ເມືອງຮ້ຽມ ແຂວງຫົວພັນ ນໍ້າຖ້ວມ ກະທັນຫັນ
2021.07.30

ຝົນຕົກໜັກຕລອດທັງເວັນທັງຄືນ ວັນທີ 29 ກໍຣະກະດາ ນີ້ ເຮັດໃຫ້ນໍ້າຖ້ວມໄຫລຊຸ ແບບກະທັນຫັນ ໃນຕອນເຊົ້າມືດ ວັນທີ 30 ກໍຣະກະດາ ຢູ່ເຂດເມືອງຮ້ຽມ ແຂວງຫົວພັນ ເຮັດໃຫ້ ປະຊາຊົນບໍ່ສາມາດ ມ້ຽນເຄື່ອງຂອງ ຮວມທັງສັດລ້ຽງໄດ້ທັນ, ເກີດຄວາມເສັຍ ຫາຍຫລາຍ ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງຮ້ຽມ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ກໍຣະກະດາ ນີ້ວ່າ:
“ແມ່ນແທ້ ຖ້ວມບ້ານເຮົາບັກຫລາຍໆ ຢູ່ເທສບານ ກໍ 7-8 ບ້ານແລ້ວ ກັບຍັງບ້ານອື່ນອີກເດ໋ ນົກເປັດ ນົກໄກ່ ເປັນທົ່ງເປັນນາບໍ່ທັນ ເອົາເລີຍນ່າ.”
ທ່ານກ່າວຕື່ມວ່າ ບ້ານເຮືອນຂອງປະຊາຊົນ ທີ່ຢູ່ຕາມແຄມນໍ້າຄານ ຖືກນໍ້າຖ້ວມໝົດ ແຕ່ບໍ່ເຫັນວ່າມີເຮືອນຫຼັງໃດຖືກນໍ້າພັດໄປ ນອກຈາກສັດລ້ຽງ ທີ່ຊາວບ້ານເອົາບໍ່ທັນ. ຊາວບ້ານ ອີກຜູ້ນຶ່ງຢູ່ເມືອງຮ້ຽມ ເວົ້າໃນມື້ດຽວກັນນີ້ວ່າ ນໍ້າໄຫລຊຸແຮງ, ຖ້ວມຈົນລົ້ນຕາຝັ່ງ ແບບບໍ່ເຄີຍເຫັນມາກ່ອນ, ແນມໄປທາງໃດກໍເຫັນແຕ່ນໍ້າຖ້ວມ ແລະວ່າ ມີທະຫານຈໍານວນນຶ່ງ ມາຊ່ອຍຊາວບ້ານຂົນເຄື່ອງຂອງໄປໄວ້ ບ່ອນປອດພັຍ, ແຕ່ບາງຄອບຄົວເກັບມ້ຽນເຄື່ອງບໍ່ທັນ ນໍ້າກໍພັດໄຫລໄປ:
“ນໍ້າຖ້ວມແຖວນີ້ນ່າ ຖ້ວມບ້ານປະຊາຊົນແຖວນີ້ນ່າ ຖ້ວມບັກຫຼາຍໆ ຫຼາຍຫຼັງ ທະຫານເຂົາມາຊ່ວຍຄັນຣົດນຶ່ງຫັ້ນມື້ເຊົ້ານີ້ ທະຫານ ມາຊ່ວຍປະຊາຊົນຂົນເຄື່ອງຂົນຂອງ ໜອງປາ ນໍ້າຖ້ວມໝົດເຂດ.”
ແລະຊາວບ້ານຢູ່ເມືອງຮ້ຽມ ອີກຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ກໍຣະກະດາ ນີ້ວ່ານໍ້າຖ້ວມຄັ້ງນີ້ ແມ່ນຖ້ວມແບບໄວວາ ແລະຮຸນແຮງສົມຄວນ, ນໍ້າໄຫລໄປທົ່ວເມືອງ, ນໍ້າຖ້ວມນາຫລາຍຮ້ອຍເຮັກຕາ ແຕ່ຍັງບໍ່ຮູ້ວ່າເສັຍຫາຍໜ້ອຍຫລາຍເທົ່າໃດ, ໂຊກດີ ທີ່ຊາວບ້ານບໍ່ໄດ້ຮັບບາດເຈັບ ດັ່ງທີ່ທ່ານກ່າວວ່າ:
“ນໍ້າຖ້ວມໜັກຢູ່ໄດ໋ ຖ້ວມຈົນເຂົ້າເຮືອນເຂົ້າບ້ານ ນໍ້າມາຫຼາຍລາດຖ້ວມນາ ຖ້ວມເຮືອນໝົດ ກໍເສັຽຫາຍຫຼາຍ ເພາະວ່າມາບາດດຽວ ນໍ້າມັນກະເລີຍວ່າບາງຢ່າງກະເອົາບໍ່ທັນ ຕອນນີ້ ລົດລົງຫຼາຍແລ້ວ ແຕ່ວ່າມັນຍັງມີຖ້ວມທົ່ງນາ ຂີ້ຊາຍຖົມໝົດ.”
ກ່ຽວກັບນໍ້າຖ້ວມຄັ້ງນີ້ ເຈົ້າໜ້າທີ່ຫ້ອງການ ເມືອງຮ້ຽມ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຖ້ວມໜັກ ແລະ ຮຸນແຮງຫລາຍສົມຄວນ ແຕ່ຍັງບໍ່ສາມາດ ປະເມີນ ຄວາມເສັຍຫາຍໄດ້ ຍ້ອນນໍ້າຍັງບໍ່ທັນບົກລົງໝົດ.
ຣະດັບນໍ້າຫລຸດລົງເທື່ອລະໜ້ອຍ. ແລະວ່າ ຫລັງຈາກສະພາບກັບມາເປັນປົກກະຕິ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຈະໄປຮິບໂຮມ ຂໍ້ມູນກ່ຽວກັບຄວາມເສັຍຫາຍ ທີ່ເກີດຂຶ້ນນັ້ນ ດັ່ງທີ່ທ່ານກ່າວວ່າ:
“ຝົນຕົກໜັກແຕ່ຄືນນີ້ແຫລະ ແລ້ວກະນໍ້າກະຂຶ້ນຫລາຍພໍສົມຄວນ. ຜູ້ເສັຽຫາຍຍັງບໍ່ຮູ້ລະອຽດເທື່ອເດີ ແຕ່ວ່າ ທົ່ງນາ ກັບໜອງປາ ເນາະ ແຖວແຄມນໍ້ານີ້ ຖືວ່າເສັຽຫາຍຫຼາຍສົມຄວນ ເສັ້ນທາງເນາະ ກະບາງແຫ່ງນີ້ກໍຂາດ.”
ທ່ານກ່າວຕື່ມວ່າ ນໍ້າຖ້ວມສູງຄັ້ງນີ້ ເກີດຈາກຝົນຕົກໜັກ ໝົດມື້ໝົດຄືນ, ບໍ່ກ່ຽວຂ້ອງກັບເຂື່ອນໄຟຟ້າ, ເມືອງຮ້ຽມ ຕັ້ງຢູ່ໃນເຂດປ່າ ສງວນ ນໍ້າແອດ ພູເລີຍ ເປັນເມືອງຕົ້ນນໍ້າ ຂອງ ນໍ້າຄານ ທີ່ໄຫລລົງໃສ່ເຂື່ອນໄຟຟ້າ ນໍ້າຄານ 3 ແລະ 2 ຢູ່ເມືອງຊຽງເງິນ ແລະ ໄຫລລົງໄປໃສ່ແມ່ນໍ້າຂອງ ໃນເຂດແຂວງຫລວງພຣະບາງ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ໄດ້ ຣາຍງານວ່າ ຣະຫວ່າງມື້ວັນທີ 31 ກໍຣະກະດາ ຫາວັນທີ 6 ສິງຫາ ທີ່ຈະມາເຖິງນີ້ ຈະມີຝົນ ຕົກໜັກ ປົກຄຸມໃນທົ່ວປະເທດ ແລະ ຈະຕົກໜັກໃນບາງພື້ນທີ່ ໂດຍສະເພາະ ພາກກາງ ແລະ ພາກໃຕ້ຂອງລາວ, ຂໍໃຫ້ປະຊາຊົນ ທີ່ຢູ່ຕາມແຄມນໍ້າຂອງ ແລະ ລໍານໍ້າສາຂາ ຕຽມພ້ອມເກັບມ້ຽນ ເຄື່ອງຂອງ ໄວ້ໃນທີ່ປອດພັຍ ແລະກຽມພ້ອມໂຍກຍ້າຍທັນທີ ຫາກໄດ້ຮັບການແຈ້ງເຕືອນຈາກທາງການ.