ປາໃນໜອງຊາວບ້ານຕາຍເກືອບ ໝົດ
2016.03.30
ປາລ້ຽງໃນໜອງ ຂອງ ຊາວບ້ານ ເຂດບ້ານ ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕາຍເກືອບ ທັງໜອງ, ຜູ້ເປັນ ເຈົ້າຂອງ ສົງໄສວ່າ ອາຈເປັນຍ້ອນ ສານເຄມີ ທີ່ ໃຊ້ຢູ່ ໃນສວນກ້ວຍ ຂອງຄົນຈີນ ໄຫລລົງມາ ໜອງຂອງເຂົາ ຈຶ່ງ ເຮັດໃຫ້ ປາຕາຍ. ແຕ່ ເຖິງແນວໃດ ກໍຍັງ ບໍ່ສາມາດ ເວົ້າໄດ້ຢ່າງ ຄັກແນ່ ເທື່ອວ່າ ແມ່ນ ສານເຄມີ ຈາກ ສວນກ້ວຍຈີນ ເປັນຕົ້ນເຫດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຕໍ່ RFA ໃນ ວັນທີ 29 ມິນາ 2016 ນີ້:
"ອັນນີ້ ຣາຍລະອຽດ ພວກເຮົາ ກະຍັງ ສືບສວນຢູ່ ເພາະວ່າ ເຮົາ ສິກ່າວຫາ ເຂົາເລີຍ ກະບໍ່ແມ່ນ ກະບໍ່ຖືກ ໂຕນີ້ມັນ ບໍ່ແມ່ນ ໜອງ ທັມຊາດ ເດ້ ແມ່ນແທ້ ທີ່ວ່າ ຈີນ ເຮັດສວນກ້ວຍ ຫັ້ນລະນໍ".
ໜອງປາ ທີ່ວ່ານີ້ ກວ້າງປະມານ 10 ແມັຕ ແລະ ຍາວປະມານ 25 ແມັຕ, ເປັນໜອງໃນ ທີ່ດິນສວນ, ລ້ຽງ ໄວ້ກິນ, ບໍ່ໄດ້ຂາຍ ແລະ ຣະຍະນີ້ ກໍເປັນ ຣະດູແລ້ງ ນໍ້າບໍ່ຫຼາຍ, ນໍ້າຂັງທັມມະດາ. ປາ ໃນໜອງນີ້ ເລີ້ມຕາຍ ເມື່ອ ວັນທີ 27 ມິນາ ຈົນມາຮອດ ມື້ນີ້. ທາງ ເຈົ້າໜ້າທີ່ ກໍຍັງ ຣະບຸ ບໍ່ທັນໄດ້ ເທື່ອວ່າ ປາໃນໜອງ ນັ້ນຕາຍ ຍ້ອນຫຍັງ ກັນແທ້, ຍັງລໍຖ້າ ຜົລການວິເຄາະ ນໍ້າ ແລະ ປາ ຈາກຫ້ອງ ວິເຄາະ ຢູ່ນະຄອນ ຫຼວງວຽງຈັນ. ດັ່ງ ທ່ານກ່າວວ່າ:
"ທາງ ວິຊາການ ແພດ ເຮົາກະລົງ ໄປກວດເບິ່ງເດ໊ ເຈົ້າໜ້າທີ່ ເຮົາໄປກວດ ເບິ່ງຕົວຈິງ ຫັ້ນນະ ກໍາລັງສຶກສາ ກັນຢູ່ວ່າ ສາເຫດ ຍ້ອນຫຍັງ ກວດ 2 ມື້ລະເດ້ ຍັງບໍ່ໄດ້ ຜົລສລຸບ ຫຍັງຫັ້ນນະ ຢູ່ບໍ່ແກ້ວ ເຮົາບໍ່ມີຫ້ອງ ວິໄຈ ເຣື່ອງພຍາດ ປາ ມັນຕ້ອງໄດ້ ສົ່ງໄປ ທາງ ຊຽງຣາຍ ກະບໍ່ມີ ເຮົາຕ້ອງສົ່ງ ວຽງຈັນ ຕ້ອງໃຊ້ ເວລາ ເປັນອາທິດ ພຸ້ນລະ".
ທ່ານ ເວົ້າວ່າ ປາໃນໜອງ ດັ່ງກ່າວ ມີປະມານ ຮ້ອຍກິໂລ ເປັນ ປານິນ ປາກິນຫຍ້າ ລ້ຽງແບບ ທັມຊາດ ບໍ່ໄດ້ ເກືອ. ຮອດຍາມປ່ອຍ ຜູ້ເປັນ ເຈົ້າຂອງ ກໍເອົາປາມາ ປ່ອຍໃສ່. ຂນະນີ້ ຫ້າມບໍ່ໃຫ້ ກິນປາ ໃນໜອງນັ້ນ ທັງ ປາ ທີ່ຍັງເປັນ ແລະ ທີ່ຕາຍແລ້ວ ເພາະ ຈະເປັນ ອັນຕຣາຍ, ໃຫ້ນໍາປາຕາຍ ໄປ ທໍາລາຍຖິ້ມ. ເປັນເວລາ 2 ມື້ ຕິດຕໍ່ກັນ ທີ່ ທາງ ເຈົ້າໜ້າທີ່ ວິຊາການ ລົງກວດກາ ພາຍຫລັງທີ່ ເຈົ້າຂອງ ໜອງ ໄປແຈ້ງ ໃຫ້ຊາບ.