ໄຟໄໝ້ຕລາດ ມ.ນາກາຍ ຂ.ຄຳມ່ວນ
2020.12.04

ໃນມື້ວັນທີ 4 ທັນວາ ປິີ 2020 ເວລາປະມານ 1 ໂມງກາງຄືນ ເກີດເຫດໄຟໄຫມ້ ຕລາດ ພົງສວັນ ບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ. ເບື້ອງຕ້ົ້ນ ເຈົ້າຫນ້າທີ່ກວດພົບ ຄວາມເສັຽຫາຍທັງຫມົດ ປະມານ 7-8 ຮ້ານ, ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ ແລະ ເສັຽຊິວິດ ສ່ວນມູນຄ່າຄວາມເສັຽຫາຍ ເຈົ້າຫນ້າທີ່ກຳລັງສືບສວນຢູ່, ຕາມຄຳເວົ້າຂອງ ເຈົ້າຫນ້າທີ່ ບ້ານອຸດົມສຸກ ເມືອງນາກາຍ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 4 ທັນວາ ນີ້ວ່າ:
“ເຈົ້າຫນ້າທີ່ ກຳລັງສັງຮວມຂໍ້ມູນຢູ່ ບໍ່ທັນສາມາດສັນນິຖານໄດ້ ບໍ່ຮູ້ສາເຫດວ່າມັນເກີດຈາກໄຟຟ້າ ລັດວົງຈອນຫຼືບໍ່, ຫຼືວ່າໄຟເຕົາ ອີ່ຫຍັງຕ່າງໆ ບໍ່ທັນຮູ້ສາເຫດ ສືບຫາສາເຫດຢູ່ ດຽວນີ້້ ຮ້ານຂາຍຂອງກິນສຸກ ແຖວນີ້ໄຫມ້ຫມົດເລີຍ.”
ເຈົ້າຫນ້າທີ່ຮັບຜິດຊອບຕລາດພົງສວັນ ທ່່ານນຶ່ງກ່າວວ່າ, ນີ້ເປັນຄັ້ງທຳອິດທີ່ໄຟໄຫມ້ຕລາດ ຊຶ່ງກໍຮຸນແຮງ ເບື້ອງຕົ້່ນຮູ້ແຕ່ວ່າມີ ພຽງແຕ່ບ່ອນຂາຍອາຫານສຸກເທົ່ານັ້ນ ທີ່ເກີດໄຟໄຫມ້ ເສັຽຫາຍທັງຫມົດ 8 ຫ້ອງ, ມີບັນດາແມ່ຄ້າໄດ້ຮັບຜົລກະທົບ 5 ຄົນ.
“ຮຸ່ນແຮງພໍສົມຄວນຢູ່, ເຈົ້າຫນ້າທີ່ເພິ່ນຍັງເກັບຂໍ້ມູນ ຍັງບໍ່ຮູ້ຣາຍຣະອຽດ ແຕ່ເສັຽຫາຍອາຄານຫລັງນຶ່ງ ຂາຍຂອງກີນສຸກ, ເຈັດຄູນສາມສີບປາຍແມັດນຶ່ງ ໄຫມ້ຫມົດໄປ, ໄມ້ແດ່ ສ່ວນນຶ່ງ, ແມ່ຄ້າເພິ່ນມາເຊົ່າ ແອ້ມເປັນຫ້ອງໄມ້ນຳ ຖືກກະທົບພຽງແຕ່ 5 ຄົນ ໃນ 8 ຫ້ອງ.”
ທ່ານກ່າວຕື່ມວ່າ ຫລັງຈາກເຈົ້າຫນ້າທີ່ ຮີບໂຮມຂໍ້ມູນ ພິສູດຫລັກຖານແລ້ວ ທາງຕລາດກໍຈະຮື້ຖອນ ເສດທີ່ຖືກໄຟໄຫມ້ ແລະສີ່ງທີ່ ຖືກເປ່ເພອອກ, ໃນໄລຍະນີ້ ບ່ອນຂາຍອາຫານ ສຸກ, ກໍຈະຖືກໂຈະຊົ່ວຄາວກ່ອນ ແຕ່ເຂດຂາຍຫມາກໄມ້ຕ່່າງໆ ກໍຍັງຈະເປີດ ໃຫ້ຂາຍຢູ່ ຕາມປົກກະຕິຢູ່ ແລະ ກໍຈະສ້າງບ່ອນໃຫມ່ ໃຫ້ແມ່ຄ້າຜູ້ໄດ້ຮັບຜົລກະທົບ ເພື່ອຈະໄດ້ຂາຍ ເຄື່ອງອີກຕໍ່ໄປ.
ເຈົ້າຫນ້າທີ່ກູ້ພັຍແຂວງຄຳມ່ວນ ທ່ານນຶ່ງກ່າວວ່າ ຄວາມເສັຽຫາຍເບື້ອງຕົ້ນ ພົບວ່າ ບ່ອນຂາຍອາຫານສຸກໄຟໄຫມ້ຫມົດ ແລະຍັງມີ ຣົດຍົນ ອີກ 2-3 ຄັນຖືກໄຟໄຫມ້ ສ່ວນ ຣາຍລະອຽດ ອື່ນໆ ຍັງຮິບໂຮມຂໍ້ມູນຢູ່:
“ບໍ່ໄດ້ໄຫມ້ທາງໃນຕລາດ ມັນໄຫມ້ແຕ່ໂຊນບ່ອນຂາຍເຄື່ອງສຸກ ມັນຫມົດເລີຍ ແລະ ກໍມີຣົດຟອດແລນເຈີ ແລະ ຣົດຮອນໄດ ຣົດອີຊຸຊຸ ນື່ງໄຫມ້.”
ເຈົ້າຫນ້າທີ່ເມືອງນາກາຍ ທ່ານນຶ່ງເວົ້າວ່າ ເຣື້ອງການຊ່ອຍເຫລືອ ຕ້ອງໄດ້ລໍຖ້າ ຮິບໂຮມຂໍ້ມູນໃຫ້ແລ້ວກ່ອນ ໃນປັດຈຸບັນ ຍັງຕອບ ບໍ່ໄດ້ເທື່ອ.
“ຍັງເອົາຂໍ້ມູນຍັງບໍ່ທັນໄດ້ແລ້ວສ່າເນາະ ໂຕນີ້ ໄທເຮົາກະຍັງບໍ່ຮູ້ ວ່າເພີ່ນຊ່ອຍເຫລືອ ໄທເຮົາກະຍັງລົງເອົາຂໍ້ມູນໂຕຈິງຢູ່ດຽວນີ້ ເປັນຕລາດໃຫຍ່ຢູ່ ຕລາດພົງສວັນເນາະ ທີ່ປະຈຳ ຢູ່ເມືອງນາກາຍນີ້ແຫຼະ.”
ຊາວບ້ານອຸດົມສຸກ ນາງນຶ່ງເວົ້າວ່າ ເຫັນໃນວິດີໂອ ໃນສື່ສັງຄົມອອນລາຍ ໄຟໄຫມ້ແຮງຫລາຍ, ໃນໄລຍະນີ້ ເປັນຣະດູຫນາວອີກ ລົມກໍແຮງ ຕົນເອງ ກໍຮູ້ສຶກຕົກໃຈ ເພາະມັນບໍ່ເຄີຍ ເກີດໄຟໄຫມ້ຕລາດແບບນີ້ ມາກ່ອນ ແລະ ກໍເປັນຕລາດແຫ່ງດຽວ ທີ່ຊາວບ້ານ ໄປຊື້ຂາຍກັນ.
“ໂອ້ຕົກໃຈເລີຍແບບມັນແຮງ ມັນໄຫມ້ກາງຄືນເນາະ ບໍ່ມີໃຜຮູ້ ຊ່ອຍກັນໄປຕລາດ ເອີ່ ກະເຫັນມັນໄຫມ້ ມັນຫ້າງເດ້ ເຕີບນື່ງແດ່ ຫມົດໄປຫຼາຍເຕີບ ມັນໄຫມ້ ແຖວເຂດຮ້ານຂາຍ ຂອງກິນສຸກ.”
ຕລາດພົງສວັນ ເປັນຕລາດໃຫຍ່ ຕັ້ງຢູ່ເຂດເທສບານ ບ້ານອຸດົມສຸກ ເມືອງນາກາຍ ແຂວງຄຳມ່ວນ ສ້າງຂຶ້ນໃນປີ 2008 ເຈົ້າຂອງ ຕລາດ ເປັນຄົນລາວ ແລະ ກໍເປັນຕລາດໃຫຍ່ແຫ່ງ ສຳຄັນ ທີ່ຄົນມັກມາຊື້ຂາຍກັນ ຫລາຍກວ່າຫມູ່.