ຖນົນເປ່ເພຍ້ອນຂຸດຖ່ານຫີນ
2015.06.18
ການ ຂຸດຄົ້ນ ຖ່ານຫີນ ທີ່ ເຮັດໃຫ້ ຖນົນ ຫົນທາງ ເປ່ເພ ຢູ່ ແຂວງ ຫລວງນ້ຳທາ, ໄດ້ ຍຸຕິລົງ ແລ້ວ ແລະ ທາງການ ແຂວງ ກໍໄດ້ ສເນີໃຫ້ ຣັຖບານ ຊ່ວຍ ສ້ອມແປງ ຖນົນ ໃຫ້ດີ ຄືນ ຄືເກົ່າ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ໂຍທາ ທິການ ແລະ ຂົນສົ່ງ ຂອງ ແຂວງ ທ່ານນຶ່ງ ເວົ້າວ່າ:
“ບໍ່ໄດ້ ຂຸດຄົ້ນ ແລ້ວເດ໋ ບໍ່ໄດ້ ຂຸດຄົ້ນ ຕໍ່ແລ້ວ, ຂຸດຄົ້ນ ຜ່ານມາ ມັນກໍຢູ່ ໃນເຂດ ສງວນ ຂອງ ເສັ້ນທາງ ຢູ່, ແຕ່ວ່າ ຂຸດເລິກ ກະເຮັດ ໃຫ້ ດິນ ເຈື່ອນ; ຂະເຈົ້າ ກໍຮັບ ຜິດຊອບ ສ້ອມແປງ. ພວກເຮົາ ສເນີ ໄປ ພຸ້ນ ເພິ່ນ ກະຊິ ພົວພັນ ພາກສ່ວນ ກ່ຽວຂ້ອງ, ຊິໄດ້ ເວົ້າວ່າກັນ ຫັ້ນແລ້ວ ເພື່ອ ໃຫ້ມີ ຄວາມ ຮັບຜິດ ແກ້ໄຂ.”
ຫ້ອງການ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ຫລວງນ້ຳທາ ສົ່ງ ຈົດໝາຍ ຫາ ກົມ ຂົວທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ສເນີໃຫ້ ສ້ອມແປງ ຖນົນ ຫລວງ ເລກ ທີ 3 ທີ່ ເປ່ເພ ແລະ ຍຸບລົງ, ຍ້ອນ ການ ຂຸດຄົ້ນ ຖ່ານຫິນ ຢູ່ໃກ້ ທາງ ເກີນໄປ, ໂຮງຮຽນ ແລະ ບ້ານ ເຮືອນ ຂອງ ປະຊາຊົນ ໃກ້ຄຽງ ກໍເປ່ເພ ຍ້ອນ ເຊັ່ນກັນ.
ບໍຣິສັດ ຂຸດຄົ້ນ ຖ່ານຫີນ ວຽງພູຊາ ຊຶ່ງ ເປັນ ບໍຣິສັດ ລົງທຶນ ຮ່ວມ ລາວ-ໄທ ເລີ້ມ ຂຸດຄົ້ນ ຖ່ານຫີນ ນັບແຕ່ ປີ 1993 ເປັນ ຕົ້ນມາ, ໃນເວລາ ນັ້ນ ຂຸດຄົ້ນ ໄກຈາກ ທາງ ແລະ ບ້ານ ເຮືອນ ປະມານ 8 ກິໂລແມັດ, ແຕ່ ຕໍ່ມາ ຂຸດ ໃກ້ທາງ ແລະ ບ້ານຄົນ ເຂົ້າໄປ ເລື້ອຍໆ, ປັດຈຸບັນ ໄກ ຈາກ ທາງພຽງ ແຕ່ 15 ແມັດ ເທົ່ານັ້ນ ເປັນເຫດ ໃຫ້ ຖນົນ ຫລວງ ເລກທີ 3 ໃກ້ ບ້ານ ນ້ຳເງິນ ເມືອງ ວຽງພູຄາ ແຂວງ ຫລວງນ້ຳທາ ຍຸບລົງ. ກ່ອນໜ້າ ນີ້ ບໍຣິສັດ ວຽງພູຄາ ກໍ ສ້ອມແປງ ແລ້ວ, ແຕ່ ບໍ່ໄດ້ ມາຕຖານ ຣົດ ຂົນ ຖ່ານຫີນ ກໍໜັກ ຖນົນ ຈຶ່ງ ຍຸບລົງ.