ທຸກຣະດູຝົນມີນໍ້າຖ້ວມ
2014.02.05

ໃນປີ 2013 ນ້ຳຖ້ວມສອງແຂວງພາກໃຕ້ ຂອງປະເທດລາວ ແມ່ນຮ້າຍແຮງກວ່າ ທີ່ເຄີຍເປັນມາໃນຮອບ 30 ປີ. ອີງຕາມບົດຣາຍງານ ຂອງ ອົງການ ກາຊາດສາກົນ.
ອົງການກາຊາດລາວ ທີ່ໄດ້ຮັບຊ່ວຍເຫລືອຈາກອົງການກາຊາດສາກົນ ໄດ້ດຳເນີນການ ໃຫ້ຄວາມຊ່ວຍເຫລືອ ບັນເທົາທຸກ ຕັ້ງແຕ່ ເດືອນ ຕຸລາ ຜ່ານມາ ໂດຍໄດ້ແຈກຢາຍ ສະບຽງອາຫານ ຢາຮັກສາໂຣຄ ການປິ່ນປົວ ແລະ ອຸປກອນອື່ນໆ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈຳນວນ 10,000 ຄົນ.
ຊາວບ້ານຜູ້ນຶ່ງ ອາຍຸ 65 ປີ ເວົ້າວ່າ: "ນ້ຳໄດ້ພັດເອົາເຮືອນແລະໄກ່ຂອງຂ້ອຍໄປໝົດ. ມັນເປັນເຣື້ອງຍາກສຳລັບຂ້ອຍ ໃນຖານະທີ່ຢູ່ຄົນດຽວ".
ຄືດັ່ງທີ່ຮູ້ກັນວ່າດິນຟ້າອາກາດ ມີການປ່ຽນແປງ ນ້ຳຖ້ວມເປັນໄພຂົ່ມຂູ່ອັນໃຫຍ່ຫລວງ ນັ້ນ ປະຊາຊົນຈະຕ້ອງມີຄວາມພ້ອມ ເພື່ອຮັບມື ກັບສິ່ງ ດັ່ງກ່າວ ໃນແຕ່ລະປີ. ການໄດ້ຮັບ ການຊ່ວຍເຫລືອ ທີ່ທັນເວລາ ເປັນຄວາມຈຳເປັນທີ່ສຸດ ເປັນຕົ້ນຢຸກຢາປ້ອງກັນພຍາດ ສ້ອມແປງໂຮງຮຽນ ແຈກຢາຍແນວພັນ ເຂົ້າ ສ້ອມແປງຣະບົບຊົລປະທານ ນ້ຳດື່ມ ແລະ ແຈກຢາຍສະບຽງອາຫານ.
ສປປລາວສ່ວນຫລາຍ ແມ່ນປະສົບກັບບັນຫາທີ່ຕາມມາ ຫລັງຈາກນ້ຳຖ້ວມ ກໍຄື ໂຣຄຣະບາດ ການຟື້ນຟູຊີວິດ ການເປັນຢູ່ ຂອງຜູ້ໄດ້ຮັບຜົນ ກະທົບ ຊັກຊ້າ ການແຈກຢາຍເຄື່ອງບັນເທົາ ທຸກຊັກຊ້າ ແລະ ບໍ່ທົ່ວເຖິງ.