ເຂື່ອນປາກແບງ ເຣີ່ມສ້າງໂຄງຮ່າງ ພື້ນຖານແລ້ວ

ຈຳປາທອງ
2022.04.08
ເຂື່ອນປາກແບງ ເຣີ່ມສ້າງໂຄງຮ່າງ ພື້ນຖານແລ້ວ ແຜນທີ ສແດງໃຫ້ເຫັນບໍຣິເວນ ໂຄງການເຂື່ອນປາກແບງ ແຂວງອຸດົມໄຊ.
ຮູບພາບ: Google Earth

ບໍຣິສັດ ຕ້າຖັງ (Datang) ຂອງຈີນ ທີ່ຈະສ້າງເຂື່ອນປາກແບງ ໃສ່ແມ່ນໍ້າຂອງ ຢູ່ເຂດເມືອງປາກແບງ ແຂວງອຸດົມໄຊນັ້ນ ເຣີ່ມສ້າງໂຄງຮ່າງພື້ນຖານຈໍານວນນຶ່ງແລ້ວ ເຖິງແມ່ນວ່າຍັງບໍ່ທັນໄດ້ເຣີ່ມກໍ່ສ້າງເຂື່ອນປາກແບງ ຍ້ອນຍັງລໍຖ້າການລົງນາມໃນສັນຍາຊື້-ຂາຍໄຟຟ້າ ຫລື Power Purchase Agreement (PPA) ນັ້ນກ່ອນ ຊຶ່ງຕາມແຜນແມ່ນຈະເຊັນ ກັບການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທ ຫລື Electricity Generating Authority of Thailand (EGAT).

ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ເມສານີ້ວ່າ ເຖິງຈະຍັງບໍ່ທັນເຣີ່ມກໍ່ສ້າງເຂື່ອນໄຟຟ້ານັ້ນກໍຕາມ ແຕ່ທາງບໍຣິສັດຜູ້ລົງທຶນຕ່າງປະເທດ ຄືບໍຣິສັດ ຕ້າຖັງ ຂອງຈີນ ກໍໄດ້ເຣີ່ມຂົນເຄື່ອງຈັກຕ່າງໆເຂົ້າມາ ເພື່ອກໍ່ສ້າງໂຄງຮ່າງພື້ນຖານ ແລະແຄັມປ໌ຄົນງານແລ້ວ.

ຂະເຈົ້າເຣີ່ມຂົນຈັກໄປແລ້ວ ເອົາກະ ເອົາເຂົ້າໄປປຸກແຄັມປ໌ເລັກໆ ນ້ອຍໆ ເພາະວ່າກໍາລັງຊອກຫາໂຕການຂາຍໄຟຢູ່ ຫລັກໆ ກະຂາຍໄປໄທຍຫັ້ນແຫລະ ແຕ່ເຂື່ອນຍັງບໍ່ທັນເຊັນກັນເທື່ອ.

ທ່ານກ່າວຕື່ມວ່າ ຫາກເປັນໄປຕາມແຜນ ຄາດວ່າທາງການໄທຍ ຈະກຽມຮ່າງບົດບັນທຶກຄວາມເຂົ້າໃຈກັນ ກ່ຽວກັບການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້າຫລວງພຣະບາງ ແລະເຂື່ອນໄຟຟ້າປາກແບງ ໃນເດືອນພຶສພາ 2022 ນີ້, ຫລັງຈາກນັ້ນ ຍັງຈະໄດ້ປຶກສາຫາລືກັນຕື່ມ ເພື່ອເຊັນສັນຍາຊື້-ຂາຍໄຟຟ້າ ຫລື PPA ຢ່າງເປັນທາງການ ກ່ອນຈະສາມາດກໍ່ສ້າງເຂື່ອນນັ້ນໄດ້.

ແລະເຈົ້າໜ້າທີ່ທ້ອງຖິ່ນ ເມືອງປາກແບງ ກໍກ່າວໃນມື້ດຽວກັນນີ້ວ່າ ເມື່ອທ້າຍປີ 2021 ທີ່ຜ່ານມາ ເຈົ້າໜ້າທີ່ບໍຣິສັດຜູ້ລົງທຶນ ແລະກະຊວງພະລັງງານ ແລະບໍ່ແຮ່ ໄດ້ເຂົ້າໄປເບິ່ງພື້ນທີ່ ທີ່ຈະກໍ່ສ້າງເຂື່ອນໄຟຟ້ານັ້ນ, ແຕ່ມາຮອດມື້ນີ້ ກໍຍັງບໍ່ເຫັນຄວາມຄືບໜ້າ ກ່ຽວກັບໂຄງການກໍ່ສ້າງເຂື່ອນປາກແບງນີ້ເທື່ອ. ສ່ວນເຣື່ອງການໂຍກຍ້າຍ ແລະການຈ່າຍຄ່າຊົດເຊີຍ ໃຫ້ຊາວບ້ານ ທີ່ຈະຖືກຜົນກະທົບຈາກໂຄງການນີ້ ແມ່ນຍັງບໍ່ທັນເຫັນເຈົ້າຂອງໂຄງການ ມາໃຫ້ລາຍລະອຽດແນວໃດເທື່ອ.

ແຕ່ວ່າເຂື່ອນປາກແບງນີ້ ຍັງບໍ່ທັນເຄື່ອນໄຫວຫຍັງເທື່ອ ມີແຕ່ປີກາຍນີ້ກະມີຄະນະຂັ້ນເທິງລົງມາ ຂະເຈົ້າກະມາເລາະເບິ່ງ ກະຍັງຊິເກີດຍາກຢູ່.

ປະຊາຊົນ ທີ່ຈະຖືກຜົນກະທົບ ແລະຖືກໃຫ້ໂຍກຍ້າຍອອກຈາກພື້ນທີ່ ທີ່ທາງໂຄງການກວມເອົານັ້ນ ສ່ວນຫລາຍກໍຮູ້ແລ້ວວ່າ ຈະສູນເສັຽທີ່ດິນທໍາການຜລິດ ແລະຈະຖືກໃຫ້ໂຍກຍ້າຍ ອອກໄປຢູ່ບ່ອນໃໝ່ ຊຶ່ງຊາວບ້ານກໍກັງວົນໃຈຫລາຍ ຍ້ອນບໍ່ຢາກໂຍກຍ້າຍອອກໄປໃສ ແລະຢ້ານຈະໄດ້ຄ່າຊົດເຊີຍຄວາມເສັຍຫາຍແບບທີ່ບໍ່ສົມເຫດສົມຜົນ ແລະບໍ່ຍຸຕິທັມ ດັ່ງດຽວກັນກັບໂຄງການອື່ນໆ ທີ່ຜ່ານມາ.

ດັ່ງຊາວບ້ານ ບ້ານກ້ອນຕື່ມ ເມືອງປາກທາ ແຂວງບໍ່ແກ້ວ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ເມສານີ້ວ່າ:

ເພິ່ນໝາຍປະໄວ້ເນາະ ອັນໂຍກຍ້າຍເຮືອນແຕ່ລະບ່ອນ ດຽວນີ້ຄືວ່າງຽບຫາຍໄປແລ້ວ ມັນກະກັງວົນຢູ່ ແຕ່ວ່າມັນເປັນໄປບໍ່ໄດ້ ຢ້ານພັກຣັຖເພິ່ນ... ຕ້ານແລ້ວກະບໍ່ຊ່າງວ່າຫຍັງແຫລະ ຜົນກະທົບມັນກະຫລາຍຢ່າງຢູ່.

ຊາວບ້ານຜູ້ນີ້ເວົ້າຕໍ່ໄປວ່າ ຊາວບ້ານສ່ວນຫລາຍມີອາຊີບເຮັດນາ, ເຮັດໄຮ່, ລ້ຽງ, ສັດ ແລະຫາປາໃນແມ່ນໍ້າຂອງ ຊຶ່ງຊາວບ້ານແຕ່ລະຄອບຄົວ ກໍມີຄວາມພໍໃຈກັບການເປັນຢູ່ ໃນປັດຈຸບັນ, ຫາກຖືກໃຫ້ໂຍກຍ້າຍໄປແລ້ວ ວິຖີຊີວິດຂອງພວກເຂົາເຈົ້າ ອາຈປ່ຽນແປງໄປ.

ໃນຂະນະດຽວກັນ ຊາວບ້ານ ບ້ານຫອມໄຊ ເມືອງປາກແບງ ກໍເວົ້າວ່າ ບໍ່ໄດ້ຄັດຄ້ານເຣື່ອງການໂຍກຍ້າຍ ອອກຈາກພື້ນທີ່ເກົ່າໄປຢູ່ບ່ອນໃໝ່, ແຕ່ເມື່ອໂຍກຍ້າຍໄປແລ້ວ ທາງການກໍຄວນເອົາໃຈໃສ່ນໍາ ເຣື່ອງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ, ເປັນຕົ້ນເຣື່ອງການຊົດເຊີຍຄວາມເສັຽຫາຍ ກໍຕ້ອງໃຫ້ສົມເຫດສົມຜົນ ແລະຍຸຕິທັມ, ບຸກເບີກພື້ນທີ່ດິນທໍາກິນໃຫ້ຢ່າງພຽງພໍ.

ກະບໍ່ຄັດຄ້ານຫຍັງແຫລະເນາະ ຄວາມຄິດເຫັນກະບໍ່ຄືກັນເນາະ ຊາວບ້ານເນາະ ຄິດຍາກນໍາດິນທໍາກິນນີ້ແຫລະເນາະ ດິນທໍາກິນມັນບໍ່ມີຫັ້ນນ່າ ມັນມີແຕ່ຄອຍ ມັນຫລາຍບ່ອນໄດ້ກະທົບຕໍ່ປະຊາຊົນ.

ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍຂອງໄທຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ເມສານີ້ວ່າ ໄລຍະຜ່ານມາ ພາກປະຊາສັງຄົມໄທຍ ກໍໄດ້ພະຍາຍາມຮຽກຮ້ອງມາ ໂດຍຕລອດວ່າ ຕ້ອງປະເມີນຜົລກະທົບຕໍ່ສິ່ງແວດລ້ອມ, ຕໍ່ສຸຂພາບ, ສັງຄົມ ແລະຜົນກະທົບຂ້າມຊາຍແດນ ແລະຕ້ອງເປີດເຜີຍໃຫ້ສັງຄົມຮູ້ ກ່ອນທີ່ຣັຖບານລາວ ຈະເຣີ່ມກໍ່ສ້າງເຂື່ອນປາກແບງ ຫລືກ່ອນທີ່ຈະມີການລົງນາມໃນສັນຍາຊື້-ຂາຍໄຟຟ້າ, ແຕ່ມາເຖິງປັດຈຸບັນພາກສ່ວນຕ່າງໆ ທີ່ກ່ຽວຂ້ອງກໍຍັງເມີນເສີຍຢູ່, ບໍ່ໄດ້ສົນໃຈນໍາຂໍ້ກັງວົນຂອງຊາວບ້າ.

ທ່ານກ່າວວ່າ:

ມັນກໍເປັນປະເດັນເດີມໆ ກໍຄືປະເດັນຜົນກະທົບຂ້າມພົມແດນ ຄືແມ່ນໍ້ານີ້ມັນໄຫລຜ່ານຫລາຍປະເທດ ມັນກໍຄວນຈະເປັນຄໍາວ່າ ສາກົນ ເປັນທີ່ຍອມຮັບກັນແລ້ວ ກໍມີມະຕິ ຫລືວ່າໄດ້ຮັບການສຶກສາຢ່າງຮອບດ້ານ ຖີ່ຖ້ວນ ມັນຈະຕ້ອງບໍ່ເກີດບັນຫາ. ແຕ່ບັນຫາມັນເຫັນຢູ່ແລ້ວ ແຕ່ເຂົາບໍ່ສົນໃຈເລີຍ.

ອີງຕາມຣາຍງານກ່ຽວກັບ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຈາກໂຄງການເຂື່ອນປາກແບງ,​ ຈະມີປະຊາຊົນໄດ້ຮັບຜົນກະທົບ ທັງທາງກົງ ແລະທາງອ້ອມ 26 ບ້ານ, ຢູ່ 3 ແຂວງ ຄື ເມືອງປາກແບງ ແຂວງອຸດົມໄຊ 4 ບ້ານ, ເມືອງປາກທາ ແຂວງບໍ່ແກ້ວ 17 ບ້ານ, ຢູ່ແຂວງໄຊຍະບູຣີ ເມືອງຊຽງຮ່ອນ 3 ບ້ານ ແລະເມືອງຄອບ 2 ບ້ານ.

ໃນຈໍານວນທັງໝົດ 26 ບ້ານທີ່ວ່ານັ້ນ ມີ 7 ບ້ານ 923 ຄອບຄົວ 4,700 ປາຍຄົນ ຈະສູນເສັຍທີ່ດິນ ແລະຖືກໃຫ້ໂຍກຍ້າຍ ຄືຢູ່ແຂວງບໍ່ແກ້ວ ແມ່ນບ້ານກ້ອນຕື່ມ ເມືອງປາກທາ 223 ຄອບຄົວ; ຢູ່ແຂວງໄຊຍະບູຣີ ບ້ານຄອບ ເມືອງຄອບ 139 ຄອບຄົວ, ບ້ານປາກເປັດ ເມືອງຊຽງຮ່ອນ 132 ຄອບຄົວ ແລະບ້ານຫ້ວຍຄູນ ເມືອງດຽວກັນນີ້ 150 ຄອບຄົວ, ຢູ່ແຂວງອຸດົມໄຊ ທີ່ເມືອງປາກແບງ ບ້ານຫລວງຕົງ 68 ຄອບຄົວ, ບ້ານຫອມໄຊ 144 ຄອບຄົວ ແລະບ້ານໂຄກກະ 67 ຄອບຄົວ.

ເຂື່ອນໄຟຟ້າປາກແບງ ຂນາດ 912 ເມກາວັດ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ, ບໍຣິສັດ ຕ້າຖັງ ຂອງຈີນ ເປັນຜູ້ລົງທຶນກໍ່ສ້າງທັງໝົດ ໃນ ມູນຄ່າປະມານ 1,880 ລ້ານໂດລາຣ໌ສະຫະຣັຖ. ໄຟຟ້າທີ່ຈະຜລິດໄດ້ ຕາມແຜນ ແມ່ນຈະສົ່ງຂາຍໃຫ້ປະເທດໄທຍ 90% ແລະຣັຖວິສາຫະກິດໄຟຟ້າລາວ 10%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.