ຖນົນ ຫົວຂົວ-ນາຄວາຍ ຊັກຊ້າ

0:00 / 0:00

ການກໍ່ສ້າງ ທາງ ຫົວຂົວ-ນາຄວາຍ ລ່າຊ້າ ເຮັດໃຫ້ ປະຊາຊົນ ລໍາບາກ ໃນ ການເດີນທາງ.

ໂຄງການ ກໍ່ສ້າງ ເສັ້ນທາງ ຫົວຂົວ-ນາຄວາຍ ຢູ່ ເມືອງ ໄຊເສດຖາ ນະຄອນຫລວງ ວຽງຈັນ ຊຶ່ງ ໄດ້ເລີ່ມ ມາແຕ່ ປີ 2011 ນັ້ນ ມີຄວາມ ລ່າຊ້າ ເຮັດໃຫ້ ປະຊາຊົນ ລໍາບາກ ໃນການ ເດີນທາງ ຍ້ອນວ່າ ທາງຍັງ ເປັນດິນແດງ ຢູ່ ເມື່ອຝົນຕົກ ກໍເປັນຫລຸບ ເປັນຂຸມ ໄປມາຍາກ. ດັ່ງຊາວເມືອງ ໄຊເສດຖາ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ເວົ້າວ່າ:

"ຖນົນເສັ້ນນີ້ ຄັນສິເວົ້າ ມັນກໍລ່າຊ້າ ກວ່າແຜນ ເວົ້າຊີ້ຊະ ການສັນຈອນ ມັນ ໜາແໜ້ນ ແລ້ວ ເວລາ ຂະເຈົ້າ ເຮັດວຽກ ບໍ່ເຕັມເວລາ ມັນກໍຂ່ອນຂ້າງ ລ່າຊ້າ ຊ່ວງຝົນນີ້ ກໍ ຂ້ອນຂ້າງ ຈະມີ ບັນຫາ ເພາະວ່າ ທາງມັນ ຈະເປັນຂຸມ ລຸງລັງ ມັນກໍໄປຍາກ ມາຍາກ ໜ່ອຍນຶ່ງ".

ທ່ານເວົ້າ ຕໍ່ໄປວ່າ ທາງເສັ້ນນີ້ ຖ້າ ບໍ່ຈໍາເປັນ ຈະບໍ່ທຽວ ຍ້ອນວ່າ ມີຣົດ ແລ່ນຫລາຍ ແລະ ບໍ່ສະດວກ ລໍາບາກ ໃນການ ໃຊ້ຣົດຈັກ ຣົດໃຫຍ່. ເສັ້ນທາງ ສາຍນີ້ ຍາວ 7 ກິໂລແມັດ ກວ່າ ແລະ ມີມູນຄ່າ ການກໍ່ສ້າງ 152 ຕື້ ກີບ ຊຶ່ງຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ເປັນຜູ້ ຮັບຜິດຊອບ ກໍ່ສ້າງ. ຄາດວ່າ ຈະສ້າງ ສໍາເຣັດ ໃນປີ 2014 ຂະນະທີ່ ການກໍ່ສ້າງ ໃນ ປັດຈຸບັນ ຍັງບໍ່ມີ ຄວາມຄືບໜ້າ ພໍເທົ່າໃດ.

ຢ່າງໃດກໍຕາມ ຈາກການ ເປີດເຜີຍ ຂອງຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ, ປັດຈຸບັນ ທາງສາຍນີ້ ສ້າງໄດ້ ພຽງ 28% ແຕ່ກໍຢືນຢັນ ວ່າ ຈະສາມາດ ກໍ່ສ້າງ ໃຫ້ສໍາເຣັດ ຕາມແຜນການ ແນ່ນອນ.