີ ຈຸດປະສົງ ເພື່ອໃຫ້ເຮືອຂົນສົ່ງສິນຄ້າຈາກຈີນ ສາມາດແລ່ນຜ່ານພະມ້າ, ລາວແລະໄທ ໄດ້ສະດວກ.

ປະຈຸບັນ ໂຄງການດັ່ງກ່າວ ໄດ້ສຳເຣັຈການກໍ່ສ້າງໄລຍະ ທີ 2 ແລ້ວ ຍັງເຫຼືອແຕ່ໄລຍະ ທີ 3 ທີ່ຈະຣະເບີດແກ້ງຫີນ ຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄປຮອດແຂວງຫຼວງພຣະບາງ, ແຕ່ໂຄງການນີ້ ກໍບໍ່ສາມາດດຳເນີນການໄດ້ ຍ້ອນປະຊາຊົນໄທ ປະທ້ວງ ແລະ ໃນມື້ວັນທີ 12-18 ທັນວາ ທີ່ຜ່ານມານີ້, ເຈົ້າຂອງໂຄງການ ກໍໄດ້ເລື່ອນເວທີ ເຈຣະຈາກັບຊາວບ້ານ ຝັ່ງໄທ ອອກໄປແບບບໍ່ມີກຳນົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.