ເມືອງສິງກວດກາຄົນຈີນ
2017.06.20
ທາງການເມືອງສີງ ແຂວງຫລວງນໍ້າທາ ຈະເພີ້ມການກວດກາ ການເຂົ້າ-ອອກ ຂອງຄົນຈີນ ຫຼາຍຂຶ້ນ ເພື່ອຄວາມ ເປັນຣະບຽບ ຮຽບຮ້ອຍ ໃນສັງຄົມ ຫລັງຈາກ ເກີດເຫດ ປຸ້ນ ຮ້ານຄໍາແຫ່ງນຶ່ງ ໃນຕລາດເມືອງສິງ ເມື່ອວັນທີ່ 16 ມິຖຸນາ 2017 ແລະຖືກຈັບ ເພື່ອ ດໍາເນີນຄະດີ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ແຮງງານ ແລະ ສວັດດິການ ສັງຄົມ ເມືອງສີງ ທ່ານນຶ່ງ ກ່າວວ່າ:
“ມັນປຸ້ນເອົາຊັພພົລເມືອງ ປຸ້ນເອົາຄໍາ ຂອງແມ່ຄ້ານະ ເອົາສເປສິດ ເຈົ້າຂອງຮ້ານຫັ້ນເດ ເຂົ້າໄປຮຸມກັນ ແລ້ວຈັບມັນໄດ້ ມາດໍາເນີນຄະດີ ແລ້ວດຽວນີ້ ພວກນີ້ແມ່ນ ພວກວ່າງງານ ເຂົ້າມາບໍ່ມີ ຕົນໂຕນະ ກະເຂົ້າໆອອກໆ ທຸກມື້ນີ້ແຫລະ ຊາຍແດນ ຕິດຈອດກັນເດ”.
ທ່ານກ່າວຕຶ່ມວ່າ ທຸກມື້ນີ້ຄົນຈີນ ເດີນທາງເຂົ້າອອກ ເມືອງສິງ ຜ່ານທາງດ່ານ ປານໄຮ ຈໍານວນ ຫລາຍຮ້ອຍຄົນຕໍ່ມື້ ສ່ວນໃຫຍ່ ຈະເຂົ້າ ມາຄ້າຂາຍ, ເຮັດທຸຣະກິດ ແລະທ່ອງທ່ຽວ ແບບມາຕອນເຊົ້າ ເມືອຕອນແລງ ໂດຍໃນນັ້ນ ມີພວກຄົນບໍ່ດີ ແອບແຝງມານໍາ, ຢ່າງໃດກໍຕາມ ຫລັງເກິດເຫດ ດັ່ງກ່າວ ທາງການເມືອງສິງ ກໍໄດ້ແຈ້ງເຕືອນ ໃຫ້ປະຊາຊົນ ມີສະຕິ ແລະປະສານງານ ໃຫ້ເຈົ້າໜ້າທີ່ ປະຈໍາດ່ານ ປາງໄຮ ເພີ້ມການກວດກາ ຫລາຍຂຶ້ນ.
ເຈົ້າໜ້າທີ່ ທ່ານນີ້ກ່າວຕຶ່ມວ່າ ສໍາລັບຄົນຈີນ ທີ່ ມາອາສັຍຢູ່ ເມືອງສິງ ປັຈຈຸບັນ ເຫລືອໜ້ອຍລົງ ຫາກທຽບໃສ່ ແຕ່ກ່ອນ ເພາະດຽວນີ້ ສວນກ້ວຍຈີນ ຫລາຍແຫ່ງ ໄດ້ເຊົາປູກ ພວກຄົນງານຈີນ ຈຶ່ງພາກັນກັບ ປະເທດເຂົາ, ສ່ວນຄົນຈີນ ທີ່ຍັງເຫຼືອຢູ່ ກໍແມ່ນພວກຄ້າຂາຍ ໃນຕລາດ.
ເຖິງຢ່າງໃດກໍຕາມ ຄົນຈີນ ທີ່ເຂົ້າມາ ທາງແຂວງພາກເໜືອ ຂອງລາວ ສ່ວນນຶ່ງ ໄດ້ສ້າງບັນຫາ ຫຼາຍຢ່າງໃຫ້ສັງຄົມ ນອກຈາກລັກຊັບ ແລ້ວ ຜູ້ຊາຍຈີນ ຈໍານວນນຶ່ງ ເຂົ້າມາຕົວະ ຂໍແຕ່ງງານ ກັບແມ່ຍິງລາວ ຈາກນັ້ນ ພາໄປຢູ່ຈີນ ແລ້ວນໍາແມ່ຍິງເຫຼົ່ານັ້ນ ໄປຂາຍຕໍ່ໃຫ້ ພວກນາຍຈ້າງ ຫຼື ຮ້ານບັນເທີງຕ່າງໆ.