ນໍ້າປ່າໄຫຼເຂົ້າຖ້ວມບ້ານເຮືອນ

ຈໍາປາທອງ
2014.08.07
F-pak-wi ນໍ້າປ່າໄຫລ ເຂົ້າສູ່ໝູ່ບ້ານ ປາກວີ ເມືອງໂພນໄຊ ແຂວງ ຫລວງພຣະບາງ ໃນວັນທີ 5 ສິງຫາ 2014 ນີ້
Citizen Journalist/fb

 

ຊາວບ້ານ ເວົ້າວ່າ ນໍ້າປ່າໄຫລ ເຂົ້າຖ້ວມ ຄຸ້ມປາກວີ ເມືອງ ໂພນໄຊ ແຂວງ ຫລວງພຣະບາງ ແບບ ກະທັນຫັນ ເມື່ອວັນທີ 5 ສິງຫາ 2014 ເຮັດໃຫ້ ບ້ານເຮືອນ ປະຊາຊົນ ຫລາຍຫລັງ ເພພັງ ປະຊາຊົນ ຈໍານວນນຶ່ງ ບໍ່ມີທີ່ຢູ່ ອາສັຍ ທັງ ຂາດ ອາຫານ ການກິນ ແລະ ນໍ້າດື່ມ:

"ເສັຽຫາຍ ລົ້ມ 4-5 ຫລັງ ເຫລືອນັ້ນ ກໍຍັງໃຊ້ການ ບໍ່ໄດ້ ກໍມີ ຈໍານວນນຶ່ງ ຖືວ່າ ປັຈຈຸບັນ ນີ້ມັນ ມັນຊຸ ອ່ຽງ ຊີ່ລົ້ມແລ້ວ ກໍາລັງມ້າງລະ ປັຈຈຸບັນ ນີ້ 3-4 ຫລັງ ຢາກໄດ້ເປັນ ສັງກະສີ ບໍ່ ເປັນ ແນວນັ້ນ ມາຕັ້ງແຕ່ ຕັ້ງບ້ານ ຕັ້ງເຮືອນ ພັກຜ່ອນ ອາສັຍນີ້ ກ່ອນນ່າ ຫລັງຈາກ ນັ້ນ ເປັນເຣື່ອງ ການກິນ ການຢູ່ ນີ້ແຫລະ".

ຊາວບ້ານວ່າ ຝົນຕົກ ນໍ້າປ່າໄຫລ ມາໄວ ແບບທີ່ວ່າ ຊາວບ້ານ ບໍ່ທັນໄດ້ ຕັ້ງໂຕ ເຮືອນຊານ ເຄື່ອງໃຊ້ ຂອງສອຍ ແລະອາຫານ ໄດ້ຮັບ ຄວາມ ເສັຽຫາຍ. ປັດຈຸບັນ ຊາວບ້ານ ກໍາລັງ ຮວບ ຮວມຂໍ້ມູນ ຄວາມເສັຍຫາຍ ເພື່ອ ສົ່ງໃຫ້ ເຈົ້າໜ້າທີ່ ຫ້ອງວ່າການ ປົກຄອງ ເມືອງ ໂພນໄຊ ເພື່ອ ຂໍຄວາມ ຊ່ວຍເຫລືອ. ສິ່ງທີ່ຊາວບ້ານ ຕ້ອງການ ດ່ວນທີ່ສຸດ ກໍແມ່ນ ອາຫານ ແລະ ນໍ້າ ດື່ມ ຮວມໄປເຖິງ ອຸປກອນ ສ້ອມແປງ ເຮືອນຊານ ພໍໄດ້ຢູ່ ຕໍ່ໄປ.

ຊາວບ້ານ ເວົ້າຕື່ມວ່າ ຕາມເບິ່ງ ສະພາບຕົວຈິງ ຖືວ່ານໍ້າຖ້ວມ ຄັ້ງນີ້ ຮຸນແຮງ ກວ່າໝູ່ ໃນຮອບ ຫລາຍປີ ຜ່ານມາ ຄືຖ້ວມແຮງ ກວ່າໃນປີ 2013 ທີ່ ໄດ້ເຮັດໃຫ້ ເສັຽຫາຍ ພໍສົມຄວນ ປະຊາຊົນ ຫລາຍ ຄອບຄົວ ບໍ່ມີທີ່ຢູ່ ອາສັຍ ນໍ້າຖ້ວມນາ ໃນເນື້ອທີ່ 300 ກວ່າ ເຮັກຕາ ງົວ ຄວາຍ ຕາຍ 200 ກວ່າໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.