ໂຮງຮຽນເພພັງຍ້ອນນໍ້າຖ້ວມ ປີກາຍ

ມະນີຈັນ
2014.03.06
f-pakbeng ເສັ້ນທາງຫລວງ ເລຂ 2 ໃນເຂດ ເມືອງປາກແບງ ແຂວງອຸດົມໄຊ
Mek/fb

 

ໂຮງຮຽນ ໃນ ເມືອງແບງ ແຂວງ ອຸດົມໄຊ ທີ່ເປ່ເພ ຍ້ອນ ນໍ້າຖ້ວມ ປີ 2013 ຫລາຍແຫ່ງ ຍັງສ້ອມແປງ ບໍ່ແລ້ວ ຍ້ອນທຶນ ຊ່ວຍເຫລືອ ບໍ່ພຽງພໍ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່: ໃນວັນທີ 6 ມີນາ 2014:

"ເຮົາບໍ່ສາມາດ ຊອກ ສະຖານທີ່ ປຸກສ້າງ ເນາະ ເຮົາສິເອົາ ສະຖານ ທີ່ເກົ່າ ມັນສິເປັນ ນໍ້າເຊາະ ເຈື່ອນ ເຂົ້າມາມໍ່ ແລ້ວມັນສິ ເປັນປັຈໃຈ ສ່ຽງ ແລ້ວອົງການ ເພິ່ນ ບໍ່ຢາກໃຫ້ ໃຊ້ຊຸມຊົນ ຂະເຈົ້າ ກໍຖືເປັນ ພັຍພິບັດ ຄືກັນເນາະ ລາວ ກໍບໍ່ສາມາດ ປັບປຸງ ເຂົ້າມາໃຫ້ ຢູ່ໃນສະພາບ ປົກຕິ ໄດ້ເທື່ອເນາະ ມີແຕ່ຄ່ອຍປັບ ຄ່ອຍແປງ ໄປ ເທົ່ານັ້ນຫັ້ນ".

ທ່ານວ່າ ອາຄານຮຽນ ໂຕະຕັ່ງ ແລະ ຫ້ອງສມຸດ ຂອງ ໂຮງຮຽນ ຫລາຍແຫ່ງ ຍັງເປ່ເພ ຢູ່. ບາງໂຮງຮຽນ ເຈົ້າໜ້າທີ່ ເຫັນວ່າ ຕ້ອງຍ້າຍໄປ ຢູ່ບ່ອນໃໝ່ ເພາະທີ່ຕັ້ງ ໃນ ປັຈຈຸບັນ ມີຄວາມສ່ຽງ ທີ່ຈະຖືກ ນໍ້າຖ້ວມ ຊໍ້າອີກ. ແຕ່ຍ້ອນທາງ ຜແນກສຶກສາ ແລະກິລາ ແຂວງ ອຸດົມໄຊ ຍັງຂາດເຂີນ ທຶນ ແລະ ຊອກຫາບ່ອນ ໃໝ່ບໍ່ໄດ້ ຈຶ່ງຕ້ອງ ທົນຮຽນ ທົນສອນໄປ ແບບບໍ່ໄດ້ ສ້ອມແປງ ໃຫ້ສົມບູນ.

ໂຮງຮຽນ ທີ່ເປ່ເພ ຈາກເຫດ ນໍ້າຖ້ວມ ໃນຊ່ວງ ຣະດູຝົນ ປີ 2013 ມີໂຮງຮຽນ ປະຖົມບ້ານ ເພັຽຫົວນານ ບ້ານນາປາ ແລະໂຮງຮຽນ ມັທຍົມຕົ້ນ ບ້ານນາປາ ມີນັກຮຽນ ຮວມກັນ ທັງໝົດ 400 ກວ່າຄົນ ມູລຄ່າ ເສັຽຫາຍ 1 ຕື້ກີບ. ທີ່ຜ່ານມາ ໄດ້ມີການ ອະນາມັຍ ໂຮງຮຽນ ແລະ ສ້ອມແປງ ເທົ່າທີ່ ສ້ອມໄດ້ ເພື່ອ ໃຫ້ສາມາດ ເປີດຮຽນ ເປີດສອນໄດ້ ເທົ່ານັ້ນ.

ທ່ານ ເວົ້າຕື່ມວ່າ ເຖິງແມ່ນວ່າ ທາງຜແນກ ສຶກສາ ແລະກິລາ ແຂວງ ອຸດົມໄຊ ຈະໄດ້ຂໍ ການ ບໍຣິຈາກເງິນ ເພື່ອ ຊ່ວຍສ້ອມແປງ ແຕ່ກໍຍັງ ບໍ່ພຽງພໍ. ພ້ອມດຽວກັນ ການເຂົ້າໄປ ຊ່ວຍເຫລືອ ກໍຍັງເຮັດ ໄດ້ລໍາບາກ ຍ້ອນຫົນທາງ ບໍ່ສາມາດ ເຂົ້າໄປເຖິງໄດ້ ໃນ ຣະດູຝົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.