ຜົນເສັຽຫາຍຈາກນໍ້າຖ້ວມ ມ.ນານ
2019.08.02
ປະຊາຊົນ 8 ບ້ານ ເມືອງນານ ແຂວງຫລວງພຣະບາງ ທີ່ຖືກນໍ້າຖ້ວມໜັກ ເມື່ອວັນທີ 30 ກໍຣະກະດາ ຜ່ານມານີ້ພາກັນເລັ່ງທໍາຄວາມ ສະອາດ ບ້ານເຮືອນ ຫລັງຈາກ ນໍ້າແຫ້ງແລ້ວ ຖ້າມກາງຄວາມວິຕົກກັງວົນ ຢ້ານວ່າຈະເກີດເຫດ ນໍ້າປ່າໄຫລລົງ ມາຖ້ວມອີກ ຍ້ອນ ສະພາບອາກາດ ໃນໄລຍະນີ້ ມີຝົນຕົກລິນ ທຸກມື້. ພ້ອມດຽວກັນ ກໍຂໍໃຫ້ທາງການ ຊ່ອຍແກ້ໄຂຜົລກະທົບ ທີ່ໄດ້ເກີດຂຶ້ນນັ້ນ ຢ່າງຮີບດ່ວນ, ດັ່ງຊາວບ້ານສີບຸນເຮືອງ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 2 ສິງຫາ ນີ້ວ່າ:
"ມັນກໍເປັນຂີ້ຕົມ ແລ້ວກໍຄວາມເສັຽຫາຍ ຄືເຫັນມັນກໍເປື້ອນໆ ບາງເຮືອນກໍມີແຕ່ວ່າດູແລ ອະນາມັຍ ແລ້ວກໍພັກຕໍ່ໄປ ການຊ່ວຍເຫລືອ ກໍຍັງເຫັນວ່າບໍ່ທົ່ວເຖິງ ແຕ່ກໍສິມີແນວໂນ້ມວ່າ ມັນສິຖ້ວມມາຕື່ມ ສະພາບພະຍາກອນອາກາດ ກໍມີຝົນແຍະໆ ພາຍໃນເດືອນນີ້ເດືອນໜ້າ ກໍຍັງຕ້ອງຣະວັງ."
ທ່ານເວົ້າວ່າ ຫຼັງນໍ້າບົກລົງແລ້ວ ທາງການເມືອງນານກໍເຂົ້າມາຊ່ອຍເຫຼືອ ນໍ້າດື່ມ ເຂົ້າສານ ອາຫານແຫ້ງ ໃຫ້ປະຊາຊົນແຕ່ກໍບໍ່ທົ່ວເຖິງ ທຸກຄອບຄົວ ແລະບາງຄອບຄົວບໍ່ມີຮອດ ເຄື່ອງນຸ່ງ-ເຄື່ອງນອນ ຕ້ອງໄດ້ໄປຂໍນອນຢູ່ເຮືອນ ພີ່ນ້ອງຊົ່ວຄາວກ່ອນ.
ສ່ວນເຣື່ອງຄວາມເສັຽຫາຍ ທາງຫ້ອງການເມືອງ ກໍໄດ້ລົງເກັບຂໍ້ມູນ ແລະພົບວ່າເສັຽຫາຍທັງໝົດ 8 ບ້ານ ຮວມທັງບ້ານນາຝາຍ ບ້ານປ່າໄຜ່ ສີມຸງຄຸນ ສີບຸນເຮືອງ ຊຶ່ງມີທັງໝົດປະມານ 400 ຄອບຄົວ ມີມູນຄ່າ 6 ຕື້ ປາຍກີບ. ເສັຽຫາຍໜັກແມ່ນພື້ນທີ່ ກະສິກັມ, ໃນຂນະທີ່ຂ່າວ KPL ຣາຍງານໃນມື້ວັນທີ 1 ສິງຫາ ນີ້ວ່າ ນໍ້າຖ້ວມເຂດ ເມືອງນານ ເມື່ອວັນອັງຄານ ຜ່ານມາ ເສັຽຫາຍປະມານ 11 ຕື້ກີບ ຫລືປະມານ 1 ລ້ານ 2 ແສນໂດລາ ສະຫະຣັຖ.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງວ່າການປົກຄອງ ເມືອງນານ ກໍກ່າວຕໍ່ RFA ວ່າ ຫາກຄອບຄົວໃດ ມີເນື້ອທີ່ກະສິກັມ ເສັຽຫາຍ 71 ເປີເຊັນຂຶ້ນເມືອ ຕາມການປະເມີນ ຂອງທາງການນັ້ນ ຈະໄດ້ຮັບການຍົກເວັ້ນ ພາສີທີ່ດິນ ແລະ ພາສີຣາຍໄດ້ ໃນປີໜ້າ. ສ່ວນເຣື່ອງການ ຊົດເຊີຍ ເປັນເງິນ ແລະ ແນວພັນພືດໃຫ້ປະຊາຊົນ ປູກແທນເຂົ້ານັ້ນ ກໍາລັງປະຊຸມ-ຫາຣືກັນຢູ່:
"ສົມມຸດມັນເສັຽຫາຍ ນັບແຕ່ຮອດ 71 ເປີເຊັນຂຶ້ນໄປແລ້ວ ຖືວ່າໃນປີສິມານີ້ ສິມີນະໂຍບາຍ ຍົກເວັ້ນພາສີກ່ຽວກັບທີ່ດິນ ກັບຣາຍໄດ້ຫັ້ນ ຕໍ່ຄອບຄົວດັ່ງກ່າວນັ້ນ. ອັນທີ 2 ມາເຮົາກວດສໍາຣວດແລ້ວ ຈະສເນີນໍາຫລາຍພາກສ່ວນຊ່ວຍແລ້ວ ບັນເທົາທຸກ ຊ່ວຍຂະເຈົ້າ. ອັນທີ 3 ມາ ເມືອງພວກເຮົາຈະໄດ້ຄົ້ນຄວ້າ ພາຍຫລັງ ທີ່ປະຊາຊົນ ໄດ້ຮັບຄວາມເສັຽຫາຍ ເຮົາສິເອົາຫຍັງມາ ປູກມາທົດແທນ."
ທ່ານເວົ້າວ່າ ເນື່ອງຈາກຄວາມເສັຽຫາຍ ມີມູນຄ່າຫລາຍຕື້ກີບ ເຮັດໃຫ້ການຊົດເຊີຍເປັນເງິນ ຫລື ເຄື່ອງໃຊ້ຕ່າງໆແກ່ປະຊາຊົນ ທີ່ໄດ້ຮັບ ຜົລກະທົບນັ້ນ ບໍ່ທັນທົ່ວເຖິງ.