ອະດີດນາຍທະຫານລາວຖືກຍິງ ໂດຍ ບັງເອີນ
2014.09.29
ທ່ານ ວຽງຈະເຣີນ ເກດຕາວົງ ຫລື ມັກເອິ້ນ ກັນວ່າ ທ່ານ ວຽງຈັນ ອາຍຸ 71 ປີ ທີ່ ລອດຊີວິດ ຈາກ ສູນ ສຳມະນາ ເປັນ ເວລາ 6 ປີ ໃນລາວ ກ່ອນຈະ ໂຕນຫນີ ໄປຢູ່ ສະຫະຣັດ ພ້ອມ ພັລຍາ ແລະລູກ 6 ຄົນ ໃນປີ 1982 ໄດ້ເສັຽ ຊີວິດ ໃນວັນ ອັງຄານ ທີ 23 ກັນຍາ ຕອນຄ່ຳ ຫລັງຈາກ ຖືກຍິງ ໂດຍບັງເອີນ ຈາກ ຜູ້ ທີ່ໄປໂຮ່ ກະຮອກ ນໍາກັນ ໃນປ່າ ຢູ່ໃກ້ບ້ານ ເພາະຄິດ ວ່າ ທ່ານ ວຽງຈັນ ແມ່ນໂຕ ກະຮອກ.ດັ່ງ ທ່ານ ຄຳສັງ ຄຸລີວົງ ເພື່ອນຮັກ ຂອງລາວ ເລົ່າ ເຫດການ ທີ່ເກີດຂື້ນ ໃຫ້ຟັງວ່າ: ---ສຽງ---
ທ່ານ ຄຳສັງ ຜູ້ທັງຂຽນ ແລະ ອ່ານ ຊິວະປວັດຫຍໍ້ ຂອງ ທ່ານ ວຽງຈະເຣີນ ເວົ້າຕໍ່ໄປວ່າ ທ່ານ ວຽງຈະເຣີນ ຫລື ວຽງຈັນ ເກີດຢູ່ບ້ານ ໜອງນ້ຳຈັນ ເມືອງ ຈຳພອນ ແຂວງ ສວັນນະເຂດ ພັລຍາ ຊື່ ນາງ ສາຍສມອນ ມີລູກນໍາກັນ 6 ຄົນ. ຕັ້ງຖີ່ນຖານ ຢູ່ເມືອງ Rush Henrietta ຣັດ New York. ທ່ານໄດ້ເຂົ້າ ໂຮງຮຽນ ນາຍຮ້ອຍ ລຸ້ນທີ 3 ເມື່ອປີ 1961 ຫລັງຈາກ ຈົບຈາກ ໂຮງຮຽນ ນາຍຮ້ອຍ ກໍຖືກໄປ ປະຈຳການ ຢູ່ແນວຫນ້າ.
ໃນປີ 1962 ຖືກເລືອກໃຫ້ ນຳທະຫານ 1 ກອງຮ້ອຍ ໄປໂດດຈ້ອງ ລົງ ສນາມຣົບ ນ້ຳບາກ ແຂວງ ຫລວງນ້ຳທາ ແລະ ເຂດ ແນວຫນ້າ ເປັນເວລາ 5 ປີ. ຫລັງຈາກ ນັ້ນ ໄດ້ຮັບ ຕຳແຫນ່ງ ເປັນ ຮ້ອຍເອກ ແລະ ເປັນຫົວຫນ້າ ກອງທັບ ຫລັງຈາກ ຜູ້ ບັນຊາການ ເສັຽຊີວິດ ທ່ານເຄີຍ ໄປ ຝຶກອົບຮົມ ຢູ່ ສະຫະຣັດ 2 ຄັ້ງ ເພື່ອເປັນຄຣູ ສອນ ພາສາ ອັງກິດ ໃຫ້ ນາຍ ທະຫານ ຫລັງຈາກ ການເມືອງ ໃນລາວ ປ່ຽນແປງ ເປັນ ຣະບອບ ຄອມມຸຍນິສ ທ່ານ ຖືກສົ່ງໄປ ສຳມະນາ ທີ່ ເມືອງວຽງໄຊ ເປັນເວລາ 6 ປີ ແລະ ຫລັງຈາກ ຖືກປ່ອຍຕົວ ທ່ານໄດ້ພາ ຄອບຄົວ ຂ້າມໄປ ສູນ ອົພຍົບ ໃນໄທ ແລະ ໄດ້ໄປຕັ້ງ ຖິ່ນຖານ ຢູ່ ສະຫະຣັດ ໃນປີ 1982.