ນໍ້າປ່າ ພູເລີຍ ມ.ຊຽງເງິນ ເອົາຊີວິດຄົນ

ມະນີຈັນ
2020.04.27
F-Flash-flood ສະພາບບ້ານເຮືອນ ຂອງປະຊາຊົນພາຍຫຼັງ ຝົນຕົກໜັກ ກະແສນໍ້າໄຫຼຊຸ ຈາກພູ ເຂົ້້າສູ່ເຂດໝູ່ບ້ານ ທໍາລາຍທຸກຢ່າງທີ່ຂວາງໜ້າ
ຮູບຈາກ : ນັກຂ່າວພົລເມືອງ

ວັນທີ 24 ເມສາ ເວລາປະມານ 10 ໂມງເຊົ້າ, ໄດ້ເກີດຝົນຕົກໜັກ ຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນໍ້າປ່າ ໄຫລຊຸມາຈາກພູເລີຍພ້ອມພັດ ເອົາຂີ້ເຫຍື້ອ ແລະ ກິ່ງງ່າໄມ້ ນ້ອຍ-ໃຫຍ່ ລົງຫ້ວຍ ໃນເຂດບ້ານ ກິ່ວຕະລຸນ ເມຶງຊຽງເງິນ ແຂວງຫລວງພຣະບາງ, ໄຫລຊຸຕູບ 2 ຫລັງ ທີ່ປະຊາຊົນອາສັຍຢູ່ ເຮັດໃຫ້ມີຜູ້ເສັຽຊີວິດທັງໝົດ 7 ຄົນ.

ໃນນັ້ນ ເປັນຄົນໃນຄອບຄົວທ້າວ ຍ່າຮືເຮີ 5 ຄົນ ຮວມທັງເດັກນ້ອຍອາຍຸ 15 ປີ, 5 ປີ, 4 ປີ, 2 ປີ ແລະ ເມັຽຂອງທ້າວ ຍ່າຮືເຮີ ອາຍຸ 36 ປີ, ແລະ ຄົນໃນຄອບຄົວ ທ້າວ ຈົວະກົວະເຮີ 2 ຄົນ ຄື ເດັກນ້ອຍ ອາຍຸ 13 ປີ ແລະ 4 ປີ, ອີງຕາມຄໍາເວົ້າຂອງປະຊາຊົນ ບ້ານ ກິ່ວຕະລຸນ ຕໍ່ RFA ໃນມື້ວັນທີ 27 ເມສາ ນີ້:

“ໃນມື້ວັນທີ 24 ປະຊາຊົນບ້ານກິ່ວຕະລຸນ ມີ 2 ຄອບຄົວໄປເຮັດໄຮ່ ໄປນອນຢູ່ຕູບໄຮ່ ຝົນຕົກໜັກ ແລ້ວນໍ້າໄຫລຫ້ວຍໄປ ຈຶ່ງຄ່ອຍໄຫລ ເຂົ້າຕູບຂະເຈົ້າ ແລ້ວຄົນເສັຽຊີວິດໄປ 7 ຄົນ. 36 ຜູ້ນຶ່ງ ອາຍຸ 13 ຜູ້ນຶ່ງ. ນອກຈາກນັ້ນ ຜູ້ນ້ອຍ 4 5 ປີ ແລ້ວຜູ້ນຶ່ງ 2 ປີ.”

ສ່ວນຜູ້ລອດຊີວິດນັ້ນ ທ່ານເວົ້າວ່າມີທັງໝົດ 8 ຄົນ ເປັນຄົນໃນຄອບຄົວ ທ້າວ ຍ່າຮືເຮີ 3 ຄົນຄື ທ້າວ ຍ່າຮືເຮີ ທີ່ໄຫຼໄປຄ້າງຢູ່ແຄມຫ້ວຍ ແລະ ລູກນ້ອຍອາຍຸ 5 ເດືອນ ທີ່ຜູ້ເປັນເອື້ອຍ ອາຍຸ 6 ປີ ອູ້ມນ້ອງ ແລະ ຈັບຕໍກ້ວຍໄວ້. ສ່ວນຄອບຄົວ ທ້າວ ຈົວະກົວະເຮີ ລອດຊີວິດ 5 ຄົນ ຄື ທ້າວ ຈົວະກົວະເຮີ ເມັຽ ແລະ ລູກນ້ອຍອາຍຸ 4 ເດືອນ ທີ່ເກາະຢູ່ຕູບ ແລະ ລູກອາຍຸ 4 ປີ ທີ່ຜູ້ເປັນອ້າຍ ອາຍຸ 13 ປີ ຈັບປະຕູ ຕູບ ແລະຈັບມືນ້ອງໄວ້ ຈຶ່ງພາກັນມີຊີວິດລອດມາໄດ້.

ສົບເດັກນ້ອຍທັງ 6 ຄົນ ແມ່ນໄດ້ຝັງຕາມຮີດຄອງປະເພນີ ຢູ່ບ່ອນ ເກີດເຫດຂອງໃຜລາວ. ສ່ວນສົບຂອງເມັຽທ້າວ ຍ່າຮືເຮີ ໄດ້ຖືກນໍາມາ ເຮືອນເພື່ອທໍາພິທີທາງສາສນາ ຕໍ່ໄປ.

ກ່ຽວກັບເຫດທີ່ເກີດຂຶ້ນນັ້ນ ທະຫານເມືອງຊຽງເງິນ ທ່ານນຶ່ງກ່າວວ່າ ທາງກອງບັນຊາການທະຫານເມືອງ ສົມທົບກັບອໍານາດການປົກຄອງ ບ້ານໃກ້ຄຽງ ແລະ ກອງຫລອນບ້ານຈໍານວນ 100 ປາຍຄົນ ໄດ້ຮີບຮ້ອນ ຊອກຄົ້ນຫາ ຜູ້ຫາຍສາບສູນ ແລະສາມາດຊອກຫາສົບເດັກນ້ອຍ ໄດ້ 5 ສົບ ໃນມື້ທີ່ເກິດເຫດ ແລະໃນມື້ຕໍ່ມາ ຄືວັນທີ 25 ເມສາ ກໍສາມາດຊອກເຫັນສົບ ເດັກນ້ອຍ ໄດ້ຕື່ມອີກ 1 ສົບ, ແລະ ມື້ວັນທີ 26 ເມສາ ກໍຊອກເຫັນສົບແມ່ຂອງເດັກນ້ອຍ:

“ມື້ວັນເກີດເຫດ ວັນທີ 24 ຫັ້ນນະ ຊາວບ້ານກໍພ້ອມກັນໄປຄົ້ນຫາຜູ້ຫາຍສາບສູນ ພົບ 5 ສົບແລ້ວມື້ຕໍ່ມາ ວັນທີ 25 ພວກເຮົາກໍແຕ່ງຕັ້ງ ຄະນະຮັບຜິດຊອບພັຍພິບັດ ນີ້ຂຶ້ນ ສົມທົບຄົ້ນພົບອີກຜູ້ນຶ່ງ. ມື້ວານນີ້ ກໍສືບຕໍ່ ຄົ້ນພົບອີກຜູ້ນຶ່ງ ຜູ້ສຸດທ້າຍຫັ້ນ.”

ເຈົ້າໜ້າທີ່ຫ້ອງການປົກຄອງເມືອງຊຽງເງິນ ກ່າວວ່າເຫດທີ່ເກີດຂຶ້ນນັ້ນ ແມ່ນຍ້ອນຄວາມຮູ້ເທົ່າບໍ່ເຖິງການ ຂອງປະຊາຊົນທີ່ໄປນອນເຝົ້າ ໄຮ່ໃນໄລຍະ ທີ່ກົມອຸຕຸນິຍົມ ເຕືອນເຣື່ອງພາຍຸຣະດູຮ້ອນ. ແລະວ່າ ໃນມື້ວັນທີ 27 ເມສານີ້ ຕອນເຊົ້າ ທາງເມືອງໄດ້ສົມທົບ ກັບອົງການ ກາແດງ ຮ່ວມກັນບໍຣິຈາກເງິນທັງໝົດ 10 ລ້ານກີບໃຫ້ແກ່ຄອບຄົວ ຜູ້ໄດ້ຮັບຜົລກະທົບ ແລະນໍາເຄື່ອງໃຊ້ແຕ່ງຢູ່ຄົວກິນ ເປັນຕົ້ນ ຖ້ວຍ ບ່ວງ ໝໍ້ ແລະເຄື່ອງນອນ ໝອນມຸ້ງ ເຄື່ອງນຸ່ງຫົ່ມ ເຂົ້າສານ ກະປ໋ອງປາ ແລະ ໝີ່ສໍາເຣັດຮູບ ໄປຊ່ອຍເຫຼືອເບື້ອງຕົ້ນ ພ້ອມທັງຊຸກຍູ້ໃຫ້ ປະຊາຊົນພາຍໃນບ້ານ ແບ່ງປັນນໍ້າໃຈຊ່ອຍຄອບຄົວ ທີ່ເຄາະຮ້າຍ ຄັ້ງນີ້ດ້ວຍ:

”ຕລອດຮອດການນໍາ ໄທເຮົາໄດ້ຄົ້ນຄວ້າ ເຂົ້າສານອາຫານແຫ້ງ ຈໍານວນນຶ່ງເມືອສົມທົບ ພາຍຫລັງທີ່ຄົ້ນພົບສົບໝົດແລ້ວ ແລ້ວມື້ນີ້ ທາງເມືອງໄດ້ຄົ້ນຄວ້າເອົາເຂົ້າສານຈໍານວນ 100 ກິໂລ ແລະ ເງິນຈໍານວນ 10 ລ້ານ ລະກະອາຫານແຫ້ງຈໍານວນນຶ່ງ ເມືອສົມທົບ ຄອບຄົວ ຫັ້ນນະເນາະ.”

ທ່ານກ່າວຕື່ມວ່າ ນອກຈາກບ້ານກິ່ວຕະລຸນ ທີ່ໄດ້ຮັບຄວາມເສັຽຫາຍ ຈາກເຫດນໍ້າປ່າໄຫລ ຊຸແລ້ວ ໃນມື້ດຽວກັນນັ້ນ ເຮືອນຊານ ແລະ ເນື້ອທີ່ປູກຝັງ ຂອງປະຊາຊົນອີກ 16 ຄອບຄົວ ຢູ່ບ້ານ ຖິ່ນແກ້ວ ກໍໄດ້ຮັບ ຜົລກະທົບດັ່ງດຽວກັນ. ຄວາມເສັຽຫາຍທັງໝົດ ຄາດວ່າ ປະມານ 20 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.