ເສັ້ນທາງຈີ່ນາຍໂມ້ ຫາ ບ້ານຫ້ອມ-ຖິ່ນເພັຽ

ໄມຊູລີ
2017.12.26
F-Jinaimo ເສັ້ນທາງ ຈີ່ນາຍໂມ້ ຫາ ບ້ານຫ້ອມ-ຖິ່ນເພັຽ ຈະສ້ອມແປງ ແລະສ້າງໃຫ້ແລ້ວ ໃນປີ 2018
RFA/LX

ເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຢືນຢັນ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 21 ທັນວາ ນີ້ວ່າການ ກໍ່ສ້າງເສັ້ນທາງແຕ່ 3 ແຍກຈີ່ນາຍໂມ້ ຫາ ບ້ານຫ້ອມ-ຖິ່ນເພັຽ ຈະກັບມາສືບຕໍ່ ການກໍ່ສ້າງໃຫ້ສຳເຣັດຢ່າງແນ່ນອນ ໃນຕົ້ນປີ 2018 ນີ້, ພາຍຫຼັງທີ່ບໍຣິສັດ ຜູ້ຮັບເໝົາ ກໍ່ສ້າງ ໄດ້ເລື່ອນການກໍ່ສ້າງ ມາໄດ້ເກືອບ 4 ເດືອນແລ້ວ ແລະນັກລົງທຶນຈີນ ທີ່ເປັນຜູ້ຮັບເໝົາ ກໍ່ສ້າງກໍກັບ ມາກະກຽມອຸປກອນການກໍ່ສ້າງໄວ້ແລ້ວ. ດັ່ງທ່ານກ່າວ ຕອນນຶ່ງວ່າ:

“ຈີນ ມາລະ ຫາກຍັງບໍ່ທັນໄດ້ລົງມື ກຽມນັ້ນກຽມນີ້ໄວ້ຊື່ໆ, ເວົ້າກັນວ່າເດືອນ 1 ປີ 2018 ຊິເຣີ້ມ, ແຕ່ວ່າມັນກະບໍ່ຫຼາຍ ມີແຕ່ເທຊື່ໆ ຮ່ອງ ຣະບາຍນ້ຳແລ້ວໆ ມີແຕ່ເທທາງຍ່າງຊື່ໆ. ອັນຈີນເປັນຄົນລົງທຶນ ຣັຖບານຂຶ້ນແຜນຊຳຣະ.”

ທ່ານກ່າວຕື່ມວ່າ ນັກລົງທຶນຈີນ ຜູ້ຮັບເໝົາໂຄງການ ຈະເຣີ້ມລົງມືກໍ່ສ້າງ ເສັ້ນທາງຕໍ່ໃນກາງເດືອນ ມົກກະຣາ 2018 ນີ້ ເພື່ອໃຫ້ສຳເຣັດ ຕາມແຜນການມອບຮັບ ໂຄງການ ໃນໄລຍະ ບຸນປີໃໝ່ລາວ 2018, ເຊິ່ງການກໍ່ສ້າງ ທີ່ຍັງເຫຼືອແມ່ນມີແຕ່ ເທໜ້າທາງ, ທາງຍ່າງ ແລະ ຕິດຕັ້ງໄຟຕາມ ແຄມທາງ ກໍສຳເຣັດແລ້ວ.

ການກໍ່ສ້າງເສັ້ນທາງແຕ່ 3 ແຍກຈີ່ນາຍໂມ້ ຫາບ້ານຫ້ອມ-ຖິ່ນເພັຽ ຫຼືບ້ານທ່າແຂກ ທີ່ສ້າງບໍ່ແລ້ວຈັກເທື່ອ ແລະເປັນບັນຫາ ຄາລາຄາຊັງ ມາຫຼາຍປີແລ້ວ ເຮັດໃຫ້ຊາວບ້ານ ໃນເຂດດັ່ງກ່າວ ສັນຈອນໄປມາຫຍຸ້ງຍາກ ໃນແຕ່ລະວັນ ຍາມຝົນກໍເປັນຂຸມ ແລະ ເປັນບວກຂີ້ຕົມ, ຍາມແລ້ງກໍຂີ້ຝຸ່ນ.

ມາຮອດປະຈຸບັນ ຣັຖບານລາວໄດ້ອະນຸຍາດ ໃຫ້ບໍຣິສັດ ຫາຍໜານ ກໍ່ສ້າງຂົວທາງ ຈາກປະເທສຈີນ ເຂົ້າມາສ້າງຕໍ່ ພາຍຫຼັງທີ່ ບໍຣິສັດ ດວງປະເສີດ ກໍ່ສ້າງ ທີ່ເປັນຜູ້ຮັບເໝົາກໍ່ສ້າງ ກ່ອນໜ້ານີ້ ໄດ້ປະລະໂຄງການນີ້ໄປ ດ້ວຍເຫຕຜົລ ຂາດສະພາບຄ່ອງ ທາງການເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.