ການໃຊ້ສາຣເຄມີ ໃນຍາມຝົນ
2013.06.07

ແຂວງ ສວັນນະເຂດ ຮຽກຮ້ອງ ໃຫ້ ບໍຣິສັດ ຜລິດນ້ຳຕານ ຄວບຄຸມ ການໃຊ້ ສານເຄມີ ຂ້າຫຍ້າ ໃນຊ່ວງ ຣະດູຝົນ. ຜແນກ ຊັພຍາກອນ ນ້ຳ ແລະ ສິ່ງແວດລ້ອມ ແຂວງ ສວັນນະເຂດ ໄດ້ຮຽກຮ້ອງ ໃຫ້ບໍຣິສັດ ຜລິດນ້ຳຕານ ໃນແຂວງ ຄວບຄຸມ ການໃຊ້ ສານເຄມີ ປະເພດ ຢາຂ້າຫຍ້າ ໃນສວນອ້ອຍ ໃນຊ່ວງ ຣະດູຝົນ ເພື່ອ ປ້ອງກັນ ບໍ່ໃຫ້ມີການ ສະສົມ ສານເຄມີ ໃນດິນ ຫລາຍເກີນໄປ ເພາະຢ້ານ ຈະຖືກນ້ຳຝົນ ເຊາະລົງໄປ ສູ່ແຫລ່ງນ້ຳ ທັມມະຊາດ ຈະເຮັດໃຫ້ ເປັນມົລພິດ ກະທົບຕໍ່ ຊາວບ້ານ ແລະ ສິ່ງທີ່ມີ ຊິວິດ. ດັ່ງເຈົ້າຫນ້າທີ່ ນາງນຶ່ງ ເວົ້າວ່າ:
"ພວກເຮົາ ກໍໄດ້ເວົ້າ ຄືກັນ ຄືໂຮງງານ ນ້ຳຕານ ພວກເຮົາກໍໄດ້ ເອີ້ນເຂົາມາ ເວົ້າ ແນະນຳໃຊ້ ແບບໃດແລ້ວ ກໍຄວນໃຫ້ ມີການຝຶກ ອົບຮົບ ໃຫ້ ແກ່ພວກ ທີ່ ຈະໄປສີດຢາ ຄວນໄດ້ບອກ ບໍຣິສັດ ເຂົາ".
ນາງກ່າວ ຕໍ່ໍ່ໄປວ່າ ເມື່ອ ເຈົ້າຫນ້າທີ່ ລົງໄປກວດ ເທື່ອໃດ ກໍພົບເຫັນ ການໃຊ້ ສານເຄມີ ແບບ ບໍ່ຖືກຕ້ອງ ທາງ ບໍຣິສັດ ກໍບອກວ່າ ເຫດທີ່ເປັນ ແນວນັ້ນ ເປັນຍ້ອນວ່າ ພະນັກງານ ໃຫມ່ຜູ້ທີ່ ສີດຢາ ຂ້າຫຍ້ານັ້ນ ບໍ່ມີຄວາມຮູ້ ໃນການໃຊ້ ແລະ ຍັງບໍ່ຮູ້ກ່ຽວກັບ ຜົລກະທົບ ນຳອີກ ທາງ ບໍຣິສັດ ສັນຍາ ຈະຝຶກອົບຮົບ ພະນັກງານໃຫມ່ ທຸກຄົນ ໃນອະນາຄົດ ໃນບັນຫາ ດັ່ງກ່າວ.
ເຖິງຢ່າງໃດ ກໍຕາມ ການໃຊ້ ສານເຄມີ ທຸກປະເພດ ບໍ່ວ່າ ຈະຫນ້ອຍ ຫລາຍປານໃດ ກໍຈະສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສິ່ງທີ່ມີຊິວິດ ປະເພດຕ່າງໆ ໃນເຂດ ອ້ອມແອ້ມ. ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ ການທີ່ຈະໃຫ້ ບໍຣິສັດ ນ້ຳຕານ ເຊົາໃຊ້ ສານເຄມີ ນັ້ນ ອາດເປັນໄປ ໄດ້ຍາກ ເນຶ່ອງຈາກ ວ່າ ທາງ ບໍຣິສັດ ຕ້ອງໄດ້ໃຊ້ ເພື່ອໃຫ້ ຜົລປູກ ອອກມາມີ ຄຸນນະພາບ ເຖິງແມ່ນວ່າ ຈະມີຜົລ ກະທົບ ກໍຕາມ.