ຄົນພິການຮ້ອງຂໍການຊ່ວຍເຫຼືອ
2013.09.12
ເຈົ້າໜ້າທີ່ ສະມາຄົມ ຄົນພິການລາວ ແຂວງເຊກອງ ເປີດເຜີຍວ່າ ຄົນພິການ 200 ກວ່າຄົນ ຕ້ອງການຄວາມຊ່ວຍເຫລືອ ຂໍຮຽກຮ້ອງ ໃຫ້ ຣັຖບາລ ສົ່ງເສີມເຣື້ອງ ການສຶກສາຮໍ່າຮຽນ, ການຝຶກອົບຮົມວິຊາຊີບ ແລະໃຫ້ໂອກາດ ໄດ້ເຮັດວຽກ:
"ຄວາມຮຽກຮ້ອງກໍມີຫລາຍຕາມຂໍ້ມູນເກັບກໍາເຂົ້າມາຮຽກຮ້ອງທາງການພັທນາດ້ານວິຊາຊີບ ກໍຫລາຍໃຫ້ແກ່ ຄົນພິການ ເພາະວ່າທາງດ້ານ ວິຊາຊີບນີ່ ກໍຕ້ອງການຝຶກອົບຮົມໃຫ້ຂະເຈົ້າຫັ້ນ ເພາະຂະເຈົ້າ ໂອກາດໜ້ອຍ ໄປຝຶກອົບຮົມ ກັບຄົນທົ່ວໄປມັນມີບໍຣິສັດ ເຂົ້າມາຮັບຈັດຫາ ງານຕ່າງໆຫັ້ນ ລ້ວນແລ້ວເຂົາຮັບເອົາ ແຕ່ຄົນທີ່ ວ່າບໍ່ພິການ ຫັ້ນເນາະ ຄົນພິການນີ້ ບໍ່ສູ່ໄດ້ ໄດ້ເຂົ້າເຖິງການ ອົບຮົມວິຊາຊີບ".
ທ່ານວ່າ ຄົນພິການໃນແຂວງເຊກອງທີ່ວ່ານັ້ນ ມີທັງຜູ້ພິການ ແຂນ, ຂາ, ຕາບອດ, ຫູໜວກ. ເມື່ອເວົ້າເຖິງໂອກາດ ທີ່ຈະໄດ້ເຮັດວຽກແມ່ນມີ ໜ້ອຍທີ່ສຸດ. ສ່ວນຫລາຍພວກເຂົາເຈົ້າຈະເປັນຊາວກະສິກອນ ຢູ່ກັບບ້ານ, ບໍ່ສາມາດທີ່ ຈະເຂົ້າໄປສະໝັກງານ ບໍຣິສັດ ຫລືເປັນຣັຖກອນໄດ້ ຍ້ອນຄວາມສາມາດບໍ່ພຽງພໍ ຫລືບໍ່ ທາງບໍຣິສັດ ກໍບໍ່ນິຍົມຮັບຄົນພິການ ເຂົ້າເຮັດວຽກ.
ທ່ານວ່າທີ່ຜ່ານມາ ອົງການຈັດຕັ້ງສາກົນ ແລະຣັຖບາລກໍໃຫ້ການສນັບສນູນ ແຕ່ເຈໍານວນໜ້ອຽ ບໍ່ພຽງພໍໃນການຝຶກອາຊີບ: ປູກຝັງລ້ຽງສັດ ແລະ ຫັຖກັມ ເປັນຕົ້ນ ແລະວ່າ ບັນຫາທີ່ສໍາຄັນອັນນຶ່ງ ທີ່ຢາກໃຫ້ມີການສົ່ງເສີມ ຈາກຣັຖບາລ ຄືການສົ່ງເສີມການສຶກສາ ແລະເຄື່ອງໃຊ້ ອັນຈໍາເປັນ ສໍາລັບຄົນພິການ. ຈະໄປຮຽນທີ່ສູນອົບຮົມ ຄົນພິການແຫ່ງຊາດ ທີ່ນະຄອນຫລວງວຽງຈັນ ກໍຮັບເອົາຈໍານວນ ຈໍາກັດເກີນໄປ. ຜູ້ທີ່ຢູ່ຕ່າງແຂວງ ສ່ວນຫລາຍ ບໍ່ມີໂອກາດໄດ້ ເຂົ້າຮຽນ.