ລາວບໍ່ເຄີຍຢຸດຄ້າໄມ້ເຖື່ອນ
2015.10.26

ເມື່ອ ວັນທີ 22 ຕຸລາ 2015 ອົງການ ສືບສວນ ດ້ານ ສິ່ງແວດລ້ອມ EIA ໄດ້ ຣາຍງານ ວ່າການ ຕັດໄມ້ ແລະ ການ ຄ້າໄມ້ ໃນລາວ ເມື່ອ ປີ 2014 ເຖິງ 98 ສ່ວນຮ້ອຍ ເປັນການ ຕັດ ແລະ ຄ້າໄມ້ ຜິດ ກົດໝາຍ ແລະ ໄມ້ເກືອບ ທັງໝົດ ສົ່ງໄປ ວຽດນາມ ແລະ ຈີນ. ການຕັດໄມ້ ເຖື່ອນ ທັງໝົດ ແມ່ນຕັດ ຈາກ ໂຄງການ ພັທນາ ຂນາດໃຫຍ່, ເຊັ່ນ ໂຄງການ ສ້າງ ເຂື່ອນ, ການສ້າງ ຖນົນ ຫົນທາງ, ການ ຂຸດຄົ້ນ ແຮ່ທາດ ແລະ ການ ປູກພືດ ກະສິກັມ.
ເມື່ອ ວັນທີ 20 ຕຸລາ 2015 ເຈົ້າໜ້າທີ່ ກອງທຶນ ສັດປ່າ ໂລກ ປະຈໍາລາວ ຢືນຢັນ ຕໍ່ ເອເຊັຽ ເສຣີ ວ່າ ບົດ ຣາຍງານ ນັ້ນເປັນ ບົດ ຣາຍງານ ຂອງ WWF ແທ້ ແຕ່ຍັງ ບໍ່ໄດ້ຖືກ ເຜີຍແຜ່ ຈາກ WWF ຢ່າງເປັນ ທາງການ ຍ້ອນວ່າ ຕ້ອງ ຜ່ານທີ່ ປະຊຸມ ຂອງ ຄນະ ຊີ້ນໍາ ກ່ອນ ແຕ່ ເນື້ອຫາ ຣາຍງານ ໄດ້ຮົ່ວໄຫລ ກ່ອນ ແຕ່ກໍຈະ ບໍ່ມີການ ປ່ຽນແປງ ຫຍັງຫລາຍ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ບົດຣາຍງານ ຕົວນັ້ນ ເປັນບົດ ຣາຍງານ ທີ່ວ່າ ເປັນ... ເຮົາໄດ້ເຮັດ ແລ້ວ ແຕ່ວ່າ ບໍ່ທັນໄດ້ ຮັບການ ບໍ່ໄດ້ທັນ ໄດ້ ຜ່ານທີ່ ປະຊຸມ ຂອງ ຄນະ ຊີ້ນໍາ ໂຄງການ ແຕ່ວ່າ ມັນກໍຮົ່ວໄຫລ ອອກ ໄປກ່ອນ. ພວກເຮົາ ຢູ່ໃນ ຂະບວນການ ກະກຽມ ຢູ່ໃນ ຕອນນີ້ ແລະ ຄິດວ່າ ໃນ ບໍ່ດົນນີ້ ຊິໄດ້ ຜ່ານ ແຕ່ເນື້ອໃນ ກໍ ບໍ່ມີການ.. ບໍ່ໜ້າ ຈະມີການ ປ່ຽນແປງ ມີແຕ່ວ່າ ຕ້ອງໄປ ໃຫ້ ທີ່ປະຊຸມ ຂອງ ຄນະຊີ້ນໍາ ເປັນ ຜູ້ຮັບຮູ້".
ຄນະຊີ້ນໍາ ນັ້ນ ປະກອບ ດ້ວຍ ເຈົ້າໜ້າທີ່ ຂອງ WWF ແລະ ເຈົ້າໜ້າທີ່ ຣັຖບານ ລາວ ເພາະເປັນ ໂຄງການ ທີ່ ປະຕິບັດ ຮ່ວມກັນ. ຣາຍງານ ທີ່ ຮົ່ວໄຫລ ອອກມາ ຂອງ WWF ເວົ້າວ່າ ເມື່ອ ປີກາຍ ຈີນ ນໍາ ໄມ້ທ່ອນ ເຂົ້າ ຈາກລາວ ມູລຄ່າ 1 ພັນ ລ້ານ ໂດລາ ສະຫະຣັຖ ໃນປີ 2008. ວຽດນາມ ເປັນຜູ້ສົ່ງ ຜລິຕພັນ ໄມ້ ອອກ ສູ່ຕລາດ ໂລກ ຣາຍໃຫຍ່ ອັນດັບ 6 ແຕ່ນໍາ ໄມ້ທ່ອນ ເຂົ້າມາ ເພື່ອໃຊ້ ໃນ ອຸດສາຫະກັມ ແປຮູບ ໄມ້ ພຽງ 80 ສ່ວນຮ້ອຍ ເທົ່ານັ້ນ.
ກ່ຽວກັບ ຣາຍງານ ຂອງ ອົງການ ສືບສວນ ດ້ານ ສິ່ງແວດລ້ອມ ທ່ານ Jago Wadley ໃຫ້ ຄໍາເຫັນ ວ່າ ການ ຄໍານວນ ກ່ຽວກັບ ປ່າໄມ້ ຂອງ ລາວ ແມ່ນມີ ອະນາຄົດ ທີ່ ໜ້າເສົ້າ. ການຕັດໄມ້ ຜິດ ກົດໝາຍ ຢ່າງ ຫຼວງຫຼາຍ ພາຍໃຕ້ ຂໍ້ ອ້າງ ໂຄງການ ພິເສດ ຕ່າງໆ ປົກຕິ ແລ້ວ ດໍາເນີນໄປ ໂດຍ ບັນດາ ບໍຣິສັດ ທີ່ ແຕະຕ້ອງ ບໍ່ໄດ້ ຊຶ່ງ ມີການ ສໍ້ຣາສ ບັງຫລວງ.
ແລະວ່າ ຂແນງການ ໄມ້ທ່ອນ ໃນ ວຽດນາມ ແລະ ຈີນ ໃຊ້ ສະພາບການ ນັ້ນ ເພື່ອປໂຍດ ຂອງ ຕົນເອງ. ສປປລາວ ຈໍາເປັນຕ້ອງ ບັງຄັບ ໃຊ້ ຂໍ້ຫ້າມ ສົ່ງໄມ້ທ່ອນ ອອກ ຂອງຕົນ ແລະ ປະເທດ ເພື່ອນບ້ານ ກໍຄວນ ຫ້າມ ການນໍາເຂົ້າ ໄມ້ທ່ອນ ທີ່ ຜິດ ກົດໝາຍ.
ເມື່ອບໍ່ດົນ ມານີ້ ທາງການ ລາວ ໄດ້ ປະກາດ ຫ້າມ ສົ່ງໄມ້ທ່ອນ ອອກນອກ ປະເທດ. ແຕ່ການ ສົ່ງໄມ້ອອກ ກໍຍັງມີ ຢູ່ຕໍ່ໄປ ແລະ ທາງການ ລາວ ກໍອ້າງວ່າ ໄມ້ ທີ່ສົ່ງອອກ ນັ້ນ ເປັນ ຈໍານວນ ທີ່ ອະນຸມັດ ກ່ອນ ປະກາດ ຫ້າມ.