ໂຈນຜູ້ຮ້າຍໃນນະຄອນຫຼວງ
2015.08.05

ນະຄອນ ຫຼວງວຽງຈັນ ເຄີຍໄດ້ ຊື່ວ່າ ເປັນບ່ອນທີ່ ສງົບ ທີ່ສຸດ ໃນ ພູມີພາກ ເອເຊັຽ ຕະເວັນອອກ ສ່ຽງໃຕ້, ແຕ່ ທຸກມື້ນີ້ ເກີດມີ ພວກ ຜູ້ຮ້າຍ ຈາກ ຕ່າງຖິ່ນ ເຂົ້າມາ ຊອກຫາ ງັດແງະ ລັກເອົາ ຊັພສິນ ຂອງ ປະຊາຊົນ, ຕລອດ ຮອດເງິນ ໃນຕູ້ເຊບ ຂອງ ບໍຣິສັດ ຂອງ ຣັຖ, ຊຶ່ງ ເຣື້ອງນີ້ ທາງການ ຮັກສາ ຄວາມສງົບ ໃນ ນະຄອນຫຼວງ ໄດ້ ປ່າວເຕືອນ ໃຫ້ ປະຊາຊົນ ຣະມັດ ຣະວັງ ເປັນ ພິເສດ, ຕາມ ການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ໃນ ນະຄອນ ຫຼວງວຽງຈັນ ເມື່ອ ວັນອັງຄານ ວັນທີ 4 ສິງຫາ ນີ້:
"ມັນກ່າເປັນ ກຸ່ມ ຂອງມັນ ຫັ້ນແຫລະ ຈໍານວນນຶ່ງ ພວກເຮົາ ກໍຈັບໄດ້ ແລ້ວ ແຕ່ມັນ ບໍ່ທັນໝົດ ດຽວນີ້ນະ, ໂດຍສະເພາະ ອັນຫລັກໆ ແມ່ນພວກ ງັດຕູ້ເຊັບ, ບ່ອນໃດ ບໍຣິສັດ ໃຫຽ່ໆ ອີ່ສັງໆ ມັນກໍງັດ ໃນລະຍະ ຜ່ານມາ ແລະ ໂຕນຶ່ງ ພວກມັນ ກໍກຽມໃສ່ ງັດຢູ່ ກະຊວງ ການເງິນ ນີ້ນະ, ແລະ ພວກເຮົາ ກໍຮູ້ກ່ອນ ພວກເຮົາ ກໍມ້າງກ່ອນ, ແລ້ວ ພວກເຮົາ ກ່າຈັບສົ່ງຄືນ ໃຫ້ ວຽດນາມ ແລະ ຈໍານວນນຶ່ງ ມັນງັດຢູ່ ບັນດາ ບໍຮິສັດ ແລະ ຈໍານວນນຶ່ງ ກ່າຍັງຈັບ ບໍ່ໄດ້".
ກຸ່ມແກັງ ໂຈນ ຂະໂມຍ ຈາກ ປະເທດ ໃກ້ຄຽງ ທີ່ ເຂົ້າມາ ໃນລາວນີ້, ມັນກໍມີ ຫຼາຍກຸ່ມ, ມີທັງກຸ່ມ ງັດແງະ, ກຸ່ມຜລິດ ເຄື່ອງເກົ່າ ຂອງແກ່, ເພື່ອ ຂາຍ ເອົາເງິນ, ກຸ່ມລັກ ລົດຈັກ ແລະ ກຸ່ມ ດຶງກະເປົາ ຄົນ ຕາມຖນົນ:
"ພວກນີ້ ມັນກໍມາ ສ່ວນຫຼາຍ ມາຄ້າ ມາຂາຍ ເລັກໆ ນ້ອຍໆ ນີ້ກ່າມີ, ພວກມາ ເຮັດ ພັສປອດ ທ່ອງທ່ຽວ ແລະ ກ່າ ຢ້ຽມຢາມ ເຂົ້າມາ ຢ່າງ ຖືກຕ້ອງ ແຕ່ວ່າເນື້ອແທ້ ມັນ ເຄື່ອນໄຫວ ອັນນີ້ກ່າ ມີ ລັກສນະ ແບບນັ້ນ".
ຕໍ່ ສະພາບການ ເຊັ່ນນີ້, ເຈົ້າໜ້າທີ່ ຢາກ ປ່າວເຕືອນ ໃຫ້ ພໍ່ແມ່ ປະຊາຊົນ ຣະມັດ ຣະວັງ ບ້ານເຮຶອນ ໃຫ້ດີ ບໍ່ວ່າ ຍາມ ກາງຄືນ ຫລື ຍາມ ກາງເວັນ ກໍດີ, ພວກຂີ້ລັກ ມັກ ສວຍໂອກາດ ງັດແງະ ເຂົ້າບ້ານ ລັກເອົາ ເງິນຄໍາ ແລະ ສິ່ງຂອງ ມີຄ່າ, ຮວມທັງ ຜູ້ທີ່ຍ່າງ ຕາມ ຖນົນ ຫົນທາງ ກໍໃຫ້ມີ ສະຕິ ຣະມັດ ຣະວັງ ອາດຖືກ ດຶງກະເປົາ ຫລື ຖືກຈີ້ ເອົາເງິນ ເພາະວ່າ ເຫດການ ແບບນີ້ ເກີດຂຶ້ນ ເລື້ອຍໆ.