ຂ.ຊຽງຂວາງຕ້ອງການເພີ້ມງົປເພື່ອ ກູ້ຣະເບີດ
2014.09.11

ເຈົ້າໜ້າທີ່ ອົງການ ເກັບ ກູ້ຣະເບີດ ບໍ່ທັນແຕກ ຫລື UXO ປະຈໍາ ແຂວງ ຊຽງຂວາງ ກ່າວວ່າ ປັດຈຸບັນ ທາງ ອົງການ ຂອງ ພວກ ທ່ານ ຕ້ອງການ ພະນັກງານ ເພີ່ມຕື່ມ ເພື່ອ ຈະໄດ້ຊ່ວຍ ການເກັບ ກູ້ຣະເບີດ ໃຫ້ ຄືບໜ້າ ໄປຫຼາຍ ຂຶ້ນຕື່ມ ແຕ່ບໍ່ມີ ງົບປະມານ:
"ຕ້ອງການໃໝ່ ແຕ່ພວກເຮົາ ບໍ່ມີທຶນ ຮອນ ພວກເຮົາ ຢາກຂຍາຍ ທິມງານ ໃໝ່ ຮັກສາ ໃນຣະດັບ ເກົ່າຢູ່ ເວົ້າເຣຶ່ອງ ບັນຫາ ເຣຶ່ອງ ການ ເພິ່ມ ທິມງານ ໃໝ່ ກໍຕ້ອງໄດ້ ເວົ້າເຣຶ່ອງ ທຶນຮອນ ໃຫ້ມັນ ຫລາຍ ກວ່າເກົ່າ".
ທ່ານກ່າວ ຕໍ່ໄປວ່າ ໃນ ຣະຍະ 20 ປີ ຜ່ານມານີ້ ພວກທ່ານ ສາ ມາດ ເກັບກູ້ ຣະເບີດ ບໍ່ທັນແຕກ ໄດ້ພຽງ 0.36%. ຖ້າຫາກມີ ພະນັກງານ ແລະ ອຸປກອນ ເພິ່ມຂຶ້ນ ທ່ານ ເຊື່ອວ່າ ໃນແຕ່ ລະປີ ຈະສາມາດ ເກັບ ກູ້ຣະເບີດ ໄດ້ ຫຼາຍຂຶ້ນ ແລະ ທັງຈະເຮັດ ໃຫ້ ປະຊາຊົນ ບຸກເບີກ ເນື້ອທີ່ ການຜລິດ ໄດ້ຫລາຍ ຂຶ້ນຕື່ມ.
ທ່ານວ່າ ນັບແຕ່ ຕົ້ນປີນີ້ມາ ເກີດເຫດ ຣະເບີດແຕກ ຢູ່ ແຂວງ ຊຽງຂວາງ 11 ຄັ້ງ ຊຶ່ງສ່ວນຫຼາຍ ເກີດຂຶ້ນກັບ ຜູ້ບຸກເບີກ ເນື້ອທີ່ ການຜລິດ ເຮັດໃຫ້ ມີຜູ້ເສັຽ ຊີວິດ 2 ຄົນ. ປັດຈຸບັນ ອົງການ ເກັບ ກູ້ຣະເບີດ ບໍ່ທັນແຕກ ປະຈໍາ ແຂວງ ຊຽງຂວາງ ມີ 2 ພາກສ່ວນ ຄື ພາກສ່ວນ ຂອງ ຣັຖບາລ ລາວ ທີ່ໄດ້ຮັບ ເງິນທຶນ ຈາກ ປະເທສ ນິວຊີແລັນ ເປັນຫລັກ ແລະ ພາກສ່ວນ MAG ຂອງ ປະເທສ ອັງກິດ. 2 ພາກສ່ວນ ນີ້ ປະສານງານ ກັນ ໃນການ ເກັບ ກູ້ຣະເບີດ ບໍ່ທັນແຕກ ຢູ່ ຕາມແຫ່ງ ຕ່າງໆ ພາຍໃນ ແຂວງນີ້.