ບ້ານຈັດສັນເຂື່ອນ ໄຊຍະບູຣີ ຂາດນໍ້າໃຊ້

ມະນີຈັນ
2019.08.23
F-Xayabouri ເຂື່ອນໄຟຟ້າ ແຂວງໄຊຍະບູຣີ ຈະເຣີ້ມ ທໍາການຜລິດໄຟຟ້າ ໃນປີ 2020
RFA

ປະຊາຊົນ 3 ບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນໄຊຍະບູຣີ ທີ່ມີ 184 ຄອບຄົວນັ້ນ ໄດ້ໂຍກຍ້າຍອອກຈາກບ້ານເດີມ ມາຢູ່ບ້ານຈັດສັນ ຊຶ່ງໄດ້ຮັບເງິນ ຄ່າຊົດເຊີຍ ແລະທີ່ດິນທຳການຜລິດແລ້ວ ແຕ່ບໍ່ພຽງພໍສຳລັບ ການປູກຝັງລ້ຽງຄອບຄົວ ແລະ ຍັງມີບັນຫາ ເຣື່ອງນໍ້າກິນ ນ້ຳໃຊ້ ບໍ່ພຽງພໍຕື່ມອີກ, ດັ່ງ ຫົວໜ້າຄຸ້ມຄອງບ້ານຈັດສັນ ເຂື່ອນໄຊຍະບູຣີ ກ່າວຕໍ່ RFA ໃນມື້ວັນທີ 20 ສິງຫາ ນີ້ວ່າ:

"ໂອໄດ້ດົນແລ້ວເງິນຊົດເຊີຍນີ້ ອີງຕາມເນື້ອທີ່ທີ່ຖືກຜົລກະທົບ ຈາກເຂື້ອນຫັ້ນ 30-40 ລ້ານ ຫາ 200ລ້ານກີບ ນີ້ແຫຼະ ໄດ້ໝົດແລ້ວຄ່າ ຊົດເຊີຍ ແນວອື່ນກໍ່ໄດ້ໝົດແລ້ວ ແຕ່ອັນນໍ້ານະນໍ້າບໍ່ພຽງພໍ ທີ່ບ້ານພວກເຮົາ."

ທ່ານກ່າວຕື່ມວ່າ ປະຊາຊົນ 3 ບ້ານ ຄືບ້ານຫົວທຸຍ, ບ້ານນາຕໍໃຫຍ່ ແລະ ບ້ານທ່າເດື່ອ ທີ່ໄດ້ຮັບຜົນກະທົບນັ້ນ ໄດ້ໂຍກຍ້າຍມາ ຢູ່ບ້ານ ຈັດສັນແຕ່ກາງປີ 2012 ແຕ່ຈົນຮອດປີ 2015-2016 ທາງຄນະຈັດສັນເຂື່ອນ ຈຶ່ງຈ່າຍເງິນຄ່າຊົດເຊີຍ ແລະແບ່ງທີ່ດິນທຳການຜລິດ ໃຫ້ ຄອບຄົວນຶ່ງ ແຕ່ 0,7 ເຮັກຕາ ຫາ 1 ເຮັກຕາ ປາຍ; ໂດຍອີງໃສ່ຄວາມເສັຽຫາຍ ຂອງດິນບ້ານ ແລະເຮືອນເດີມເປັນຫລັກ.

ແຕ່ທີ່ດິນທຳກິນ ຊຶ່ງທາງໂຄງການແບ່ງໃຫ້ປະຊາຊົນ ພາຍຫລັງໄດ້ໂຍກຍ້າຍ ມາຢູ່ບ້ານຈັດສັນນັ້ນ ບໍ່ພຽງພໍສຳລັບການປູກຝັງລ້ຽງຄອບຄົວ. ເຖິງແມ່ນວ່າທາງຄນະຈັດສັນ ໂຄງການເຂື່ອນໄຊຍະບູຣີ ຈະໄດ້ຝຶກອົບຮົມ ແລະ ຈັດອາຊີບ ໃຫ້ໃໝ່ ໂດຍໃຫ້ ປະຊາຊົນຫັນມາລ້ຽງສັດ ແລະເຮັດສວນປູກໝາກໄມ້ ຊຶ່ງທີ່ທາງໂຄງການ ຈະສນອງ ໄກ່, ໝູ, ງົວ, ຄວາຍ ໃຫ້.

ຢູ່ບ້ານຈັດສັນ ມີສຸກສາລາ, ໂຮງຮຽນ, ຫ້ອງການບ້ານ ແລະສີ່ງອຳນວຍຄວາມສະດວກ ຕາມທີ່ປະຊາຊົນຕ້ອງການ ແຕ່ກໍ່ຍັງປະສົບ ກັບບັນຫານ້ຳກິນ ນ້ຳໃຊ້ບໍ່ພຽງພໍ ຍ້ອນທໍ່ນໍ້າລິນ ທີ່ໂຄງການສ້າງໃຫ້ ບ້ານຈັດສັນ ແຕກມາຕັ້ງແຕ່ປີກາຍ ແລະຍັງບໍ່ມີ ພາກສ່ວນໃດ ມາສ້ອມແປງໃຫ້.

ເພື່ອແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ຫ້ອງການເມືອງປາກລາຍ ຊຶ່ງເປັນເມືອງທີ່ສ້າງເຂື່ອນໃສ່ນັ້ນ ເວົ້າວ່າ ທາງບໍຣິສັດຮັບຜິດຊອບ ເຂື່ອນ ແລະ ຫ້ອງການນ້ຳປະປາ ໄດ້ສົ່ງພະນັກງານ ໄປເກັບກຳຂໍ້ມູນແລ້ວ ແລະຍັງຢູ່ໃນຂັ້ນຕອນ ການພິຈາຣະນາ ວ່າຈະສ້ອມແປງ ໃຫ້ແນວໃດ ດັ່ງທີ່ທ່ານກ່າວຕໍ່ RFA ວ່າ:

"ເຣື່ອງນໍ້າໃຊ້ນໍ້າກິນ ທາງບ້ານຂະເຈົ້າໄປເຮັດເຈື່ອນແລ້ວ ໄປຈົກທໍ່ນໍ້າລິນຂາດແລ້ວ ເພີ່ນຕັດເລີຍທາງປະປາ ເພີ່ນຕັດ ມີແຕ່ວ່າທາງປະປາ ເພິ່ນກໍ່ສິເຮັດໃຫ້ນ່າ ແລ້ວເພິ່ນກໍ່ລົງຕິດຕາມ ລົງເອົາຂໍ້ມູນຢູ່."

ປັດຈຸບັນ ເຂື່ອນ ໄຊຍະບູຣີ ສ້າງໄດ້ 99% ແລ້ວ ແລະກຳລັງທົດລອງ ຜລິດກະແສໄຟຟ້າຢູ່. ຫາກບໍ່ມີບັນຫາຂັດຂ້ອງ ກໍຈະເປີດໃຊ້ໃນປີ 2020 ນີ້. ເຂື່ອນດັ່ງກ່າວ ເປັນຂອງບໍຣິສັດ ຊີເຄ ພາວເວີ ຈຳກັດຂອງໄທ ແລະ ບໍຣິສັດ ຊ. ການຊ່າງຂອງໄທ ເປັນຜູ້ ອອກແບບກໍ່ສ້າງ ເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.