ໄຟໄໝ້ບ້ານອາຊິງ ມ.ສະມ້ວຍ
2017.07.16

ໄຟໄຫມ້ເຮືອນຊາວບ້ານ ຢູ່ບ້ານອາຊິງ ເມືອງສະມ້ວຍ ແຂວງສາລະວັນ ທັງຫມົດ 33 ຫລັງ ໃນຕອນຫົວຄ່ຳ ຂອງວັນທີ 11 ກໍຣະກະດາ ເຮັດໃຫ້ຊາວບ້ານ ປະມານ 108 ຄົນ ບໍ່ມີ ບ່ອນຢູ່ ອາສັຍ ອາຫານການກິນ ເຄື່ອງນຸ່ງຫົ່ມ ແລະ ນ້ຳສະອາດ ມີເດັກນ້ອຍ ຫລາຍຄົນ ໄດ້ ຮັບບາດເຈັບ ຍ້ອນໄຟໄຫມ້. ສ່ວນສາເຫດ ຂອງໄຟໄຫມ້ ໃນເວລານີ້ ຍັງບໍ່ມີ ຣາຍລະອຽດ ເທື່ອ ໄຟອາດໄຫມ້ ຈາກເຮືອນຫລັງນຶ່ງ ແລ້ວ ລາມໄປຫາ ຫລັງອື່ນໆ ກໍເປັນໄດ້ ຍັງເຫລືອແຕ່ ຫລັງດຽວ ທີ່ໄຟບໍ່ໄຫມ້. ດັ່ງ ເຈົ້າຫນ້າທີ່ ຫ້ອງການ ເມືອງສະມ້ວຍ ກ່າວ ໃນຕອນນຶ່ງວ່າ:
"34 ຫລັງແຕ່ວ່າໄຫມ້ໄປ 33 ຫລັງເຮືອນ ມັນໄກກັນ ເພີ່ນກໍກຳລັງ ຊອກຫາສາເຫດມັນຢູ່ ຢ້ານວ່າໄຟ ມອດບໍ່ຫມົດຫັ້ນນ່າ ໃນເຮືອນ ຜູ້ໃດຜູ້ນື່ງ ເພີ່ນກໍກຳລັງ ຊອກຫາ ສາເຫດ ຕົວຫລັກໆກໍແມ່ນ ເຄື່ອງນຸ່ງຫົ່ມ ສັງກະສີ ເຂົ້ານ້ຳອຸປກອນ ເຄື່ອງຄົວ".
ທ່ານວ່າ ໄຟໄດ້ໄຫມ້ຫມົດ ບໍ່ເຫລືອຫຍັງ ຊາວບ້ານປະມານ 108 ຄົນ ທັງຜູ້ໃຫຍ່ເດັກນ້ອຍ ແລະຜູ້ເຖົ້າ ບໍ່ມີບ່ອນຢູ່ອາສັຍ ໂດຍສະເພາະ ຍາມນີ້ແມ່ນ ຣະດູຝົນ ກໍແຮ່ງລຳບາກ ຂັ້ນຕົ້ນ ເຈົ້າຫນ້າທີ່ ແຂວງສາລະວັນ ໄດ້ເອົາເຄື່ອງຂອງ ທີ່ຈຳເປັນໄປໃຫ້ ແຕ່ກໍຍັງບໍ່ພໍ ປັດຈຸບັນ ຊາວບ້ານ ໄດ້ພາກັນ ນອນປູສາດ ຢູ່ກາງເດີ່ນ ບາງຄອບຄົວ ກໍບໍ່ມີຮອດ ຜ້າຫົ່ມ ໃຊ້ຮ່ວມກັນ.
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ທາງການເມືອງ ແລະ ແຂວງສາຣະວັນ ກຳລັງກະຕຽມ ເຈົ້າຫນ້າທີ່ ແລະອາສາສມັກ ເພື່ອໄປປຸກຕູບ ໃຫ້ ຊາວບ້ານ ໄດ້ຢູ່ຊົ່ວຄາວ ແຕ່ຍັງລໍຖ້າ ງົບປະມານ.ບ້ານອາຊິງ ເປັນບ້ານຊົນເຜົ່າ ກະໂປະ ມີທັງຫມົດ 34 ຫຼັງເຮືອນ ຫ່າງຈາກ ເທສບານ ເມືອງສະມ້ວຍ ປະມານ 30 ກິໂລແມັດ ສ່ວນໃຫຍ່ ມີອາຊີບ ເຮັດໄຮ່ ເຮັດສວນ ແລະລ້ຽງສັດ ຍັງບໍ່ມີ ການພັທນາ ໂຄງຮ່າງ ພື້ນຖານ ໃນບ້ານດັ່ງກ່າວ ນີ້ເທື່ອ ເປັນຕົ້ນ ໂຮງຮຽນ ສຸຂສາລາ ໄຟຟ້າ ແລະ ນ້ຳປະປາ.