ນ້ຳຂອງແຫ້ງ ຜິດປົກຕິ ເພາະການສ້າງເຂື່ອນ
2022.01.21

ໃນປີນີ້ ນ້ຳຂອງແຫ້ງຜິດປົກຕິ ຫຼາຍກວ່າປີທີ່ຜ່ານມາ ຈົນບາງຈຸດທີ່ເຄີຍມີນ້ຳ ແຕ່ໃນເວລານີ້ ເຫັນແຕ່ໂຂດຫິນ ແລະ ຫາດຊາຍ. ປະຊາຊົນຢູ່ເມືອງປະຊຸມພອນ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ:
ນ້ຳນີ້ ກະບົກແຮງ ແຮງລະກະ ມັນເປັນນ້ຳເສັຽລະເດ້ ມັນບົກໄປຈັ່ງຊີ້ລະນະ ເປັນເທົາ ມີແຕ່ເທົາເຕັມໄປໝົດເລີຍ. ມັນບໍ່ມີໂຂດຫິນເນາະ ມັນບໍ່ມີຫາດເດ້ ກະລົງໄປໃຕ້ ກ້ອນຫິນມັນຊິຊົກມົກຢູ່ ກອງຈູ່ນພູ່ນຢູ່ ມັນນ້ຳ ມັນບົກແຮງ ມັນຜິດປົກຕິເດ້.
ນັກຂ່າວ: ຜິດປົກຕິຂນາດໃດ ມັນຫຼຸດເກົ່າປານໃດ?
ປະຊາຊົນ: ປັດຈຸບັນນີ້ ຂນາດມັນບໍ່ຮອດເດືອນ 5 ເນາະ. ຖືວ່າ ນ້ຳບົກຮອດເລີຍຈຸດກຳນົດທີ່ວ່ານ້ຳເດືອນ 5 ອີກ ດຽວນີ້ນິ ເລີຍລົງໄປເລື້ອຍໆ ກ້ອນຫິນ. ຫິນແຫ່ ຢູ່ນຳຕາຝັ່ງນີ້ ມັນຊິລົງໄປຮອດເຂດຫິນແຫ່ເດ້.
ນັກຂ່າວ: ມັນລົງໄປປະມານຈັກແມັດ ມັນລົງຫຼຸດລົງໂຕເກົ່າຫັ້ນນ່າ?
ປະຊາຊົນ: ດຽວນີ້ ຈາກຈຸດເດີມໄປປະມານ 6 ແມັດພຸ້ນໃດ. ຖືວ່າ ມັນມີຄວາມຜິດປົກຕິໂລດລະ. ດຽວນີ້ນິ ເຮົາຍັງບໍ່ທັນຮູ້ເດືອນຕໍ່ໄປ ປັດຈຸບັນນີ້ ໄດ້ເກືບ 6 ແມັດວ່າຊັ້ນຊາ.
ນັກຂ່າວ: ລວງເລິກນີ້ ປະມານຈັກແມັດທີ່ວ່າ ມັນລົງ?
ປະຊາຊົນ: ຖ້າສະເລັ່ຽຄັນວ່ານ້ຳຢູ່ນີ້ເນາະ ຢູ່ບ່ອນຂ້ອຍຢູ່ ເຂດນີ້ ເພາະວ່າ ມັນບໍ່ມີເກາະດອນເນາະ. ມັນປົກຕິນ້ຳທົ່ວໄປ ມັນຊິຢູ່ທີ່ ຢູ່ສູງສຸດມີແຕ່ 6 ແມັດທໍ່ນັ້ນແຫຼະ.
ນັກຂ່າວ: ແຕ່ປັດຈຸບັນນີ້ ເຫຼືອປະມານຈັກແມັດ?
ປະຊາຊົນ: ແນ່ນອນແຫຼະ ຢູ່ທີ່ 4 ແມັດນີ້ແຫຼະ.
ນັກຂ່າວ: ຄັນຊັ້ນ ຊາວບ້ານ ເຂົາໄປຫາປູ ຫາປາ ໄດ້ຢູ່ເບາະ?
ປະຊາຊົນ: ບໍ່ບໍ່ມີແຫຼະ ສັດນ້ຳ ສັດນ້ຳ ມີບັນຫາ ສິ່ງແວດລ້ອມ ມັນມີບັນຫາລະ ຄືຕ້ອງຫາກິນ ຕ້ອງຊອກຫາກິນ ອາຊີບເກົ່ານີ້ ບໍ່ໄດ້ກິນລະ ເຮືອແພເຂົາກະ ຈົນເຂົາບໍ່ລ່ຳໄລນຳລະ ປະຊາຊົນກະໃດ. ເຂົາກະແລ້ວແຕ່ຊິເປັນ ເຂົາກະປະໄປ.
ນັກຂ່າວ: ມັນເປັນຫຍັງຈັ່ງນ້ຳບົກນິ ຮູ້ບໍ່?
ປະຊາຊົນ: ໂອ້ຍຫຼັກໆ ລະ ກະແມ່ນເກີດຈາກເຂົາເຮັດເຂື່ອນຫັ້ນແຫຼວ. ຫຼັກໆ ມັນຄືເຂື່ອນຫັ້ນແຫຼະ ເຂື່ອນທາງເໜືອນີ້ ກະຕັນ, ທາງໃຕ້ ທາງເມືອງໂຂງນີ້ກະຕັນ. ເຂົາຕັນເຂື່ອນເປັນຈຸດ ເປັນຈຸດໄປ ມັນກະສົ່ງຜົລກະທົບເຣື່ອງເຂື່ອນໂລດແຫຼະນ້ຳ. ເພາະວ່າ ແຕ່ພໍ່ແຕ່ແມ່ເຮົາກະບໍ່ເຄີຍມີຈັ່ງຊີ້ເນາະ ເປັນແບບມັນແຫ້ງແລ້ງຊັ້ນຊາ ບໍ່ມີຄວາມສົມບູນທາງທັມຊາດ.
ສະເພາະຢູ່ເຂດ ຄອນພະເພັງ ເມືອງໂຂງ ແຂວງຈຳປາສັກ ນ້ຳກໍບົກລົງຫຼາຍຈົນເຮັດໃຫ້ປະຊາຊົນສາມາດຍາງໄປຫາກັນໄດ້ ຈາກແຕ່ກ່ອນເຄີຍຂີ່ເຮືອ.
ປະຊາຊົນ ຢູ່ເມືອງໂຂງ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ: ສະພາບນ້ຳຢູ່ບ້ານເຮົາ ມັນບໍ່ມີ ມີແຕ່ຫິນ ນ້ຳທີ່ເຄີຍໄຫຼ ມັນກະບໍ່ໄຫຼ. ບ່ອນເພິ່ນປ່ອຍປາ ມັນກະບໍ່ຂຶ້ນດອກ ປາ. ນ້ຳມັນເຂີນໝົດ.
ນັກຂ່າວ: ນ້ຳເຂີນໝົດ ມີແຕ່ໂຂດຫິນໝົດແມ່ນເບາະ ປັດຈຸບັນນີ້ນະ?
ປະຊາຊົນ: ບ່ອນເຫວທັມຊາດ ມັນໂຕນຕຶມຕຶມຫັ້ນ ດຽວນີ້ໂຕນລອຍຫຼິ້ນ ອັນນັ້ນແຫຼະ ເປັນຕາຢ້ານທີ່ສຸດຫັ້ນ.
ນັກຂ່າວ: ມັນຢູ່ຈຸດຄອນພະເພັງຫັ້ນແມ່ນເບາະ ບ່ອນທີ່ນ້ຳຕົກແຮງໆຫັ້ນ ປັດຈຸບັນນີ້ ບໍ່ມີນ້ຳແມ່ນເບາະ?
ປະຊາຊົນ: ບໍ່ມີນ້ຳແລ້ວ ອັນບ່ອນມໍລະດົກໂລກຫັ້ນ ມັນກະຊ່ຳນ້ຳສ້າງເຂົາຂຸດອາບແລ້ວ.
ນັກຂ່າວ: ມັນເປັນຍ້ອນຫຍັງ ມັມຄືແຫ້ງແລ້ງແທ້?
ປະຊາຊົນ: ເຂົາເຮັດເຂື່ອຫັ້ນຕີ້ ເອົານ້ຳລົງໃສ່ເຂື່ອນຫັ້ນໝົດ ເຈະຮູສະໂຮງໃຫ້ມັນເລິກ. ເຈາະຮູສະໂຮງໃຫ້ມັນເລິກ ລະເພິ່ນກະເອົາຫິນມາຄູນເບື້ອງນີ້ໄວ້. ຫຼັງຈາກນ້ຳ ມັນໄຫຼໄປພຸ້ນໝົດ ມັນກະແບ່ງອອກຈາກຄອນພະເພັງໝົດ ມັນກະໄຫຼລົງຮູສະໂຮງ ບ່ອນເຂື່ອນຫັ້ນໝົດ.
ນັກຂ່າວ: ແຕ່ວ່າ ໂດຍລວມເດ້ ໂຕນ້ຳຂອງສາຍຫຼັກກະແຫ້ງ ຄືກັນເບາະ?
ປະຊາຊົນ: ສາຍຫຼັກ ມັນກະແຫ້ງໝົດ ໃຫ້ຄິດວ່າຄອນພະເພັງຫັ້ນ ມັນນ້ຳແຮງກວ່າໝູ່ເນາະ. ນ້ຳແຮງກວ່າໝູ່ ບາດນັ້ນ ໃນຍາມຝົນ ທີ່ວ່າເຄີຍທ່ອງທ່ຽວເຄີຍເຫັນໃນເຟສ ໃນລາຍ ນ້ຳເປັນຄວັນເປັນໝອກຫັ້ນ ດຽວນີ້ ມັນບໍ່ມີແລ້ວ ດຽວນີ້ ມັນບໍ່ມີແລ້ວ ບ້ານ ທ່າຄໍ້ ກັບ ບ້ານດອກພະເພັງ ລອຍຂ້າມໃສ່ກັນໄດ້. ບາດນີ້ ນອກຈາກຮູຊຸມນີ້ແລ້ວ ຮູສາຂາມັນຫັ້ນ ແມ່ນເຂີນໝົດ ມີແຕ່ຫິນ ຍ່າງຂ້າມຫາກັນເສີຍ.
ນັກຂ່າວ: ແລ້ວ ການຫາປູ ຫາປາເຮົາເດ້ ເປັນຈັ່ງໃດ?
ປະຊາຊົນ: ມັນບໍ່ມີການຫາປາດອກ ທັມຊາດ ມັນບໍ່ມີ ມັນໝົດໄປແລ້ວ. ຫາປາ ກະມີແຕ່ທີ່ວ່າ ພວກຊະນິດທີ່ວ່າ ພໍຢູ່ລອດຫັ້ນຫາປາ. ພວກຢູ່ບໍ່ລອດ ກະໄປທຳງານໄທຍ. ຖືກເຂື່ອນຜົລກະທົບໝົດເດ້ ປາບ່ອນຊິຕຶກແຫ ມັນບໍ່ມີນ້ຳຊິໄປຕຶກແຫຈັ່ງໃດ.
ນັກຂ່າວ: ດຽວນີ້ ບໍ່ຄ່ອຍມີຄົນໄປຫາປາເລີຍແມ່ນເບາະ?
ປະຊາຊົນ: ມັນບໍ່ມີດອກ ມີແຕ່ຕຶກແຫແບບທັມດາ ຊິມີປາຂາຍຄືເພິ່ນວ່າ ຄັນວ່າເພິ່ນປ່ອຍປາ ປາຊິມີຫຼາຍກວ່າເກົ່າ ໂອຍ ຢາກຫົວ ມັນບໍ່ມີດອກ ຊິດັບສູນພັນໄປໝົດ. ຂອງເພິ່ນເຮັດເຂື່ອນ ບາດເວລາເພິ່ນຕັນເຂື່ອນນ້ຳຍຶ່ງຂຶ້ນ ບາດເພິ່ນປ່ອຍເຂື່ອນນ້ຳໄຫຼລົງ. ປາມັນຊິໄປປັບອຸນະພູມໄດ້ຈັ່ງໃດ ບາດນ້ຳຂຶ້ນນ້ຳລົງ ຕາຍໄປກະມີ ບໍ່ຈັກອຶກະທຶກຄຶກໂຄມ ບ່ອນມັນເຄີຍຢູ່ ມັນກະບໍ່ໄດ້ຢູ່ຈັ່ງໃດເປັນ ຊື້ປາຢູ່ປາກເຊພຸ້ນຕີ້ກິນ ຊື້ປາລ້ຽງ. ຜັກກະບໍ່ມີຜູ້ປູກ ມີແຕ່ຊື້ຂອງຢູ່ໃນເມືອງກິນ. ມັນຊິໄປປູກໄດ້ຈັ່ງໃດນ້ຳມັນລົງໄປ ເຫັນແຕ່ຫິນ ຄັນຊິຕັກເອົານໍ້າຫົດຜັກ ກະຍ່າງເປັນຫຼັກ. ສະພາບແວດລ້ອມອີ່ຫຍັງກະບໍ່ມີດອກ ຄືເບິ່ງຫິນເບິ່ງຫ້ວຍນິ ມີແຕ່ໂຕເຂື່ອນຫັ້ນແຫຼ ມີນ້ຳ ເພາະນ້ຳເຂົ້າໃນຫັ້ນໝົດ.
ນັກຂ່າວ: ມີຈັກບ້ານນີ້ ໄດ້ຮັບຜົລກະທົບແທ້ໆ ແຖວນັ້ນ?
ປະຊາຊົນ: ພວກຮັບຜົລກະທົບແມ່ນ ບ້ານທ່າຄໍ້ ໄດ້ຮັບຜົລກະທົບເຕັມໆ, ບ້ານດອນພະເພັງ, ບ້ານດອກສະດຳ, ບ້ານຫົວສະດຳ, ບ້ານຫາງສະດຳ, ບ້ານດອນສະໂຮງ. ບ້ານດອນພະເພັງ ໄດ້ຮັບຜົລກະທົບ 50 ເປີເຊັນ ຄົນມີຢູ່ຕົ່ວຢູ່ ບ້ານດອນພະເພັງ. ໝາຍຄວາມວ່າ ເຄີຍຫາປາ ກະບໍ່ໄດ້ຫາ.
ນອກຈາກນີ້ ຢູ່ເຂດເມືອງລະຄອນເພັງ ແຂວງ ສາລະວັນ ນ້ຳຂອງກໍບົກລົງຫຼາຍ ຈົນບາງຈຸດ ຄວາມກວ້າງຂອງນ້ຳຂອງເຫຼືອພຽງແຕ່ 20 ແມັດ ເທົ່ານັ້ນ.
ປະຊາຊົນ ຢູ່ແຂວງພາກໃຕ້ ທ່ານ ນຶ່ງກ່າວວ່າ: “ເອີ ສະເພາະນ້ຳຂອງໃນປີນີ້ ມີການປົກແຫ້ງຫຼາຍກວ່າທຸກປີນະ ເພາະເດືອນທີ 1 ໃນປັດຈຸບັນນີ້ນິ ບົກແຫ້ງຄືເຂດທີ່ວ່າ ແຖວຊາຍແດນແຂວງສະຣະວັນ ລົງໄປຮອດເຂດ ຕະພານ ແຖວສໍາໂຣງ ຈັກແຄບບໍ່ແຄບນີ້ 25 ແມັດ ທາງກວ້າງ.”
ປະຊາຊົນ ທ່ານ ນີ້ ກ່າວຕື່ມວ່າ: “ຊາວບ້ານບໍ່ສາມາດປູກຜັກໄດ້ ຍ້ອນວ່າ ນ້ຳປົກຜິດປົກຕິ.”
ເຈົ້າໜ້າທີ່ທາງການລາວ ປະຕິເສດວ່າ ນ້ຳຂອງແຫ້ງ ບໍ່ແມ່ນເປັນຍ້ອນເຂື່ອນ ແຕ່ເປັນຍ້ອນ ຝົນບໍ່ຕົກ.
ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພລັງງານ, ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ.
ນັກຂ່າວ: ຢາກຂໍຖາມທ່ານແດ່ ໜ້ອຍນຶ່ງວ່າ ສະພາບນ້ຳຂອງແຫ້ງນີ້ ມັນເປັນຍ້ອນເຂື່ອນຫວະທ່ານ?
ທ່ານ ຈັນສະແຫວງ: ມັນບໍ່ແມ່ນດອກ ຝົນບໍ່ດອກ ມັນຢາກມັນກະແຫ້ງຕົ່ວເນາະ ຍາມຝົນມັນ [ນ້ຳ] ກະເຕັມເນາະ ບໍ່ກ່ຽວກັນນ່າ ນ້ຳຂອງແຫ້ງ.
ນັກຂ່າວ: ຄືວ່າຢູ່ໃຕ້ນີ້ ມັນແຫ້ງຫຼາຍ ປະຊາຊົນເຂົາວ່າ ມັນເປັນຍ້ອນການສ້າງເຂື່ອນ ໂຕນີ້ ມັນເປັນຈັ່ງໃດທ່ານ?
ທ່ານ ຈັນສະແຫວງ: ເຂື່ອນມັນບໍ່ໃສ່ກິນນ້ຳເປັນ?
ນັກຂ່າວ: ແຕ່ມັນກັກນ້ຳໄດ້ໃດ ທ່ານ?
ທ່ານ ຈັນສະແຫວງ: ມັນຊິໄປກັກນ້ຳບ່ອນໃດ ເຂື່ອນນ້ຳຂອງກັກນ້ຳ.
ນັກຂ່າວ: ເຂົາເຈົ້າກະກັກນ້ຳ ດຽວນີ້ນ້ຳມັນບໍ່ລົງມາ ດຽວນີ້ ນ້ຳມັນເປັນເທົາເປັນຫຍັງໝົດນິນ່າ ທ່ານ ຄືໂຕເຂື່ອນດອນສະໂຮງນີ້ກະແຫ້ງໝົດ?
ທ່ານ ຈັນສະແຫວງ: ໂອ້ຍ ຮົ່ວໃບໄປຊື່ໆ ບໍ່ແມ່ນຄວາມຈິງດອກ ເຂື່ອນດອນສະໂຮງ ມັນຜາຍຊ່ຳໜ້າແຄ່ງນຶ່ງ ມັນຊິໄປຖ້ວມຢູ່ໃສ ໄປກັກນ້ຳຢູ່ໃສ.
ນັກຂ່າວ: ດຽວນີ້ ນ້ຳມັນແຫ້ງໝົດໃດ ຢູ່ແຖວດອນໂຂງດຽວນີ້ທ່ານ ທີ່ວ່າ ເຂົາເຈົ້າຕັນຮູນ້ຳຫັ້ນນ່າ ປະຊາຊົນເຂົາເຈົ້າເວົ້າຫັ້ນນ່າທ່ານ?
ທ່ານ ຈັນສະແຫວງ: ຍາມແລ້ງມັນກະແຫ້ງຊັ້ນຕົ່ວ.
ນັກຂ່າວ: ແຕ່ວ່າ ມັນກະແຫ້ງກວ່າທຸກປີ ນະທ່ານ ໂຕນີ້ນ່າ ວ່າງກີ້ນີ້ ຖາມປະຊາຊົນຢູ່.
ທ່ານ ຈັນສະແຫວງ: ຊິເຮັດຈັ່ງໃດຊັ້ນນ່າ ປີແຫ້ງແລ້ງ ຝົນບໍ່ຕົກມາແຕ່ດົນພຸ້ນ ມັນກະແຫ້ງຊັ້ນຕົ່ວ.
ນັກຂ່າວ: ເຂົາຄືວ່າ ເຂື່ອນເຂົາກັກນ້ຳຢູ່ຕອນເທິງນີ້ ມັນແມ່ນບໍ່ໂຕນີ້?
ທ່ານ ຈັນສະແຫວງ: ມັນບໍ່ແມ່ນໂຕນີ້ ເວົ້າວ່າບໍ່ແມ່ນລະກະແລ້ວຕົ່ວ.
ແຕ່ ນັກວິຊາການ ໃຫ້ເຫດຜົລວ່າ ນ້ຳບົກແຫ້ງເປັນຍ້ອນ ເຂື່ອນຢູ່ຕອນເທິງຂອງແມ່ນ້ຳຂອງ.
ອາຈານ ໄຊນະຣົງ ເສດຖະເຊື້ອ ອາຈານຈາກມະຫາວິທຍາໄລ ມະຫາສາລະຄາມ ຜູ້ທີ່ຕິດຕາມເຣື່ອງເຂື່ອນຢູ່ປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: “ທີ່ເກີດຂຶ້ນນີ້ ມັນຈະເກີດຂຶ້ນຢູ່ຊາຍແດນ ແມ່ນ້ຳຂອງຊາຍແດນໄທຍ-ລາວ ເພາະສະນັ້ນ ບໍລິເວນນີ້ ຫຼັກໆ ມັນກໍມາຈາກເຂື່ອນໄຊຍະບູລີ ແຂວງໄຊຍະບູລີ ຖ້ານ້ຳຂອງແຫ້ງ ແຖບ ເມືອງ ຊຽງຂອງ ແຂວງຊຽງຮາຍ ແລະ ແຂວງບໍ່ແກ້ວ ນັ້ນເປັນຍ້ອນເຂື່ອນຈີນ.”
ໃນວັນທີ 13 ມົກກະຣາ 2022 ຜ່ານມາ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອອກຖແລງການ ກ່ຽວກັບສະພາບນໍ້າຂອງ ມີລະດັບ ຕໍ່າສຸດ 3 ປີຕິດຕໍ່ກັນແລະຕໍ່າສຸດໃນຮອບ 60 ປີ ຊຶ່ງໃນປີ 2020 ຖືວ່າມີລະດັບ ທີ່ຕໍ່າທີ່ສຸດ. ພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ 6 ປະເທດ ສະມາຊິກແມ່ນໍ້າຂອງ ດຳເນີນການແກ້ໄຂບັນຫາ ແມ່ນໍ້າຂອງແຫ້ງແລ້ງ ແລະມີຄວາມຜັນຜວນນັ້ນນໍາດ້ວຍ.