ດິນເຈື່ອນເສັຽຊີວິດ 4 ຄົນ
2016.10.13

ອີງຕາມການບອກເລົ່າ ຂອງ ປະຊາຊົນ ທ່ານນຶ່ງ ທີ່ ເມືອງຄຳເກີດ ຊາວບ້ານ ທີ່ເສັຽຊີວິດ 4 ຄົນ ໃນການ ຂຸດຄຳນັ້ນ ເປັນຄົນມາຈາກ ບ້ານອື່ນ, ແຕ່ ຍັງບໍ່ມີ ຣາຍງານວ່າ ການຂຸດຄຳ ໃນເຂດ ດັ່ງກ່າວນັ້ນ ແມ່ນທາງການ ອະນຸຍາດ ໃຫ້ຂຸດ ຫລື ເຂົາເຈົ້າ ລັກ ຂຸດເອງ.
ປະຊາຊົນ ຜູ້ທີ່ເຄີຍ ເຮັດວຽກ ຢູ່ເຂດຫລັກ 20 ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ເຄີຍກ່າວຕໍ່ ເອເຊັຽເສຣີ ວ່າ: ເມື່ອ 10 ປີຜ່ານມາ ມີຊາວບ້ານ ຢູ່ເຂດຫລັກ 20 ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ມັກພາກັນ ໄປຂຸດຄຳ ຈົນທາງການ ຕ້ອງໄດ້ ເອົາທະຫານ ໄປຍາມ ປ້ອງກັນໄວ້.
ການຂຸດຄຳ ແບບຊະຊາຍ ເປັນບັນຫາຕໍ່ ສີ່ງແວດລ້ອມ ແມ່ນ້ຳລຳທານ ແລະ ປະຊາຊົນ ທ້ອງຖິ່ນ ໃນຫຼາຍແຂວງ, ເມື່ອ ເດືອນເມສາ ຜ່ານມາ ທີ່ແຂວງ ຫຼວງນ້ຳທາ ຊາວບ້ານ ຊຽງກົກໃໝ່ ແລະ ຊຽງກົກເກົ່າ ກໍໄດ້ຮັບ ຜົນກະທົບ ຈາກ ບໍຣິສັດ ຮ່ອນຄຳ ຢູ່ ນ້ຳຫ້ວຍ ແຄມບ້ານ ຊຶ່ງ ຫ້ວຍ ດັ່ງກ່າວ ປະຊາຊົນ ໃນສອງບ້ານ ຕ້ອງໃຊ້ກິນ ແລະ ໃຊ້ອາບ ແຕ່ໃດໆມາ ຮ່ວມທັງ ໃຊ້ຜລິດ ນໍ້າປະປາ ບໍຣິການ ປະຊາຊົນ ແລະ ນອກນັ້ນ ຢູ່ແຂວງອື່ນໆ ກໍມີບັນຫາ ແບບດຽວກັນ ເປັນຕົ້ນ ທີ່ ແຂວງ ອັດຕະປື ແລະ ເຊກອງ.
ຢູ່ປະເທດລາວ ການຂຸດຄຳ ແບບຊະຊາຍ ບໍໍ່ໄດ້ຮັບ ອະນຸຍາດ ຈາກທາງການ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ເປັນຕົ້ນຢູ່ ແຂວງຊຽງຂວາງ, ແຂວງ ຫຼວງພຣະບາງ, ຫຼວງນ້ຳທາ, ແຂວງວຽງຈັນ, ບໍຣິຄຳໄຊ, ແຂວງເຊກອງ, ແລະ ແຂວງ ອັດຕະປື.