ກະແສລົມແຮງບ້ານເຮືອນເພພັງ
2015.02.19
ລົມແຮງ ມ.ຫາດຊາຍຟອງ
ເກີດເຫດ ມີ ກະແສ ລົມ ພັດແຮງ ທີ່ ເມືອງ ຫາດຊາຍຟອງ ນະຄອນ ຫລວງ ວຽງຈັນ ເຮັດໃຫ້ ບ້ານ ເຮືອນ ຂອງ ປະຊາຊົນ ຫຼາຍ ຫລັງ ເພພັງ. ຊາວບ້ານ ຜູ້ທີ່ໄດ້ ຄວາມ ເສັຽຫາຍ ເວົ້າວ່າ ໃນ ເວລາ ປະມານ 5 ໂມງ ເຊົ້າ ຂອງ ວັນທີ 18 ກຸມພາ 2015 ເກີດມີລົມ ພັດແຮງ ໂດຍ ບໍ່ຮູ້ ລ່ວງຫນ້າ ຢູ່ເຂດ ເມືອງ ຫາດຊາຍຟອງ ນະຄອນ ຫລວງ ວຽງຈັນ ເຮັດໃຫ້ ບ້ານເຮືອນ ບ່ອນ ປຸກສ້າງ ຫຼາຍແຫ່ງ ເພພັງ ເສັຽຫາຍ, ເສົາ ໄຟຟ້າ ຫັກລົ້ມ ຫລາຍ ເສົາ, ໄຟຟ້າ ໃນ ບ້ານເຮືອນ ມອດ. ຊາວບ້ານ ເວົ້າວ່າ:
"ປະມານ ຫ້າ ໂມງ ຫ້າ ນາທີ ມາທີດຽວ ໂລດ ຢູ່ເຮືອນນີ້ ກໍເສັຽຫາຍ ຫລາຍ ເຕີບຢູ່ ເສັຽຫາຍ ບ້ານ ປະຊາຊົນ ນີ້ ຢູ່ແຖວ ຮ້ອຍຫລັກ ສິບ ໃນ ກຳແພງ ມັນຫລັກ ໄຟລົ້ມ ເປັນສິບ ພຸ້ນໃດ ມັນຍັງໃຊ້ ບໍ່ໄດ້ດອກ ຈັກມື້ ນີ້ມັນ ຊິໄດ້ບໍ ໄຟຫລັກໄຟ ແຮງສູງ ລົ້ມ".
ຊາວບ້ານ ເວົ້າ ຕື່ມວ່າ ໃນຊ່ວງ ທີ່ເກີດ ລົມແຮງ ນັ້ນ ເປັນຈັ່ງບຸນ ທີ່ ສ່ວນໃຫຍ່ ຄົນ ບໍ່ທັນ ອອກຈາກ ເຮືອນ ເທື່ອ ຈື່ງ ບໍ່ມີ ຜູ້ໃດ ໄດ້ ຮັບ ບາດເຈັບ. ເຫດການ ແບບນີ້ ຊາວບ້ານ ວ່າ ບໍ່ເຄີຍມີ ມາກ່ອນ. ເຈົ້າຫນ້າທີ່ ອຸຕຸນິຍົມ ວິທຍາ ເວົ້າວ່າ ເຫດ ລົມພັດ ຄັ້ງນີ້ ເກີດທີ່ ເມືອງ ຫາດຊາຍຟອງ ເມືອງດຽວ. ດັ່ງທ່ານ ເວົ້າວ່າ:
"ຟ້າ ຄະນອງ ລົມແຮງ ພະຍຸ ກະບໍ່ ແມ່ນເນາະ ມັນເກືອບ ສອງ ຂະບວນ ລົມ ເນາະ ພັດ ເຂົ້າໄປ ຈຸ້ມກັນ ຢູ່ບ່ອນ ຫັ້ນ ປະມານ 80-90 ກິໂລແມັດ ຕໍ່ ຊົ່ວໂມງ ຕາເວັນຕົກ ສ່ຽງໃຕ້ ຮອດ ຕາເວັນ ອອກ ສ່ຽງໃຕ້ ສົມຄວນ ຢູ່ ເນາະ ຫລາຍ ເຕີບຢູ່ ເພາະທັງ ຫລັກ ໄຟຟ້າ ເຮືອນຊານ ເປ່ເພ ກະມີເນາະ ບ້ານເຮືອນ ປະຊາຊົນ ແທ້ ກະມີ ຈຳນວນ ນຶ່ງ ທີ່ ຫລັງຄາ ເລີກ ຫລາຍນ້ອຍ ປານໃດ ພວກເຮົາ ກຳລັງ ຊີ່ໄປ ສຳຣວດ".
ທ່ານວ່າ ເຫດການ ເກີດຂຶ້ນ ກະທັນຫັນ ບໍ່ມີໃຜ ຄິດ ມາກອ່ນ, ທາງການ ຢາກໃຫ້ ປະຊາຊົນ ຕິດຕາມ ການ ພຍາກອນ ອາກາດ ຢູ່ ເລື້ອຍໆ ເພື່ອ ຮັບມື ກັບ ບັນຫາ ພັຍ ທັມມະຊາດ ທີ່ ອາຈເກີດຂຶ້ນ ອີກ.