ຊາວບ້ານມັນຈິ ວ່າຖືກ ນາບຂູ່ ໃຫ້ຂາຍດິນ

ໄຊຍາ
2018.10.22
F-Sun-Paper ທາງດ້ານໜ້າ ຂອງໂຮງງານຜລິດເຈັ້ຽ ຊັນເປເປີ ເມືອງເຊໂປນ ແຂວງສວັນນະເຂດ
Screen captured : ໂທຣະພາບເຊໂປນ

ເຈົ້າໜ້າທີ່ ພະນັກງານ ຂອງໂຮງງານຜລິດເຈັ້ຍ ຊັນເປເປີ ລາວໂຮນດິ້ງ ຈຳກັດ ຢູ່ບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ນາບຂູ່ ໃຫ້ປະຊາຊົນຂາຍດິນ ໃຫ້ແກ່ໂຮງານ ເພື່ອຂຍາຍເນື້ອທີ່ ໂຮງງານອອກໄປຕື່ມ ເຮັດໃຫ້ປະຊາຊົນບາງຄອບຄົວ ຍອມຂາຍດິນ ໄປໃຫ້ແລ້ວ ແຕ່ອີກຫຼາຍຄອບຄົວ ຍັງບໍ່ຍອມຕົກລົງ. ດັ່ງປະຊາຊົນ ທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

"ຄັນບໍ່ຂາຍໃຫ້ເຂົາມັນກະຂ້ຽວຢູ່ຫັ້ນຫລະ ແລ້ວມັນເວົ້າວ່າ ຂ້ອຍເຄີຍມາແຕ່ແຂວງພຸ້ນແຫຼະ ບໍ່ຂາຍບໍ່ໄດ້ມັນເວົ້າແນວນັ້ນໃດ ມັນນາບຂູ່ ແບບນີ້ແຫຼະ ຈັດເອົາຂັ້ນເມືອງ ຂັ້ນແຂວງ ມີແຕ່ແນວນີ້ແຫຼະ."

ທ່ານເວົ້າຕື່ມວ່າປະຊາຊົນທີ່ຂາຍດິນ ໃຫ້ໂຮງງານດັ່ງກ່າວໄປແລ້ວນັ້ນ ຂາຍໃນຣາຄາ ແມັດກາເຣ 20 ພັນກີບ ເຊິ່ງເປັນຣາຄາທີ່ຕໍ່າຫຼາຍ ເພາະດິນບ່ອນດັ່ງກ່າວ ຍັງມີໂອກາດຂາຍໄດ້ ຣາຄາສູງກວ່ານີ້ ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ຂອງປະຊາຊົນ ຈຶ່ງ ຍອມຂາຍໃຫ້.

ຢ່າງໃດກໍ່ຕາມທຸກມື້ນີ້ ພະນັງານຂອງ ບໍຣິສັດ ຍັງນາບຂູ່ປະຊາຊົນ ຫຼາຍຄອບຄົວເພື່ອໃຫ້ຂາຍດິນຕື່ມ ຕາມທີ່ພວກເຂົາຕ້ອງການ 40 ເຮັກຕ້າ.

ສ່ວນເຈົ້າໜ້າທີ່ ຫ້ອງການ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງເຊໂປນ ກ່າວວ່າ ບໍຣິສັດ ດ່ັງກ່າວບໍ່ໄດ້ຂໍຊື້ດິນ ປະຊາຊົນ ແຕ່ເປັນການຂໍ ສັມປະທານດິນ ປະຊາຊົນເພື່ອຂຍາຍໂຮງງານ ແລະ ບໍ່ໄດ້ນາບຂູ່ ປະຊາຊົນ ແຕ່ຢ່າງໃດ.

"ບໍ່ໄດ້ເວົ້າເຣື່ອງຊື້ນະ ເວົ້າເຣື່ອງສເນີຂໍສັມປະທານຂຍາຍເນື້ອທີ່ ເພື່ອຣາຍງານແຂວງ ຍັງບໍ່ທັນໄດ້ເວົ້າເອົາ ຍັງສິໄດ້ສເນີແຂວງ ມາສຳຣວດ ແລ້ວຍັງຊິໄດ້ໄກ່ເກັ່ຍ ຍັງສິໄດ້ວ່າຊາວບ້ານ ສິໃຫ້ຫຼືບໍ່ ຍັງປະເມີນຣາຄາອີກ."

ເມື່ອເດືອນກັນຍາ ຜ່ານມາ ທ່ານ ແສງອາລຸນ ຜູ້ອຳນວຍການ ບໍຣິສັດ ຊັນເປເປີ ລາວ ໂຮນດິ້ງ ຈຳກັດ ກ່າວວຕໍ່ນັກຂ່າວວ່າ ປັດຈຸບັນ ກຳລັງສືບຕໍ່ແກ້ໄຂບັນຫາມົລພິດ ໃນຫ້ວຍໃນນໍ້າ ແລະ ທາງອາກາດ ໂດຍຈະໃຫ້ສຳເຣັດ ໃນເດືອນທັນວາ ປີນີ້.

ໃນຂນະດຽວກັນ ມີີຣາຍງານຈາກປະຊາຊົນ ໃກ້ຄຽງວ່າ ປັດຈຸບັນ ໂຮງງານຜລິດເຈັ້ຍແຫ່ງດັ່ງກ່າວ ຍັງສົ່ງຜົລກະທົບ ຢູ່ຄືເກົ່າ ເປັນຕົ້ນ ກິ່ນເໝັນ ແລະ ປ່ອຍນໍ້າເສັຽລົງຫ້ວຍອາລ້ອງ ເຮັດໃຫ້ງົວຄວາຍ ຂອງປະຊາຊົນທີ່ໄປກິນນໍ້າຫ້ວຍ ດັ່ງກ່າວຕາຍໄປແລ້ວ ປະມານ 17 ໂຕ ແຕ່ບໍ່ມີໃຜຮັບຜິດຊອບ ໃຫ້ແກ່ເຈົ້າຂອງ ສັດລ້ຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.