ວັດຈະຖືກສ້ອມແປງຄືນເມື່ອ ແລ້ວເຂື່ອນ

ສິດນີ
2016.04.19
F-Donsahong ຊາວບ້ານທີ່ຫາປາ ໃນເຂດກໍ່ສ້າງ ເຂື່ອນ ດອນສະໂຮງ
RFA

ໂຄງການ ເຂື່ອນ ດອນສະໂຮງ ສັນຍາ ວ່າ ຈະສ້ອມແປງ ວັດ ໃນ 3 ບ້ານ ພາຍຫລັງ ສ້າງເຂື່ອນ ແລ້ວ ໂດຍ ທາງ ບໍຣີສັດ ຈະມອບ ເງິນ 80 ພັນ ໂດລາ ເພື່ອ ການສ້ອມແປງ ແຕ່ ຍັງບໍ່ມີ ຣາຍລະອຽດ ເທື່ອ.

ປັຈຈຸບັນ ພວກຊາວບ້ານ ກໍໄດ້ ຮິບໂຮມ ເງິນກັນ ເພື່ອ ສ້າງກຸຕິ ຫລັງໃຫມ່ ໃຫ້ ພຣະ ຢູ່ວັດ ຫົວສະດຳ ຫລັງຈາກ ຫລັງເກົ່າ ໄດ້ຮັບ ຜົລກະທົບ ຈາກ ກ້ອນຫີນ ຕົກໃສ່ ຍ້ອນ ການຣະເບີດ ບໍຣິເວນ ການ ກໍ່ສ້າງເຂື່ອນ ກຸຕິ ຫລັງເກົ່າ ຕັ້ງຢູ່ ຫ່າງຈາກ ບ່ອນທີ່ ຈະສ້າງ ເຂື່ອນ ປະມານ 10 ແມັດ. ດັ່ງ ຊາວບ້ານ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 18 ເມສາ ນີ້ວ່າ:

"ທາງບ້ານນີ້ ແຫຼະຫາ ຫາແລ້ວ ເພິ່ນກໍໄປ ເຮັດບ່ອນໃຫ້ ຄູບາ ເພິ່ນ ພັກພ່ອນ ຊົ່ວຄາວ ຫັ້ນນະ ທາງໂຄງການ ເພິ່ນ ບໍ່ທັນໄດ້ ປະກອບຫຼາຍ ຫລັງຈາກ ທີ່ເພິ່ນສ້າງ ເຂື່ອນແລ້ວ ເພິ່ນຈຶ່ງ ຊິພັທນາ ວັດເກົ່າ ໃຫ້ ຕາມເພິ່ນວ່າ".

ທ່ານກ່າວ ຕື່ມວ່າ ກຸຕິ ຫລັງໃຫມ່ ຂອງ ວັດ ຫົວສະດຳ ໄດ້ເລີ້ມສ້າງ ຕັ້ງແຕ່ ວັນທີ 1 ເມສາ ຊາວບ້ານ ເປັນຜູ້ຫາເງິນ ສ້າງເອງ ສ່ວນ ທາງ ໂຄງການ ເປັນຜູ້ ອອກຄ່າ ດິນ ໃຫ້ ຄາດວ່າ ຈະສ້າງ ສຳເຣັດ ພາຍໃນ 1 ເດືອນ, ປັດຈຸບັນ ພຣະ ຍັງອາສັຍ ຢູ່ກຸຕິ ຫລັງເກົ່າ ຢູ່.

ໃນວັນທີ 14 ເມສາ ຜ່ານມາ ຊາວບ້ານ ດອນສະໂຮງ ໄດ້ຈັດງານ ສະແດງ ດົນຕຣີ ທີ່ວັດ ຫົວສະດຳ ເພື່ອຫາເງິນ ສ້າງ ກຸຕິ ຫລັງໃຫມ່ ແຕ່ເງິນ ບໍຣິຈາກ ທີ່ ໄດ້ມານັ້ນ ຍັງບໍ່ພຽງພໍ.

ການຣະເບີດ ຫີນ ເລີ້ມມາແຕ່ ເດືອນ ກຸມພາ ແຕ່ ທາງການ ບໍ່ໄດ້ ຣະບຸວ່າ ການຣະເບີດ ຫີນ ຈະຢຸດ ເມື່ອໃດ. ການຣະເບີດ ສ່ວນໃຫຍ່ ຈະມີຂຶ້ນ ໃນ ເວລາ 4-5 ໂມແລງ ມື້ລະຄັ້ງ ທີ່ ໃຊ້ດິນ ຣະເບີດ ນ້ຳຫນັກ 10-12 ກິໂລກຣາມ ເຮັດໃຫ້ ຊາວບ້ານ ໄດ້ຮັບ ຄວາມເດືອດ ຮ້ອນ ຍ້ອນສຽງ ດັງ ນ້ຳຂຸ່ນ ແລະ ເສດຫີນ ແຕກກະຈາຍ ໄປ ທົ່ວກ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.