ຝົນຕົກນໍ້າປ່າໄຫຼຖ້ວມ ເມືອງ ຫຼວງພຣະບາງ


2014.09.19
F-lp-flood ຝົນຕົກໜັກ ນໍ້າປ່າໄຫຼຖ້ວມ ຕົວເມືອງ ຫຼວງພຣະບາງ ກະທັນຫັນ
Citizen journalist

 

ໃນວັນທີ 17 ກັນຍາ ແຂວງ ຫລວງພຣະບາງ ມີຝົນຕົກ ໜັກ ເຮັດໃຫ້ ນໍ້າຖ້ວມ ຕົວເມືອງ ຫຼວງພຣະບາງ ຫຼາຍ ພື້ນທີ່. ຕາມ ຣາຍງານ ແຈ້ງວ່າ ເຫດທີ່ມີ ຝົນຕົກ ແຮງ ຄັ້ງນີ້ ກໍຍ້ອນ ພະຍຸ ໃຕ້ຝຸ່ນ (ແຄວແມກິ້) ເຮັດໃຫ້ ຫົນທາງ ຫຼາຍເສັ້ນ ຖຶກຕັດ ຂາດ ແລະ ຂົວ ບາງ ແຫ່ງ ຖຶກ ນໍ້າຖ້ວມ ຈົນຫັກ. ນໍ້າໄຫລ ເຂົ້າ ຖ້ວມ ເຮືອນ ປະຊາຊົນ ຊັບສິນ ແລະ ສັດລ້ຽງ ຖຶກນໍ້າພັດ ໄປນໍາ ອີກ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:

“ຖ້ວມຢູ່ເຂດ ຫລວງ ພຣະບາງ ຖ້ວມໜັກ ລະແມ່ນ ບ້ານ ນາສໍາ ພັນ ຂົວໃໝ່ ອັນນັ້ນ ຫັກແຫ່ງນຶ່ງ ແດດແລ້ວ ດຽວນີ້ນະ ນໍ້າ ກໍາ ລັງໄຫລ ແຕ່ວ່າເລີ້ມ ຊິແຫ້ງ ແລ້ວ”.

ທ່ານເວົ້າ ຕໍ່ໄປວ່າ ນໍ້າ ເຣີ້ມຖ້ວມ ແຕ່ວັດປ່າ ຫຍ້າທຶບ ຕິນພູ ໂຮງຮຽນ ສັນຕິພາບ ບ້ານວຽງໃໝ່ ເຂດອ້ອມ ຫ້ວຍມາວ ບ້ານ ນາສາງ ເຫວີຍ ເຂດ ນາຫລວງ ບ້ານ ພຣະບາດ ບ້ານ ໂພນແພງ ໄປຈົນຮອດ ສີ່ແຍກ ວິທຍາລັຍ ຄຣູ ເຮັດໃຫ້ຣົດ ຕິດຂັດ ຊື່ງ ໃນ ຂນະນີ້ ທາງການ ໄດ້ ມອບໝາຍ ຄນະ ຮັບຜິດຊອບ ລົງໄປ ສໍາ ຣວດ ຮິບໂຮມ ຂໍ້ມູນ ຄວາມ ເສັຽຫາຍ ແຕ່ລະ ບ່ອນ ເພື່ອຕຣຽມ ນໍາສເນີ ແຜນ ຊ່ວຍເຫລືອ ໃນຂັ້ນຕໍ່ໄປ.

ສ່ວນ ຊາວບ້ານ ທີ່ ຢູ່ໃນພຶ້ນທີ່ ນໍ້າຖ້ວມ ເວົ້າວ່າ ໃນຊ່ວງ ຝົນຕົກ ໜັກ ນັ້ນ ກະແສນໍ້າ ໄຫລແຮງ ຖ້ວມ ເຮືອນຊານ ຂອງ ປະຊາຊົນ ແລະ ເສັ້ນທາງ ຢູ່ເຂດລຸ່ມ ຢ່າງວ່ອງໄວ ແຕ່ເປັນ ຈັ່ງບຸນ ບໍ່ມີ ໃຜ ໄດ້ຮັບ ອັນຕຣາຍ. ດັ່ງ ຊາວບ້ານ ເວົ້າວ່າ:

“ແມ່ນແລ້ວ ຢູ່ແຖວ ເຂົາເຈົ້າ ແຖວລຸ່ມ ບ່ອນທີ່ວ່າ ຕໍ່ຫັ້ນ ນໍ້າຖ້ວມ ແຕ່ວ່າ ບ່ອນສູງ ກໍບໍ່ເປັນຫຍັງ ດຽວນີ້ ເພີ່ນຍັງ ສ້ອມແປງ ຂົວ ຕົວນັ້ນ”.

ເຖິງຢ່າງໃດ ກໍຕາມ ຣາຍງານ ແຈ້ງຕຶ່ມວ່າ ໃນ ວັນທີ່ 18 ກັນຍາ ນີ້ເກິດ ເຫດຣົດເມ ຄັນນຶ່ງ ຂວ້າມ ຢູ່ເທິງ ພູສະແກນ ເມືອງນ່ານ ແຂວງ ຫລວງພຣະບາງ ສາເຫດ ຝົນ ຕົກໜັກ ເຮັດໃຫ້ ຣົດເມ ຄັນນັ້ນ ເສັຽຫລັກ ແຕ່ ບໍ່ຜູ່ໄດ້ ຮັບ ບາດເຈັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.