ໂຮງງານຜລິດແປ້ງມັນຕົ້ນ ລາວ-ອິນໂດຊາຍນາ ປະຕິເສດວ່າຕົນບໍ່ໄດ້ເຮັດໃຫ້ໝູ່ປາ ໃນໜອງຫານ ບ້ານນາທາມ ເມືອງປາກງື່ມຕາຍ ຍ້ອນ ນໍ້າເສັຽຂອງທາງໂຮງງານ ແລະໄດ້ແຈ້ງວ່າ ທາງໂຮງງານ ໄດ້ປ່ອຍນໍ້າເສັຽ ຕັ້ງແຕ່ ຣະດູຝົນຜ່ານມາພູ້ນແລະເກືອບຈະຮອດ 2 ເດືອນແລ້ວ ກ່ອນມີເຣື້ອງປາຕາຍເກີດຂຶ້ນ. ເຈົ້າໜ້າທີ່ ສິ່ງແວດລ້ອມ ໄດ້ເອົາໂຕຢ່າງນໍ້າ ໄປວິຈັຍ ແລະພົບວ່າມີຄ່າ PH ສູງເຖິງ 45 ສ່ວນຮ້ອຍ ອັນ ເຮັດໃຫ້ນໍ້າ ຂາດອາກາດ (ອອກຊີເຈັນ) ແລະເປັນສາເຫດ ເຮັດໃຫ້ປາຕາຍ ດັ່ງ ຊາວບ້ານໄດ້ກ່າວ:
`ເພິ່ນປະຕິເສດ ຍ້ອນວ່າທາງໂຮງງານ ເພິ່ນປ່ອຍນໍ້າເສັຽ ຫັ້ນນະ ຕັ້ງແຕ່ ຫົວລະດູຝົນ ມັນໄດ້ເດືອນປາຍແລ້ວ ປັດຈຸບັນນີ້ ເພິ່ນບໍ່ໄດ້ປ່ອຍ. ການວັດແທກນໍ້າຫັ້ນອອກ ມາແລນີ້ມັນເກີນຢູ່ 45 ແລ້ວ ແຕ່ວ່າປົກກະຕິ 5 ເປີເຊັນ".
ເຫດການປາຕາຍໃນຄັ້ງນີ້ ຊາວບ້ານວ່າ ອາດເປັນເພາະໂຮງງານຜລິດແປ້ງມັນຕົ້ນ ລາວ-ອິນໂດຊາຍນາ ປ່ອຍນໍ້າເສັຽລົງໜອງ ໃນຍາມລະ ດູຝົນ ເພາະວ່າເຫດປາຕາຍໃນໜອງເກືອບ 4 ໂຕນ ທີ່ເກີດເມື່ອປີ 2009 ແມ່ນຍ້ອນໂຮງງານນີ້ ປ່ອຍນໍ້າເສັຽລົງໜອງ ແລະ ຕອນນັ້ນໂຮງ ງານກໍຍອມຮັບ ແລະໄດ້ນໍາປາໄປປ່ອຍຄືນ 5 ແສນກວ່າໂຕ. ຊາວບ້ານວ່າ ໃນເມື່ອທາງໂຮງງານບໍ່ຍອມຮັບແລ້ວພວກຊາວບ້ານກໍບໍ່ຮູ້ວ່າຈະ ຮຽກຮ້ອງ ຄ່າເສັຽຫາຍນໍາພາກສ່ວນໃດ ແຕ່ຢາກຂໍໃຫ້ ຂັ້ນເທິງລົງ ມາກວດສອບ ແລະຢັ້ງຢືນວ່າສາເຫດ ມາຈາກໃສກັນແທ້:
"ຢາກໃຫ້ທາງຂັ້ນເທິງນີ້ມາຊອກວ່າ ນໍ້າເສັຽໂຕນີ້ ຄ່າຂອງມັນເກີນຈັ່ງຊີ້ ມັນເກີດຈາກສາເຫດໃດ ຢາກໃຫ້ຫາຫລັກຖານແນວນັ້ນຢັ້ງຢືນວ່າຄ່າ ຂອງນໍ້ານີ້ເກີນເທົ່ານີ້ ເກີດຈາກໂຮງງານ ແຫລະກໍຢາກໃຫ້ເວົ້າ ຈັ່ງຊັ້ນ ຄັນວ່າແມ່ນ ຫັ້ນນະ".
ເຫດປາຕາຍໃນໜອງຄັ້ງຜ່ານມາແລະຄັ້ງຫລ້າສຸດນີ້ ເຮັດໃຫ້ຊາວບ້ານນາທາມ ແລະບ້ານໃກ້ຄຽງໄດ້ຮັບຄວາມເດືອດຮ້ອນ ໃນເຣື້ອງອາຫານ ການກິນ ຊຶ່ງແຕ່ໃດໆມາຊາວບ້ານສ່ວນໃຫ່ຽກໍອາສັຍ ໜອງແຫ່ງນີ້ເປັນ ບ່ອນທໍາມາຫາລ້ຽງຊີບ.