ແຜ່ນດິນໄຫວຢູ່ ມ.ຫົງສາ ຂ.ໄຊຍະບູຣີ
ແຜ່ນດິນໄຫວ ຢູ່ ເມືອງຫົງສາ ແຂວງໄຊຍະບູຣີ ເຮັດໃຫ້ບ້ານເຮືອນ ແລະ ສິ່ງປຸກສ້າງອື່ນໆ ເສັຽຫາຍ ຫຼາຍຫັຼງ.
-
ຈໍາປາທອງ
2019-11-21 -
-
-
Your browser doesn’t support HTML5 audio
ແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃນມື້ວັນທີ 21 ພຶສຈິກາ ນີ້ 18 ຄັ້ງ ຊຶ່ງຄັ້ງທີ 2 ມີຄວາມແຮງສັ່ນສະເທືອນ 5.9 ຣິກເຕີ, ຄວາມເລິກ 5 ກິໂລແມັດ ໃນຕອນເຊົ້າເວລາ 4 ໂມງ 3 ນາທີ ແລະ ຄັ້ງທີ 17 ມີຄວາມແຮງ 6.4 ຣິກເຕີ ໃນຕອນເຊົ້າ ເວລາ 6 ໂມງ 50 ນາທີ, ເຮັດໃຫ້ບ້ານເຮືອນ ແລະ ສິ່ງປຸກສ້າງອື່ນໆຫຼາຍຫັລງ ໄດ້ຮັບຄວາມເສັຽຫາຍ. ແຕ່ບໍ່ມີຣາຍງານວ່າ ມີຜູ້ໄດ້ຮັບບາດເຈັບ ຫຼື ເສັຽ ຊີວິດຍ້ອນ. ປັດຈຸບັນ ກຳລັງເກັບກຳຂໍ້ມູນ ຄວາມເສັຽຫາຍທັງໝົດນັ້ນຢູ່. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ເມືອງຫົງສາ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ພຶສຈິກາ ນີ້:
"ມີສອງຈຸດທີ່ແຮງ ນໍ້, ມີ 4 ໂມງ 3 ນາທີ, ໂຕລ່າສຸດນີ້ແມ່ນ 7 ໂມງເຊົ້າ ມີອັບເຕີຊ໊ອກມາຫລາຍຄັ້ງນໍ້, ຜົນເສັຽຫາຍກຳລັງສຳຣວດຢູ່ ກະມີອາຄານ ເຮືອນປະຊາຊົນ ມີຮອຍແຫງແລ້ວ ອາຄານທີ່ວ່າກໍ່ດ້ວຍດິນບ໊ອກນີ້ ບາງຫລັງຝາລຸລົງນະ ເສັ້ນທາງກໍມີ ຮອຍແຫງຢູ່."
ທ່ານກ່າວຕື່ມວ່າ ໃນໄລຍະແຜ່ນດິນໄຫວ ຮຸນແຮງ ເກີດໄຟຟ້າດັບທົ່ວເມືອງຫົງສາ. ແຜ່ນດິນໄຫວຄັ້ງນີ້ ເກີດຂຶ້ນຢູ່ຫ່າງຈາກໂຮງງານໄຟຟ້າ ຫົງສາ ໄປທາງໃຕ້ປະມານ 21 ກິໂລແມັດ. ຕາມການແຈ້ງການ ຂອງບໍຣິສັດໄຟຟ້າຫົງສາ ໃນມື້ວັນທີ 21 ພຶສຈິກາ ນີ້. ແຜ່ນດິນໄຫວຄັ້ງນີ້ ມີແຮງສັ່ນສະເທືອນໄປທົ່ວ ແຂວງໄຊຍະບູຣີ ແລະໄປເຖິງ ນະຄອນຫລວງວຽງຈັນ.
ປະຊາຊົນເມືອງຫົງສາທ່ານນຶ່ງກ່າວວ່າ ເຮືອນຂອງຕົນໄດ້ຮັບແຮງສັ່ນສະເທືອນຫລາຍເທື່ອ ຈົນວ່າເຄື່ອງຂອງຢູ່ໃນເຮືອນຕົກລົງມາເສັຽຫາຍ. ດັ່ງທີ່ທ່ານກ່າວວ່າ:
"ສັ່ນແຮງຢູ່ ມັນເປັນເຄິ້ໆໆ ກະແຮງເຕີບເສັຽຫາຍກໍມີຢູ່ແບບຮ້ານຂາຍເຄື່ອງ ເຄື່ອງຢູ່ຕູ້ບໍ ຫຼືວ່າຢູ່ເຮືອນ ຢູ່ຫຍັງຊີ້ມັນຕົກສິນ່າ ເປັນເຮືອນ ພັງເປັນຫລັງມັນບໍ່ມີ."
ພ້ອມກັນນັ້ນ ພະນັກງານໂຮງງານໄຟຟ້າຖ່ານຫິນລິກໄນ ຢູ່ເມືອງຫົງສາ ກໍເວົ້າວ່າ ອາຄານໄດ້ຮັບຄວາມເສັຽຫາຍ ເປັນຮອຍແຫງ:
"ບໍ່ເຖິງຂັ້ນວ່າຈະຖະຫລົ່ມ ມີແຕ່ພຽງເປັນອາຄານ ສຳນັກງານກະມີແຕ່ເປັນຮອຍລ້າວ ຂອງແຜ່ນດິນໄຫວ ກະເລັກນ້ອຍປະມານນັ້ນ."
ຕໍ່ເຫດການແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ທາງການລາວ ບໍ່ມີເຄື່ອງວັດແທກ ແລະມາດຕະການປ້ອງກັນ ຜົນກະທົບ, ມີແຕ່ເຫດເກີດຂຶ້ນແລ້ວ ຈຶ່ງໄດ້ແຈ້ງເຕືອນ, ດັ່ງເຈົ້າໜ້າທີ່ ກົມອຸຕຸນິຍົມວິທຍາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີວ່າ:
"ຜ່ານມາ ຢູ່ລາວ ກະມີແຜ່ນດິນໄຫວ ຢູ່ ແຕ່ເຮົາບໍ່ໄດ້ຮູ້ວ່າມັນໄຫວ ເພາະວ່າຫຍັງ ເຮົາບໍ່ມີເຄື່ອງຕິດຕາມນໍ ສ່ວນຫລາຍມັນກໍເກີດຢູ່ເຂດພູ ທີ່ຈິງແລ້ວມັນຍັງບໍ່ມີມາດຕະການ ປ້ອງກັນດອກ ເພາະວ່າເຮົາມີແຕ່ຮູ້ແລ້ວ ຈັ່ງເຕືອນນໍ."
ຢູ່ແຂວງໄຊຍະບູຣີ ກໍເຄີຍເກີດແຜ່ນດິນໄຫວ ທີ່ມີຄວາມແຮງສັ່ນສະເທືອນ 4.7 ຣິກເຕີ ໃນມື້ວັນທີ 23 ກຸມພາ 2011 ເວລາກາງຄືນ 10 ໂມງ 53 ນາທີ ແຕ່ ບໍ່ມີຫຍັງໄດ້ຮັບຄວາມເສັຽຫາຍ ແລະ ກ່ອນໜ້ານັ້ນ ຄືໃນປີ 2007 ຢູ່ແຂວງບໍ່ແກ້ວ ກໍໄດ້ເກີດ ແຜ່ນດິນໄຫວ ທີ່ມີ ຄວາມແຮງສັ່ນສະເທືອນ 6.1 ຣິກເຕີ ແລະ ໃນໄລຍະຫລັງໆມານີ້ ຢູ່ແຂວງຜົ້ງສາຣີ ກໍເກີດແຜນດິນໄຫວ ຢູ່ເລື້ອຍ ແຕ່ຍັງບໍ່ທັນມີມາຕການ ປ້ອງກັນຜົນກະທົບ.
ແຜ່ນດິນໄຫວຄັ້ງນີ້ ນອກຈາກຢູ່ເມືອງຫົງສາ ແຂວງໄຊຍະບູຣີ ແລ້ວ ກໍຍັງມີຣາຍງານຂ່າວ ຈາກປະເທດໄທ ວ່າ ຢູ່ບໍຣິເວນເມືອງບໍ່ເກືອ ແລະເມືອງຊຽງກາງ ແຂວງນ່ານ ຂອງໄທ ຊຶ່ງເປັນແຂວງ ທີ່ຢູ່ຕິດກັບ ແຂວງໄຊຍະບູຣີ ມີບ້ານເຮືອນປະຊາຊົນ ເສັຽຫາຍ ເລັກນ້ອຍ ແລະຄວາມແຮງສັ່ນສະເທືອນ ຂອງແຜ່ນດິນໄຫວນັ້ນ ມີຢູ່ເກືອບທົ່ວ ພາກເໜືອຂອງໄທ ຄືແຮງສັ່ນສະເທືອນ ນັ້ນໄປຮອດແຂວງຂອນແກ່ນ ແລະບາງກອກ.