ໄຟໄໝ້ຖ່ານຫີນຂອງບໍຣິສັດ ວຽດນາມ
2014.05.30

ເຈົ້າໜ້າທີ່ ພະລັງງານ ແລະ ບໍ່ແຮ່ ຂອງລາວ ເປີດເຜີຍວ່າ ໄຟໄດ້ເລີ້ມ ໄໝ້ຖ່ານຫີນ ມາຕັ້ງແຕ່ ທ້າຍເດືອນ ເມສາ ທີ່ ຜ່ານມາ, ໄໝ້ໄດ້ 3 ອາທິດ ກວ່າແລ້ວ ໃນເຂດ ສັມປະທານ ຂອງ ບໍຣິສັດ 667 ຂອງ ວຽດນາມ ຢູ່ ເມືອງຊໍາເໜືອ ແຂວງ ພົວພັນ ຂອງລາວ, ຄາດວ່າ ເສັຍຫາຍ ຫລາຍກວ່າ 900 ລ້ານກີບ:
"ເລີ້ມໄໝ້ ແຕ່ທ້າຍ ເດືອນ 4 ທາງຜແນກ ພະລັງງານ ບໍ່ແຮ່ ໄດ້ນໍາ ອົງການ ຄຸ້ມຄອງ ໄດ້ນໍາ ອົງການ ຄຸ້ມຄອງ ໄດ້ໄປກວດ ຕົກນີ້ ປະມານ 6 ພັນ ໂຕນ ແຮ່ຖ່ານຫີນ ເຂົາ ເອົາມາ ເປີດແລ້ວ ກໍເອົາມາໄວ້ ຕ່າງຫາກ ນັ້ນ ທາງແຂວງ ກໍໄດ້ເອົາ ດັບເພີງ ມາຮອດ ທິດນີ້ແລ້ວ".
ທ່ານເວົ້າ ຕໍ່ໄປວ່າ ເຫດການ ໄຟໄໝ້ ຖ່ານຫິນ ຂອງ ບໍຣິສັດ ເອກກະຊົນ ວຽດນາມ ຢູ່ເມືອງ ຊໍາເໜືອ ຂອງລາວ ຄັ້ງນີ້ ແມ່ນໄໝ້ ຖ່ານຫີນ ຫລາຍກວ່າ 6,000 ຕັນ ທີ່ ທາງ ບໍຣິສັດ ໄດ້ຂຸດຂຶ້ນມາ ເພື່ອລໍຖ້າ ຂົນສົ່ງ ໄປ ວຽດນາມ.
ຂ່າວວ່າ ຊາວບ້ານ ທີ່ ອາສັຍຢູ່ ແຖບນັ້ນ ບໍ່ໄດ້ຮັບ ຜົລກະທົບ ປັດຈຸບັນ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ໄດ້ ໄປເກັບກໍາ ຂໍ້ມູນ ເພື່ອຫາ ສາເຫດ ຂອງໄຟໄໝ້ ນັ້ນ ແລ້ວ. ຄາດວ່າ ຈະຮູ້ຜົລ ໃນເວລາ ອັນໃກ້ນີ້.
ບໍ່ຖ່ານຫີນ ຂອງ ບໍຣິສັດ 667 ຂອງ ວຽດນາມ ໄດ້ຮັບ ສັມປະທານ ຈາກແຂວງ ຫົວພັນ ໃຫ້ຂຸດຄົ້ນ ຖ່ານຫິນ ມາຕັ້ງແຕ່ ປີ 2009 ໃນເນື້ອທີ່ 30 ເຮັກຕາ ຢູ່ ບ້ານດອນ ເພື່ອ ສົ່ງໄປຂາຍ ໃຫ້ໂຮງງານ ແປຮູບ ຢູ່ ວຽດນາມ ແລະ ຢູ່ ແຂວງວຽງຈັນ.
ປະເທດລາວ ມີບໍ່ຖ່ານຫີນ ຫລາຍແຫ່ງ ເຊັ່ນ ບໍ່ຖ່ານຫີນ ລິກໄນຕ໌ ຢູ່ ເມືອງຫົງສາ ແຂວງ ໄຊຍະບູຣີ, ຢູ່ ເມືອງກະລຶມ ແຂວງ ເຊກອງ ຊຶ່ງຄາດວ່າ ຈະມີອີກ ຫຼາຍ ໂຄງການ ທີ່ຈະເລີ້ມ ຂຸດຄົ້ນຂຶ້ນ ມາອີກ ໃນ ອະນາຄົດ.