ຜົນກະທົບຈາກເຂື່ອນນ້ຳເທີນ 2

ອະວາຣີ
2015.04.05
F-namtheun-kids ບ້ານເຮືອນ ທີ່ກໍາສ້າງໃຫ້ ຊາວບ້ານຜູ້ຕ້ອງ ໄດ້ໂຍກຍ້າຍ ອອກຈາກເຂດ ກໍ່ສ້າງເຂື່ອນ ນໍ້າເທີນສອງ ໃນປີ2007.ມາຮອດເວລານີ້ ການຊ່ວຍເຫລືອ ຊາວບ້ານກໍຍັງຕ້ອງ ດໍາເນີນຕໍ່ໄປ
AFP

ອົງການ ສິ່ງ ແວດລ້ອມ ຣາຍງານ ວ່າ ເຂື່ອນ ນ້ຳເທີນ2 ສົ່ງ ຜົນ ກະທົບ ທີ່ ບໍ່ດີ ຕໍ່ ປະຊາຊົນ ແລະ ສິ່ງ ແວດລ້ອມ ແຕ່ ທະນາຄານ ໂລກ ເວົ້າວ່າ ເຂື່ອນ ນັ້ນ ໄດ້ ຊ່ວຍ ປັບປຸງ ຊີວິດ ການ ເປັນຢູ່ ຂອງ ຊາວລາວ ໃຫ້ ດີຂື້ນ.

ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຫລື NGOs ຫລາຍ ອົງການ ອອກ ຖແລງການ ເມື່ອ ວັນທີ 1 ເດືອນ ເມສາ ນີ້ ຮຽກຮ້ອງ ໃຫ້ ທະນາຄານ ໂລກ ທະນາຄານ ພັທນາ ເອເຊັຽ ແລະ ທະນາຄານ ລົງທຶນ ຢູໂຣບ ຍອມຮັບ ວ່າ ໂຄງການ ສ້າງ ເຂື່ອນ ນ້ຳເທີນ2 ເປັນ ໂຄງການ ທີ່ ລົ້ມເຫລວ; ໂຄງການ ເຂື່ອນ ດັ່ງກ່າວ ບໍ່ ສາມາດ ໃຫ້ ຜົນ ປໂຍດ ແກ່ ປະຊາຊົນ ລາວ ຕາມ ຈຸດປະສົງ ທີ່ ວາງໄວ້; ກົງກັນຂ້າມ ເຂື່ອນ ໄດ້ ສົ່ງຜົນ ກະທົບ ທາງລົບ ຫລາຍ ຢ່າງ ຕໍ່ ປະຊາຊົນ ໃນ ພາກ ກາງ ຂອງລາວ.

ນາງ Tanya Lee ຜູ້ ປະສານ ງານ ອົງການ ແມ່ນ້ຳ ສາກົນ ຮັບຜິດ ຊອບ ໂຄງການ ໃນລາວ ເວົ້າວ່າ ຜົນ ປໂຍດ ທາງດ້ານ ພັທນາ ຈາກ ເຂື່ອນ ນ້ຳເທີນ2 ທີ່ ທະນາຄານ ໂລກ ແລະ ທະນາຄານ ພັທນາ ເອເຊັຍ ໂຄສະນາ ສົ່ງເສີມ ໃນ ເມື່ອກ່ອນ ບໍ່ໄດ້ ເກີດ ເປັນ ຜົນ ສຳເຣັດ ເລີຍ ໃນ ນັ້ນ ຮວມທັງ ແຜນການ ສ້າງ ຣາຍຮັບ ແລະ ການ ປັບປຸງ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ໃຫ້ ດີຂຶ້ນ ທີ່ ຈຳເປັນ ຕ້ອງ ຍົກຍ້າຍ ແລະ ທີ່ ອາໄສ ຢູ່ ທາງພາກ ລຸ່ມ ຂອງ ເຂື່ອນ.

ນາງ Lee ອະທິບາຍ ວ່າ ໃນ ຣະຍະ 10 ປີ ຜ່ານມາ ພວກ ເຮົາ ໄດ້ ສຶກສາ ສຳຣວດ ການ ດຳເນີນ ຊີວິດ ຂອງ ປະຊາຊົນ ໃນພາກ ລຸ່ມ ຂອງ ເຂື່ອນ ນ້ຳເທີນ2 ຕາມ ລຳ ນ້ຳ ເຊບັ້ງໄຟ ແລະ ໄດ້ພົບ ວ່າ ເຂື່ອນ ນີ້ໄດ້ ສົ່ງ ຜົນກະທົບ ຕໍ່ ປະຊາຊົນ ແລະ ສິ່ງ ແວດລ້ອມ ຢ່າງແຮງ; ຕົວຢ່າງ ປະຊາຊົນ ຫາປາ ໄດ້ ໜ້ອຍລົງ ນ້ຳຖ້ວມ ທົ່ງນາ ແລະ ສວນຜັກ ທີ່ ຢູ່ຕາມ ຝັ່ງເຊ ແລະ ຊາວບ້ານ ມັກເປັນ ຕຸ່ມ ຍ້ອນໃຊ້ ນ້ຳເຊ ທີ່ ເປິເປື້ອນ.

ບັນຫາ ເຫລົ່ານີ້ ທະນາຄານ ໂລກ ເອງ ກໍເຄີຍ ຍອມຮັບ ແລະ ໄດ້ ຕີ ຣາຄາ ໂຄງການ ເຂື່ອນ ນ້ຳເທີນ2 ວ່າ ເປັນ ໂຄງການ ທີ່ ບໍ່ໜ້າ ພໍໃຈ ປານໃດ. ບັນດາ ນັກ ຊ່ຽວຊານ ຂອງ ທະນາຄານ ໂລກ ແລະ ທະນາຄານ ພັທນາ ເອເຊັຽ ກໍສັງ ເກດ ເຫັນ ຂໍ້ ບົກຜ່ອງ ທີ່ ກ່າວມາ ນັ້ນ ເຊັ່ນກັນ. ເມື່ອ ເດືອນ ທັນວາ ປີກາຍ ຄນະ ນັກ ຊ່ຽວຊານ ເຫລົ່ານີ້ ໄດ້ເຕືອນ ຣັຖບານ ລາວ ວ່າ ຣັຖບານ ລາວ ບໍ່ ສາມາດ ປະຕິບັດ ຕາມ ຂໍ້ ຕົກລົງ ທີ່ ເຊັນກັນ ກ່ອນ ຈະສ້າງ ເຂື່ອນ ຫລາຍ ຂໍ້ ເປັນ ຕົ້ນ ຂໍ້ ກ່ຽວກັບ ການ ຍົກ ຣະດັບ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ລາວໃຫ້ ດີ ຂື້ນ.

ຄນະ ນັກ ຊ່ຽວຊານ ທີ່ ໄດ້ໄປ ສຶກສາ ສຳຣວດ ເຂດ ພູພຽງ ນາກາຍ ໃນ ບໍຣິເວນ ເຂື່ອນ ນ້ຳເທີນ2 ໄດ້ ອອກ ຣາຍງານ ຜົນ ຂອງການ ສຳຣວດ ວ່າ:

-ໂຄງການ ເຂື່ອນ ນ້ຳເທີນ2 ບໍ່ ສາມາດ ສ້າງ ວຽກງານ ໃຫ້ ແກ່ ປະຊາຊົນ ທີ່ ໄດ້ຮັບ ຜົນ ກະທົບ ໄດ້ ຢ່າງ ຍືນຍົງ.

- ທີ່ດິນ ທີ່ ທາງ ໂຄງການ ຈັດສັນ ໃໝ່ ໃຫ້ນັ້ນ ກໍ ເປັນດິນ ທີ່ ບໍ່ມີ ຄຸນນະພາບ ປະຊາຊົນ ບໍ່ ສາມາດ ປູກຝັງ ຫາ ລ້ຽງຊີບ ໄດ້. ປະຊາຊົນ ຈຳເປັນ ຕ້ອງ ລັກ ຊອກຫາ ຈັບ ສັດປ່າ ແລະ ຕັດໄມ້ ຂາຍ ເພື່ອ ລ້ຽງຊີບ ໄປ ແຕ່ລະ ມື້.

-ໂຄງການ ເຂື່ອນ ນ້ຳເທີນ2 ຍັງ ບໍ່ ສາມາດ ຟື້ນຟູ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ທາງ ພາກລຸ່ມ ໃຫ້ ດີຂື້ນ ເທົ່າເດີມ ໄດ້.

- ປະຊາຊົນ ໃນ 67 ບ້ານ ທີ່ ໄດ້ຮັບ ຜົນກະທົບ ບໍ່ໄດ້ ຮັບ ການ ຊ່ອຍເຫລືອ ຢ່າງ ຕໍ່ເນື່ອງ ໄດ້ ຮັບຄ່າ ຊົດເຊີຍ ເປັນ ເງິນສົດ ພຽງແຕ່ ຄັ້ງດຽວ ເທົ່ານັ້ນ.

ທ່ານ Rayyan Hassan ຜູ້ ອຳນວຍ ການ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ທີ່ ຕິດຕາມ ເບິ່ງ ໂຄງການ ຂອງ ທະນາຄານ ພັທນາ ເອເຊັຽ ກ່າວວ່າ ນັບແຕ່ ທະນາຄານ ໂລກ ທະນາຄານ ພັທນາ ເອເຊັຍ ແລະ ທະນາຄານ ລົງທຶນ ຢູໂຣບ ໄດ້ໃຫ້ ເງິນກູ້ ຢືມ ຫລາຍ ຮ້ອຍ ລ້ານ ດອນລ່າ ສະຫະຣັຖ ໃຫ້ແກ່ ໂຄງການ ສ້າງ ເຂື່ອນ ນ້ຳເທີນ2 ຈົນ ເຖິງ ປັດຈຸບັນ ກໍເປັນ ເວລາ 10 ປີ ແລ້ວ. ເຖິງ ເວລາ ແລ້ວ ທີ່ ທະນາຄານ ທັງໝົດ ນີ້ ຕ້ອງ ທົບທວນ ຄືນ ເບິ່ງ ວ່າ ໂຄງການ ເຂື່ອນ ນ້ຳເທີນ2 ເປັນ ໂຄງການ ທີ່ ໄດ້ຮັບ ຜົນ ສຳເຣັດ ແທ້ ຫລື ບໍ່ ແລະ ຕ້ອງໃຫ້ ການ ຊ່ວຍເຫລືອ ແກ່ ປະຊາຊົນ ທີ່ ໄດ້ຮັບ ຜົນກະທົບ ດີ ຂຶ້ນ ກວ່ານີ້.

ເຊັ່ນ ດຽວ ກັນ ທ່ານ Toshiyuki Doi ທີ່ ປຶກສາ ອົງການ ຮັກສາ ແມ່ນ້ຳຂອງ ເວົ້າວ່າ ປະຊາຊົນ ທ້ອງຖິ່ນ ໄດ້ ຮັບ ຄວາມ ເດືອດຮ້ອນ ຈາກ ເຂື່ອນ ນ້ຳເທີນ2 ແທນທີ່ ຈະ ຫລຸດຜ່ອນ ຄວາມ ທຸກຍາກ ປະຊາຊົນ ລາວ ຊ້ຳພັດ ແຮ່ງ ທຸກຍາກ ລົງ ເພາະ ສູນເສັຽ ທີ່ດິນ ບ່ອນຢູ່ ແລະ ບ່ອນ ທຳມາ ຫາກິນ, ຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ທີ່ ພວກເຂົາ ອາໄສ ກໍ ຖືກ ທຳລາຍ, ແລະ ຊາວບ້ານ ກໍຖືກ ບັງຄັບ ໃຫ້ ຍົກຍ້າຍ. ທາງ ໂຄງການ ບໍ່ໄດ້ ເປີດ ໂອກາດ ໃຫ້ ປະຊາຊົນ ມີ ສ່ວນຮ່ວມ ໃນການ ຕັດສິນ ບັນຫາ ທີ່ ກະທົບ ພວກ ເຂົາເຈົ້າ ນັ້ນ ເລີຍ; ທາງ ໂຄງການ ເກືອບ ວ່າ ບໍ່ໄດ້ ປຶກສາ ຫາລື ກັບ ຊາວບ້ານ ເລີຍ ກ່ຽວກັບ ຜົນ ກະທົບ ຕໍ່ ສິ່ງ ແວດລ້ອມ ຕໍ່ ສັງຄົມ ແລະ ຕໍ່ ສິດທິ ມະນຸດ.

ນັກ ລົງທຶນ ສ້າງ ເຂື່ອນ ນ້ຳເທີນ2 ຫລື ເຂື່ອນ ໃຫຍ່ໆ ອື່ນໆ ຕັດສິນໃຈ ສ້າງ ດ້ວຍ ຕົນເອງ ໂດຍທີ່ ບໍ່ເປີດ ໂອກາດ ໃຫ້ ປະຊາຊົນ ທ້ອງຖິ່ນ ຜູ້ ສົ່ງເສີມສິດທິ ມະນຸດ ແລະ ຜູ້ ຮັກສາ ສິ່ງ ແວດລ້ອມ ໄດ້ ອອກ ຄຳຄິດ ຄຳເຫັນ. ແຕ່ ທະນາ ຄານ ໂລກ ຊຶ່ງ ເປັນຜູ້ ສນັບ ສນູນ ທີ່ ສຳຄັນ ຕໍ່ ໂຄງການ ເຂື່ອນ ນ້ຳເທີນ2 ຣາຍງານ ຢູ່ ເວັບໄຊ ຂອງ ທະນາຄານ ວ່າ ໂຄງການ ເຂື່ອນ ນ້ຳເທີນ2 ໄດ້ ຍົກ ຣະດັບ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ໃຫ້ ດີຂຶ້ນ ໃນ ຫຼາຍດ້ານ ເປັນຕົ້ນ ໃນ ດ້ານ ການ ສຶກສາ ສາທາ ຣະນະສຸກ ແລະ ປະຊາຊົນ ກໍມີ ໄຟຟ້າ ໃຊ້. ດັ່ງ ແມ່ປ້າ ຄົນນຶ່ງ ທີ່ ບ້ານ ຈັດສັນ ໃໝ່ ເວົ້າວ່າ:

“ກໍຕ່າງ ຫັ່ນແລ້ວ ຢູ່ບ້ານ ໃໝ່ ຫົນທາງ ກໍ ສະດວກ ແລະ ລູກຫລານ ກໍມີ ບ່ອນ ຮ່ຳ ບ່ອນຮຽນ; ຄື ແຕ່ເກົ່າ ຮຽນກ໋າ ລູກຂ້ອຍ ຮຽນມໍສີ່ ຍ່າງໄປ ແຕ່  ນີ່ໄປຮອດ ຫົວພູ ຍ່າງ ໄປຮຽນ; ອັນນີ້ ແຫລະ ອອກ ຈາກ ເຮືອນ ລະຮຽນ ເລີຍ ພວກ ປໍ1 ປໍ2 ປໍ3.”

ອີກ ແມ່ປ້າ ນຶ່ງ ກໍເວົ້າ ຢ່າງ ດີອົກ ດີໃຈ ວ່າ:

“ເອີ ມັນທຸກ ມັນ ລອຍນ້ຳ ລອຍໃນ ໄປ ຂໍເຂົ້າ ກິນ ລະມັນ ຍາກ ຢູ່ນີ້ ມັນ ສະດວກ ຣົດລາງ ກໍເຫັນ ໄຟຟ້າ ກໍມີ ຢູ່ພຸ້ນ ໃຕ້ ແປກ ເອີເຮີ ຮ່າໆໆໆ ກາງຄືນ ງົມທາວ ຫາດຽວ ຫຶໆໆ ມັນ ບໍ່ມ່ວນ ຢູ່ພີ້ ມັນມ່ວນ ແລ້ວ ຢູ່ພີ້.”

ເມື່ອສອງ ມື້ ກ່ອນ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຫາ ທະນາຄານ ໂລກ ແລະ ໄດ້ ຮັບຄຳ ຊີ້ແຈງ ຈາກ ໂຄສົກ ທະນາຄານ ໂລກ ວ່າ ໂຄງການ ເຂື່ອນ ນ້ຳເທີນ2 ເປັນ ໂຄງການ ທີ່ ຊ່ວຍ ຫລຸດຜ່ອນ ຄວາມ ທຸກຍາກ ຂອງ ປະຊາຊົນ ລາວ ແລະ ຊ່ວຍ ສ້າງສາ ພັທນາ ປະເທດ ລາວ. ພວກເຮົາ ເຊື່ອ ໝັ້ນ ວ່າ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ທີ່ ໄດ້ຮັບ ຜົນ ກະທົບ ຈະໄດ້ຮັບ ການ ຟື້ນຟູ; ໂຄງການ ຈະຊ່ວຍ ຫລຸດຜ່ອນ ຄວາມ ທຸກຍາກ ແລະ ຊ່ວຍ ສ້າງສາ ພັທນາ ປະເທດ ລາວ ໃນຣະຍະ ຍາວ.

ພາຍໃຕ້ ໂຄງການ ດັ່ງກ່າວ ປະຊາຊົນ ກວ່າ 1,300 ຫລັງ ເຮືອນ ມີ ໄຟຟ້າ ໃຊ້ ແລະ ມີ ວິດຖ່າຍ ມີ ຈັກ ສູບນ້ຳ 330 ເຄື່ອງ ມີ ໂຮງຮຽນ 32 ຫລັງ ມີ ສຸຂສາລາ 2 ຫລັງ ແລະ ມີຖນົນ ຫົນທາງ ຍາວເຖິງ 120 ກິໂລແມັດ ເພື່ອ ໃຫ້ ຄວາມ ສະດວກ ສະບາຍ ແກ່ ປະຊາຊົນ ທີ່ ອາໄສ ຢູ່ ບໍຣິເວນ ໃກ້ ເຂື່ອນ. ສໍາຣັບ ປະຊາຊົນ ຢູ່ ທາງ ພາກລຸ່ມ ຂອງ ເຂື່ອນ ນັ້ນ ທາງ ໂຄງການ ກໍໄດ້ ຊ່ວຍ ຝຶກ ອົບຮົມ ວິຊາຊີບ ໃໝ່ ໃຫ້ ເຊັ່ນ ວິຊາ ລ້ຽງປາ ແລະ ປູກຜັກ.

ນອກຈາກ ນີ້ ເມື່ອປີ 2012 ວິທຍຸ ເອເຊັຽ ເສຣີ ຜແນກ ພາສາ ລາວ ກໍໄດ້ ຮັບ ຈົດໝາຍ ຈາກ ທະນາຄານ ໂລກ ທີ່ ຊີ້ແຈ້ງ ວ່າ ທຸກ ບ້ານ ຈັດສັນ ໃນ ພູພຽງ ນາກາຍ ແລະ ທຸກຫລັງ ຄາເຮືອນ ໃນ ບ້ານ ເຫລົ່ານັ້ນ ມີ ໄຟຟ້າ ໃຊ້ ແລະ ຣະບົບ ນ້ຳໃຊ້ ກໍດີ ຂື້ນ.

ບໍຣິສັດ ເຂື່ອນ ນ້ຳເທີນ2 ຊຶ່ງ ປະກອບ ດ້ວຍ ຣັຖບານ ລາວ ການ ໄຟຟ້າ ເພື່ອ ການຜລິດ ຂອງໄທ ບໍຣິສັດ ໄທ -ອີຕາລຽນ ແລະ ຣັດວິສາຫະກິດ ໄຟຟ້າ ຝຣັ່ງ ໄດ້ ລົງມື ສ້າງ ເຂື່ອນ ນ້ຳເທີນ2 ເມື່ອປີ 2005 ແລະ ສຳເຣັດ ເມື່ອ ປີ 2010. ທະນາຄານ ໂລກ ໃຫ້ ເງິນ ສນັບສນູນ ການ ກໍ່ສ້າງ ເຖິງ 153 ລ້ານ ດອນລ່າ, ທະນາຄານ ພັທນາ ເອເຊັຍ ໃຫ້ ເງິນ ຊ່ວຍເຫລືອ 90 ລ້ານ ດອນລ່າ ແລະ ທະນາຄານ ລົງທຶນ ຢູໂຣບ ກໍຊ່ວຍ ຫລາຍ ລ້ານ ດອນລ່າ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.